ຍີ່ປຸ່ນເຝົ້າລະວັງພາຍຸ “Nepartak” ສ່ຽງກະທົບ Olympics


ໃນວັນທີ 27 ກໍລະກົດທີ່ຜ່ານມາ ສຳນັກຂ່າວ ເອັນເອສເຄ ໄດ້ລາຍງານວ່າ ພາຍຸ ເນພາຕັກ (Nepartak) ໄດ້ເຄື່ອນທີ່ເຂົ້າມາຈໍ້ປະເທດຍີ່ປຸ່ນ ໂດຍກົມອຸຕຸນິຍົມວິທະຍາຂອງຍີ່ປຸ່ນໄດ້ຄາດວ່າ ພາຍຸລູກນີ້ມີຄວາມແຮງ 108 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະໄດ້ພັດໄປທາງພາກເໜຶອຂອງປະເທດໃນອີກບໍ່ດົນ. ນອກຈາກນັ້ນ, ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນລະມັດລະວັງເນື່ອງຈາກເວລາມີພາຍຸອາດຈະເກີດດິນເຈື່ອນໄດ້.

ພາຍຸ ເນພາຕັກ ແມ່ນພາຍຸລູກທີ 8 ຂອງປະເທດຍີ່ປຸ່ນ ແລະ ມີການຄາດການວ່າຈະມີປະລິມານນ້ຳຝົນປະມານ 100 ມິນລີແມັດ ເຊິ່ງເຄື່ອນໄຫວຢູ່ໃກ້ກັບເມືອງ ອິຊິໂນມາກິ ຂອງແຂວງ ມີຍາງິ ຫ່າງຈາກນະຄອນໂຕກຽວໄປທາງຕາເວັນອອກສຽງເໜືອໄປປະມານ 400 ກິໂລແມັດ .

ທ່ານ ມາສະ ທາຄາຍະ ໂຄສົກຄະນະຜູ້ຈັດການການແຂ່ງຂັນກິລາໂອແລມປິກ ລາຍງານວ່າ ຄະນະຈັດງານແມ່ນເອົາໃຈໃສ່ສັງເກດການເຄື່ອນໄຫວຂອງພາຍຸຢ່າງໃກ້ຊິດ ຖ້າພາຍຸພັດເຂົ້າຫາຍີ່ປຸ່ນ ແລະ ການແຂ່ງຂັນກິລາກາງແຈ້ງມີຄວາມສ່ຽງຈະໄດ້ຮັບຜົນກະທົບ ຕາຕະລາງການແຂ່ງຂັນກໍອາດຈະມີການປ່ຽນແປງໃໝ່ເລັກນ້ອຍ.

ທີ່ມາ: https://bit.ly/3iUwN8i

ພາບ:​ Zoom Earth, thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/