ຈາກຜົນງານກ່ອນໜ້ານີ້ທີ່ທີມງານ Na Khone Pictures ສາມາດຄວ້າ ຮາງວັນຊະນະເລີດ ໃນເທສະການຮູບເງົາເມືອງແຄນຄັ້ງທີ 6 ເຊິ່ງຈັດຂຶ້ນທີ່ ຈັງຫວັດຂອນແກ່ນ ປະເທດໄທ ເມື່ອວັນທີ 28 ສິງຫາ 2022 ທີ່ຜ່ານມາ ໂດຍຜົນງານທີ່ທີມ Na Khone Pictures ສົ່ງເຂົ້າປະກວດໃນຄັ້ງນີ້ມີຊື່ວ່າ “HAPPY BIRTHDAY” ເຊິ່ງເປັນຜົນງານຮູບເງົາເລື່ອງສັ້ນ ທີ່ມີຄວາມຊຶ້ງກິນໃຈ ແລະ ໄດ້ເລົ່າເຖິງຄວາມພະຍາຍາມ, ຄວາມຮັກ, ຄວາມໃຝ່ຝັນ ຂອງຕົວລະຄອນຫຼັກ ທີ່ໄດ້ຮັບແຮງບັນດານໃຈມາຈາກຄົນໃກ້ຕົວຂອງຜູ້ສ້າງ ແລະ ຕົວຮູບເງົາຍັງມີຂໍ້ຄິດແຊກຊ້ອນຈົນສາມາດເຮັດໃຫ້ຜູ້ຮັບຊົມນ້ຳຕາໄຫຼມາໂດຍບໍ່ຮູ້ຕົວ.

ພ້ອມນີ້ LaoX ຂອງເຮົາໄດ້ມີໂອກາດສຳພາດທີມງານ Na Khone Pictures ເຖິງແຮງບັນດານໃຈ ແລະ ເບື້ອງຫຼັງຂອງການສ້າງຜົນງານ HAPPY BIRTHDAY ດັ່ງກ່າວ ເຊິ່ງຈະເປັນແນວໃດນັ້ນມາເລີ່ມກັນເລີຍ.
LaoX: ຜົນງານ “HAPPY BIRTHDAY” ແມ່ນໄດ້ຮັບແຮງບັນດານໃຈມາຈາກໃສ? ຮູບເງົາສັ້ນເລື່ອງນີ້ແມ່ນເລົ່າກ່ຽວກັບຫຍັງ ແລະ ຢາກສື່ເຖິງຫຍັງໃຫ້ຜູ້ຮັບຊົມ?
ສຳລັບຜົນງານ “HAPPY BIRTHDAY” ແມ່ນໄດ້ຮັບແຮງບັນດານໃຈຈາກພໍ່ແມ່ ແລະຄົນໃນຄອບຄົວຂອງຜູ້ກຳກັບ ເພາະຕອນຍັງນ້ອຍ ທຸກໆວັນເກີດເຂົາເຈົ້າໄດ້ໃສ່ໃຈໃຫ້ຄວາມສຳຄັນໃນວັນເກີດຂອງເຮົາ ເຖິງວ່າຈະບໍ່ໄດ້ເປັນຄອບຄົວທີ່ຮັ່ງມີແຕ່ກໍເຕັມໄປດ້ວຍຄວາມຮັກຂອງພໍ່ແມ່ທີ່ມີໃຫ້ ແລະເຮົາເອງກໍຫຼິ້ນດົນຕີ (ຫຼິ້ນເປຍໂນ ແລະ ຮ້ອງເພງແຕ່ນ້ອຍ) ແລະທຸກຄັ້ງຕອນຂື້ນເວທີ ພໍ່ແມ່ຈະຢືນຢູ່ຂ້າງເວທີເພື່ອໃຫ້ກຳລັງໃຈເຮົາຕະຫຼອດ ກໍເລີຍເຮັດໃຫ້ເຮົາເລືອກດົນຕີເປັນຫົວໃຈຫຼັກຂອງເລື່ອງ.

ຮູບເງົາສັ້ນເລື່ອງນີ້ແມ່ນໄດ້ເລົ່າກ່ຽວກັບເດັກນ້ອຍຄົນໜຶ່ງທີ່ມີຄວາມຝັນຢາກເປັນນັກໄວໂອລິນ ແຕ່ມື້ໜຶ່ງໄດ້ເກີດອຸບັດຕິເຫດກ່ອນ ແລະລາວຕ້ອງກາຍເປັນຄົນພິການກໍເລີຍເຮັດໃຫ້ຝັນຂອງລາວຕ້ອງພັງທະລາຍລົງ ແລະ ເຮັດໃຫ້ລາວບໍ່ຢາກຫຼິ້ນດົນຕີອີກເລີຍ. ແຕ່ໃນຄວາມໂຊກຮ້າຍກໍຍັງມີພໍ່ທີ່ຢູ່ຄຽງຂ້າງແລະໃຫ້ກຳລັງໃຈຢູ່ສະເໝີ ແລະ ຄໍາເວົ້າຂອງພໍ່ທີ່ໄດ້ບອກວ່າ “ລູກຕ້ອງລຸກຂຶ້ນສູ້” ກໍໄດ້ຈຸດໄຟໃນຕົວລູກຊາຍໃຫ້ກັບມາເຮັດໃນສິ່ງທີ່ຕົນມັກນັ້ນກໍຄືການກັບມາຫຼິ້ນໄວໂອລິນແລະ ບໍ່ຍອມຖອຍໃຫ້ກັບໂຊກຊະຕາ.

ຮູບເງົາເລື່ອງນີ້ຢາກໃຫ້ກຳລັງໃຈທຸກຄົນທີ່ມີຄວາມຝັນ ບໍ່ວ່າລຳບາກສໍ່າໃດກໍບໍ່ຕ້ອງທໍ້ ໃນການເຮັດຕາມຄວາມຝັນ. ນອກຈາກນີ້ຜົນງານ “HAPPY BIRTHDAY” ຍັງເປັນແຮງບັນດານໃຈໃຫ້ກັບຄົນພິການທຸກຄົນຈົ່ງສູ້ຕໍ່ໄປ ແລະ ບໍ່ວ່າຈະເຮັດຫຍັງກໍຕາມຕ້ອງໃຫ້ນຶກເຖິງຄອບຄົວເປັນຄົນທໍາອິດ ເພາະພວກເຂົາເຮົາຈຶ່ງມີມື້ນີ້ ໃຫ້ຮັກພໍ່ແມ່ ແລະ ຄອບຄົວຫຼາຍໆ.

ສາມາດເບິ່ງຜົນງານຊະນະເລີດຂອງເຮົາໄດ້ທີ່: https://cutt.ly/cCyPZLu
Laox: ໄລຍະເວລາຂອງການສ້າງຮູບເງົາເລື່ອງນີ້? ມີຈັກທີມເຂົ້າຮ່ວມການແຂ່ງຂັນປະກວດ? ອຸປະສັກໃນການສ້າງມີຫຍັງແດ່?

ໄລຍະການສ້າງຮູບເງົາ HAPPY BIRTHDAY ແມ່ນ 2 ມື້ ແລະ ໃຊ້ເວລາຕັດຕໍ່ 6 ຊົ່ວໂມງໃຫ້ສຳເລັດ ສຳລັບທີມທີ່ເຂົ້າປະກວດໃນ ເທສະການຮູບເງົາເມືອງແຄນນີ້ ແມ່ນມີ 60 ທີມ ເຊິ່ງໃນນັ້ນມີທັງທີມຈາກປະເທດໄທ ແລະ ປະເທດລາວ. ຕໍ່ມາທາງຄະນະກໍາມະການໄດ້ຄັດເອົາ 20 ທີມສຸດທ້າຍ ແລະມາໃນຮອບຕັດສິນເຊິ່ງມີ 3 ທີມສຸດທ້າຍ, Na Khone Pictures ຂອງພວກເຮົາກໍສາມາດຄວ້າຮາງວັນອັນດັບ 1 ໄດ້ສຳເລັດ.
ສຳລັບອຸປະສັກໃນການເຮັດຮູບເງົາເລື່ອງນີ້ບອກໄດ້ເລີຍວ່າມີຫຼາຍຢ່າງ ບໍ່ຈະເປັນເວລາທີ່ຈໍາກັດຂອງການຖ່າຍທຳ, ສະຖານທີ່ຖ່າຍທໍາ (ເພາະບໍ່ແມ່ນບ້ານເຮົາ) ທີ່ພວກເຮົາຕ້ອງໃຊ້ເວລາໄປຫຼາຍໃນການຄົ້ນຫາ ແລະຊອກນັກສະແດງປະກອບເພື່ອໃຫ້ຮູບເງົາອອກມາດີທີ່ສຸດ ແລະທ້າຍສຸດຈາກຄວາມພະຍາຍາມຂອງທີມງານທຸກຄົນກໍເຮັດໃຫ້ເຮົາຄວ້າໄຊຊະນະມາໄດ້ຢ່າງສວຍງາມ.

Laox: ຜົນຕອບຮັບຂອງຮູບເງົາເລື່ອງນີ້ເປັນແນວໃດ? ໃຜແດ່ເປັນຜູ້ຢູ່ເບື້ອງຫຼັງຂອງການສ້າງສັນຜົນງານນີ້? ແລະ ຄວາມຮູ້ສຶກຫຼັງຈາກໄດ້ຮາງວັນຊະນະເລີດ?
ຕາມທີ່ເຮົາໄດ້ຮັບຮູ້ມາຫຼາຍຄົນບອກວ່າເນື້ອເລື່ອງຂອງຮູບເງົາແມ່ນດີ ແລະ ຊຶ້ງກິນໃຈຈົນເຮັດໃຫ້ຄົນທີ່ໄດ້ຮັບຊົມນ້ຳຕາໄຫຼອອກມາແບບບໍ່ຮູ້ຕົວ. ທັງນີ້ ຮູບເງົາເຮົາຍັງໄດ້ແຊກຊ້ອນແນວຄິດ ແລະ ແຝງໄປດ້ວຍແຮງບັນດານໃຈແລະກໍາລັງໃຈໃຫ້ກໍາກັບຄົນທີ່ກໍາລັງຫຍໍ້ທໍ້, ໝົດໄຟ ບໍ່ຢາກສານຕໍ່ຄວາມຝັນຂອງຕົນ.

ໃນສ່ວນຂອງທີມງານຜູ້ຢູ່ເບື້ອງຫຼັງຮູບເງົານີ້ແມ່ນປະກອບມີ
- ທ.ສຸລິຍົງ ໄຊຍະວົງ ເປັນຜູ້ກໍາກັບ, ຂຽນບົດ ແລະ ເປັນຜູ້ກໍ່ຕັ້ງ Na Khone Pictures (ເຊິ່ງຊື່ກ່ອນໜ້ານີ້ແມ່ນ Na Khone production)
- ທ.ຖິ່ນ ພົມໄມ (ຜູ້ຊ່ວຍຜູ້ກຳກັບ)
- ທ.ລິດທະນູຄໍາ ອຸເທນທະມາລາ (ຜູ້ກຳກັບພາບ)
- ນ.ວິນັດ ສຸວັນນະລາ (ແຕ່ງໜ້າ,ເສື້ອຜ້າ)
- ທ.ຊິນນະວັດ (ຊ່າງໄຟ)
- ທ.ອາລຸນ ລັດສະໂຫດີ (ເຮັດເພງປະກອບຮູບເງົາ)
ທາງພວກເຮົາເຮັດວຽກເປັນທີມ ຫາໄອເດຍ ແລະ ແກ້ໄຂບັນຫາຊ່ວຍກັນຢູ່ຕະຫຼອດເວລາ ເຊິ່ງຜົນງານທີ່ໄດ້ມາເລີຍເປັນໝາກຜົນຄວາມສຳເລັດຂອງທີມເຮົາ.

ຄວາມຮູ້ສຶກຫຼັງຈາກໄດ້ຮັບຮາງວັນຊະນະເລີດ ພວກເຮົາຮູ້ສຶກພູມໃຈຫຼາຍເພາະພວກເຮົາຕັ້ງໃຈແລະໃສ່ໃຈທຸກລາຍລະອຽດໃນທຸກຂັ້ນຕອນຂອງການຜະລິດ.
Laox: ທີ່ຜ່ານມາມີຜົນງານຫຍັງແດ່ທີ່ເປັນທີ່ໜ້າຈັບຕາ?
– ທີ່ຜ່ານມາມີຜົນງານຖ່າຍທໍາໃຫ້ກັບສູນວັດທະນະທຳຈີນຢູ່ລາວ ໂດຍເປັນ MV ເພງທີ່ມີຊື່ວ່າ “小酒窝” ແລະ ໄດ້ໃຊ້ສະຖານທີ່ຖ່າຍທໍາຢູ່ລາວ. (ສາມາດເບິ່ງຜົນງານໄດ້ທີ່: https://cutt.ly/pCyPPc7)




– ໃນປີ 2021 ໄດ້ຖ່າຍທຳຮູບເງົາເລື່ອງສັ້ນໃຫ້ກັບບໍລິສັດແຫ່ງໜຶ່ງ ໂດຍຮູບເງົາດັ່ງກ່າວມີຊື່ວ່າ “ຂ້ອຍບໍ່ຢາກກັບບ້ານ” ແລະຜົນຕອບຮັບກໍມີຫຼາຍເພາະພຽງແຕ່ປ່ອຍລົງ Facebook ໃນໄລຍະເວລາ 3 ມື້ກໍມີຍອດຮັບຊົມເຖິງ 1 ລ້ານວິວ ມາຮອດປັດຈຸບັນວິດີໂອດັ່ງກ່າວແມ່ນມີຍອດຮັບຊົມ 1.6 ລ້ານວິວແລ້ວ. (ສາມາດເບິ່ງຜົນງານໄດ້ທີ່: https://cutt.ly/nCyPQsv)



– ກ່ອນໜ້ານີ້ເມື່ອປີ 2020 ໃນງານເທສະການຮູບເງົາເມືອງແຄນຄັ້ງທີ 4 ທາງທີມງານຂອງພວກເຮົາກໍໄດ້ຮັບຮາງວັນນັກສະແດງຊາຍດີເດັ່ນອີກພ້ອມ.

ນອກຈາກນີ້ຍັງມີໂຄສະນາຕ່າງໆ ແລະລາຍການອື່ນໆ ອີກຫຼາຍຢ່າງ ໂດຍສາມາດໄປເບິ່ງຜົນງານຂອງພວກເຮົາໄດ້ທີ່ Facebook: Na Khone ນະຄອນ production
Laox: ຢາກຝາກຫຍັງໃຫ້ກັບຄົນທີ່ສະໜັບໜູນເຮົາ? ແລະ ໃນອະນາຄົດຢາກໃຫ້ຜົນງານຂອງເຮົາຫັນໄປໃນທິດທາງໃດ?

ສຳລັບຄົນທີ່ສະໜັບສະໜູນກໍຕ້ອງຂອບໃຈຫຼາຍໆ ແລະ ພວກເຮົາຈະພະຍາຍາມເຮັດຜົນງານທຸກອັນອອກມາດີທີ່ສຸດ. ນອກຈາກນີ້ ໃນອະນາຄົດນີ້ທາງເຮົາຢາກຈະສ້າງຮູບເງົາໃຫ້ໄດ້ຫຼາຍໆເລື່ອງ ແລະ ເຮັດຮູບແບບລາຍການໃຫ້ຫຼາກຫຼາຍຂຶ້ນ ແຕ່ກໍຍັງມີຄຸນະພາບ ມາດຕະຖານຂອງ Na Khone Pictures ຢູ່
Laox: ຢາກໃຫ້ຝາກຜົນງານ ແລະ ຊ່ອງທາງການຕິດຕາມແດ່?

ສາມາດຕິດຕາມພວກເຮົາໄດ້ທີ່ 2 ຊ່ອງທາງ ຖ້າເປັນຖ່າຍລາຍການ, ໂຄສະນາຕ້ອງແມ່ນ Na khone ນະຄອນ production ແລະ ຖ້າແມ່ນສະເພາະຮູບເງົາແມ່ນ Na khone Pictures ແລະ ໃນອະນາຄົດຈະເຮັດທຸກຜົນງານໃຫ້ດີກວ່າເກົ່າ ຂອບໃຈທຸກຄົນທີ່ຕິດຕາມ ແລະໃຫ້ກໍາລັງໃຈເດີ.
ຂອບໃຈບົດສຳພາດຈາກ: ທີມງານ Na khone Pictures
ສຳພາດໂດຍ: Tern Saiyasack
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment