ສ້າງສັນອີກແລ້ວ! ຍີ່ປຸ່ນສ້າງ ຕົວລະຄອນອະນິເມະ ຈາກທຸງຂອງແຕ່ລະປະເທດທີ່ເຂົ້າຮ່ວມ Olympics


ເນື່ອງໃນໂອກາດງານມະຫະກຳກິລາ Olympics ຍີ່ປຸ່ນໄດ້ສ້າງຄວາມແປກໃໝ່ບໍ່ຄືໃຜ ແລະ ສະແດງຄວາມສ້າງສັນອອກມາໃຫ້ນານາປະເທດໄດ້ເຫັນ ບໍ່ວ່າຈະເປັນການນຳເອົາວັດຖຸທີ່ໃຊ້ແລ້ວ ມາປັບປ່ຽນ (Recycle) ໃຫ້ເປັນບ່ອນຮັບຮາງວັນຜູ້ຊະນະ, ນຳຊິ້ນສ່ວນຈາກໂທລະສັບທີ່ບໍ່ໃຊ້ແລ້ວ ມາເຮັດເປັນຫຼຽນຮາງວັນ ແລະ ໜຶ່ງສິ່ງທີ່ໄດ້ສະແດງຄວາມສ້າງສັນອີກອັນໜຶ່ງ ແລະ ຍັງສະແດງເຖິງຄວາມເປັນຍີ່ປຸ່ນນັ້ນກໍຄື ການນຳເອົາທຸງຂອງແຕ່ລະຊາດທີ່ເຂົ້າຮ່ວມງານມະຫະກຳກິລາໃນຄັ້ງນີ້ມາສ້າງເປັນຕົວລະຄອນອະນິເມະ (Anime) ພ້ອມກັບປະກອບເຂົ້າກັບລາຍລະອຽດຂອງວັດທະນະທຳ ແລະ ສິ່ງທີ່ໂດດເດັ່ນຂອງແຕ່ລະປະເທດ ເຊິ່ງຈະເປັນແນວໃດນັ້ນ ໄປເບິ່ງນຳກັນເລີຍ:

ລາວ

ຫວຽດນາມ

ຍີ່ປຸ່ນ

ສ.ເກົາຫຼີ

ໄທ

ກຳປູເຈຍ

ຈີນ

ທີ່ມາ: https://world-flags.org

ພາບ: world-flags

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/