ຮູ້ຈັກກັບທີມງານ Na Khone Pictures ແລະ ຜົນງານຮູບເງົາເລື່ອງສັ້ນ “HAPPY BIRTHDAY” ທີ່ຄວ້າຮາງວັນຊະນະເລີດຈາກເທສະການຮູບເງົາທີ່ປະເທດໄທ

ຮາງວັນຊະນະເລີດ

ຈາກຜົນງານກ່ອນໜ້ານີ້ທີ່ທີມງານ Na Khone Pictures ສາມາດຄວ້າ ຮາງວັນຊະນະເລີດ ໃນເທສະການຮູບເງົາເມືອງແຄນຄັ້ງທີ 6 ເຊິ່ງຈັດຂຶ້ນທີ່ ຈັງຫວັດຂອນແກ່ນ ປະເທດໄທ ເມື່ອວັນທີ 28 ສິງຫາ 2022 ທີ່ຜ່ານມາ ໂດຍຜົນງານທີ່ທີມ Na Khone Pictures ສົ່ງເຂົ້າປະກວດໃນຄັ້ງນີ້ມີຊື່ວ່າ “HAPPY BIRTHDAY” ເຊິ່ງເປັນຜົນງານຮູບເງົາເລື່ອງສັ້ນ ທີ່ມີຄວາມຊຶ້ງກິນໃຈ ແລະ ໄດ້ເລົ່າເຖິງຄວາມພະຍາຍາມ, ຄວາມຮັກ, ຄວາມໃຝ່ຝັນ ຂອງຕົວລະຄອນຫຼັກ ທີ່ໄດ້ຮັບແຮງບັນດານໃຈມາຈາກຄົນໃກ້ຕົວຂອງຜູ້ສ້າງ ແລະ ຕົວຮູບເງົາຍັງມີຂໍ້ຄິດແຊກຊ້ອນຈົນສາມາດເຮັດໃຫ້ຜູ້ຮັບຊົມນ້ຳຕາໄຫຼມາໂດຍບໍ່ຮູ້ຕົວ.

Na Khone Pictures

ພ້ອມນີ້ LaoX ຂອງເຮົາໄດ້ມີໂອກາດສຳພາດທີມງານ Na Khone Pictures ເຖິງແຮງບັນດານໃຈ ແລະ ເບື້ອງຫຼັງຂອງການສ້າງຜົນງານ HAPPY BIRTHDAY ດັ່ງກ່າວ ເຊິ່ງຈະເປັນແນວໃດນັ້ນມາເລີ່ມກັນເລີຍ.

LaoX: ຜົນງານ “HAPPY BIRTHDAY” ແມ່ນໄດ້ຮັບແຮງບັນດານໃຈມາຈາກໃສ? ຮູບເງົາສັ້ນເລື່ອງນີ້ແມ່ນເລົ່າກ່ຽວກັບຫຍັງ ແລະ ຢາກສື່ເຖິງຫຍັງໃຫ້ຜູ້ຮັບຊົມ?

ສຳລັບຜົນງານ “HAPPY BIRTHDAY” ແມ່ນໄດ້ຮັບແຮງບັນດານໃຈຈາກພໍ່ແມ່ ແລະຄົນໃນຄອບຄົວຂອງຜູ້ກຳກັບ ເພາະຕອນຍັງນ້ອຍ ທຸກໆວັນເກີດເຂົາເຈົ້າໄດ້ໃສ່ໃຈໃຫ້ຄວາມສຳຄັນໃນວັນເກີດຂອງເຮົາ ເຖິງວ່າຈະບໍ່ໄດ້ເປັນຄອບຄົວທີ່ຮັ່ງມີແຕ່ກໍເຕັມໄປດ້ວຍຄວາມຮັກຂອງພໍ່ແມ່ທີ່ມີໃຫ້ ແລະເຮົາເອງກໍຫຼິ້ນດົນຕີ (ຫຼິ້ນເປຍໂນ ແລະ ຮ້ອງເພງແຕ່ນ້ອຍ) ແລະທຸກຄັ້ງຕອນຂື້ນເວທີ ພໍ່ແມ່ຈະຢືນຢູ່ຂ້າງເວທີເພື່ອໃຫ້ກຳລັງໃຈເຮົາຕະຫຼອດ ກໍເລີຍເຮັດໃຫ້ເຮົາເລືອກດົນຕີເປັນຫົວໃຈຫຼັກຂອງເລື່ອງ.

Na Khone Pictures

ຮູບເງົາສັ້ນເລື່ອງນີ້ແມ່ນໄດ້ເລົ່າກ່ຽວກັບເດັກນ້ອຍຄົນໜຶ່ງທີ່ມີຄວາມຝັນຢາກເປັນນັກໄວໂອລິນ ແຕ່ມື້ໜຶ່ງໄດ້ເກີດອຸບັດຕິເຫດກ່ອນ ແລະລາວຕ້ອງກາຍເປັນຄົນພິການກໍເລີຍເຮັດໃຫ້ຝັນຂອງລາວຕ້ອງພັງທະລາຍລົງ ແລະ ເຮັດໃຫ້ລາວບໍ່ຢາກຫຼິ້ນດົນຕີອີກເລີຍ. ແຕ່ໃນຄວາມໂຊກຮ້າຍກໍຍັງມີພໍ່ທີ່ຢູ່ຄຽງຂ້າງແລະໃຫ້ກຳລັງໃຈຢູ່ສະເໝີ ແລະ ຄໍາເວົ້າຂອງພໍ່ທີ່ໄດ້ບອກວ່າ “ລູກຕ້ອງລຸກຂຶ້ນສູ້” ກໍໄດ້ຈຸດໄຟໃນຕົວລູກຊາຍໃຫ້ກັບມາເຮັດໃນສິ່ງທີ່ຕົນມັກນັ້ນກໍຄືການກັບມາຫຼິ້ນໄວໂອລິນແລະ ບໍ່ຍອມຖອຍໃຫ້ກັບໂຊກຊະຕາ.

Na Khone Pictures

ຮູບເງົາເລື່ອງນີ້ຢາກໃຫ້ກຳລັງໃຈທຸກຄົນທີ່ມີຄວາມຝັນ ບໍ່ວ່າລຳບາກສໍ່າໃດກໍບໍ່ຕ້ອງທໍ້ ໃນການເຮັດຕາມຄວາມຝັນ. ນອກຈາກນີ້ຜົນງານ “HAPPY BIRTHDAY” ຍັງເປັນແຮງບັນດານໃຈໃຫ້ກັບຄົນພິການທຸກຄົນຈົ່ງສູ້ຕໍ່ໄປ ແລະ ບໍ່ວ່າຈະເຮັດຫຍັງກໍຕາມຕ້ອງໃຫ້ນຶກເຖິງຄອບຄົວເປັນຄົນທໍາອິດ ເພາະພວກເຂົາເຮົາຈຶ່ງມີມື້ນີ້ ໃຫ້ຮັກພໍ່ແມ່ ແລະ ຄອບຄົວຫຼາຍໆ.

Na Khone Pictures

ສາມາດເບິ່ງຜົນງານຊະນະເລີດຂອງເຮົາໄດ້ທີ່: https://cutt.ly/cCyPZLu

Laox: ໄລຍະເວລາຂອງການສ້າງຮູບເງົາເລື່ອງນີ້? ມີຈັກທີມເຂົ້າຮ່ວມການແຂ່ງຂັນປະກວດ? ອຸປະສັກໃນການສ້າງມີຫຍັງແດ່?

Na Khone Pictures

ໄລຍະການສ້າງຮູບເງົາ HAPPY BIRTHDAY ແມ່ນ  2 ມື້ ແລະ ໃຊ້ເວລາຕັດຕໍ່ 6 ຊົ່ວໂມງໃຫ້ສຳເລັດ ສຳລັບທີມທີ່ເຂົ້າປະກວດໃນ ເທສະການຮູບເງົາເມືອງແຄນນີ້ ແມ່ນມີ 60 ທີມ ເຊິ່ງໃນນັ້ນມີທັງທີມຈາກປະເທດໄທ ແລະ ປະເທດລາວ. ຕໍ່ມາທາງຄະນະກໍາມະການໄດ້ຄັດເອົາ 20 ທີມສຸດທ້າຍ ແລະມາໃນຮອບຕັດສິນເຊິ່ງມີ 3 ທີມສຸດທ້າຍ, Na Khone Pictures ຂອງພວກເຮົາກໍສາມາດຄວ້າຮາງວັນອັນດັບ 1 ໄດ້ສຳເລັດ.

ສຳລັບອຸປະສັກໃນການເຮັດຮູບເງົາເລື່ອງນີ້ບອກໄດ້ເລີຍວ່າມີຫຼາຍຢ່າງ ບໍ່ຈະເປັນເວລາທີ່ຈໍາກັດຂອງການຖ່າຍທຳ, ສະຖານທີ່ຖ່າຍທໍາ (ເພາະບໍ່ແມ່ນບ້ານເຮົາ) ທີ່ພວກເຮົາຕ້ອງໃຊ້ເວລາໄປຫຼາຍໃນການຄົ້ນຫາ ແລະຊອກນັກສະແດງປະກອບເພື່ອໃຫ້ຮູບເງົາອອກມາດີທີ່ສຸດ ແລະທ້າຍສຸດຈາກຄວາມພະຍາຍາມຂອງທີມງານທຸກຄົນກໍເຮັດໃຫ້ເຮົາຄວ້າໄຊຊະນະມາໄດ້ຢ່າງສວຍງາມ.

Na Khone Pictures

Laox: ຜົນຕອບຮັບຂອງຮູບເງົາເລື່ອງນີ້ເປັນແນວໃດ? ໃຜແດ່ເປັນຜູ້ຢູ່ເບື້ອງຫຼັງຂອງການສ້າງສັນຜົນງານນີ້? ແລະ ຄວາມຮູ້ສຶກຫຼັງຈາກໄດ້ຮາງວັນຊະນະເລີດ?

ຕາມທີ່ເຮົາໄດ້ຮັບຮູ້ມາຫຼາຍຄົນບອກວ່າເນື້ອເລື່ອງຂອງຮູບເງົາແມ່ນດີ ແລະ ຊຶ້ງກິນໃຈຈົນເຮັດໃຫ້ຄົນທີ່ໄດ້ຮັບຊົມນ້ຳຕາໄຫຼອອກມາແບບບໍ່ຮູ້ຕົວ. ທັງນີ້ ຮູບເງົາເຮົາຍັງໄດ້ແຊກຊ້ອນແນວຄິດ ແລະ ແຝງໄປດ້ວຍແຮງບັນດານໃຈແລະກໍາລັງໃຈໃຫ້ກໍາກັບຄົນທີ່ກໍາລັງຫຍໍ້ທໍ້, ໝົດໄຟ ບໍ່ຢາກສານຕໍ່ຄວາມຝັນຂອງຕົນ.

Na Khone Pictures

ໃນສ່ວນຂອງທີມງານຜູ້ຢູ່ເບື້ອງຫຼັງຮູບເງົານີ້ແມ່ນປະກອບມີ

  1. ທ.ສຸລິຍົງ ໄຊຍະວົງ ເປັນຜູ້ກໍາກັບ, ຂຽນບົດ ແລະ ເປັນຜູ້ກໍ່ຕັ້ງ Na Khone Pictures (ເຊິ່ງຊື່ກ່ອນໜ້ານີ້ແມ່ນ Na Khone production)
  2. ທ.ຖິ່ນ ພົມໄມ (ຜູ້ຊ່ວຍຜູ້ກຳກັບ)
  3. ທ.ລິດທະນູຄໍາ ອຸເທນທະມາລາ (ຜູ້ກຳກັບພາບ)
  4. ນ.ວິນັດ ສຸວັນນະລາ (ແຕ່ງໜ້າ,ເສື້ອຜ້າ)
  5. ທ.ຊິນນະວັດ (ຊ່າງໄຟ)
  6. ທ.ອາລຸນ ລັດສະໂຫດີ (ເຮັດເພງປະກອບຮູບເງົາ)

ທາງພວກເຮົາເຮັດວຽກເປັນທີມ ຫາໄອເດຍ ແລະ ແກ້ໄຂບັນຫາຊ່ວຍກັນຢູ່ຕະຫຼອດເວລາ ເຊິ່ງຜົນງານທີ່ໄດ້ມາເລີຍເປັນໝາກຜົນຄວາມສຳເລັດຂອງທີມເຮົາ.

Na Khone Pictures

ຄວາມຮູ້ສຶກຫຼັງຈາກໄດ້ຮັບຮາງວັນຊະນະເລີດ ພວກເຮົາຮູ້ສຶກພູມໃຈຫຼາຍເພາະພວກເຮົາຕັ້ງໃຈແລະໃສ່ໃຈທຸກລາຍລະອຽດໃນທຸກຂັ້ນຕອນຂອງການຜະລິດ.

Laox:  ທີ່ຜ່ານມາມີຜົນງານຫຍັງແດ່ທີ່ເປັນທີ່ໜ້າຈັບຕາ?

– ທີ່ຜ່ານມາມີຜົນງານຖ່າຍທໍາໃຫ້ກັບສູນວັດທະນະທຳຈີນຢູ່ລາວ ໂດຍເປັນ MV ເພງທີ່ມີຊື່ວ່າ “小酒窝” ແລະ ໄດ້ໃຊ້ສະຖານທີ່ຖ່າຍທໍາຢູ່ລາວ. (ສາມາດເບິ່ງຜົນງານໄດ້ທີ່: https://cutt.ly/pCyPPc7)

Na Khone Pictures
Na Khone Pictures
Na Khone Pictures
Na Khone Pictures

– ໃນປີ 2021 ໄດ້ຖ່າຍທຳຮູບເງົາເລື່ອງສັ້ນໃຫ້ກັບບໍລິສັດແຫ່ງໜຶ່ງ ໂດຍຮູບເງົາດັ່ງກ່າວມີຊື່ວ່າ “ຂ້ອຍບໍ່ຢາກກັບບ້ານ” ແລະຜົນຕອບຮັບກໍມີຫຼາຍເພາະພຽງແຕ່ປ່ອຍລົງ Facebook ໃນໄລຍະເວລາ 3 ມື້ກໍມີຍອດຮັບຊົມເຖິງ 1 ລ້ານວິວ ມາຮອດປັດຈຸບັນວິດີໂອດັ່ງກ່າວແມ່ນມີຍອດຮັບຊົມ 1.6 ລ້ານວິວແລ້ວ. (ສາມາດເບິ່ງຜົນງານໄດ້ທີ່: https://cutt.ly/nCyPQsv)

Na Khone Pictures
Na Khone Pictures
Na Khone Pictures

– ກ່ອນໜ້ານີ້ເມື່ອປີ 2020 ໃນງານເທສະການຮູບເງົາເມືອງແຄນຄັ້ງທີ 4 ທາງທີມງານຂອງພວກເຮົາກໍໄດ້ຮັບຮາງວັນນັກສະແດງຊາຍດີເດັ່ນອີກພ້ອມ.

Na Khone Pictures

 ນອກຈາກນີ້ຍັງມີໂຄສະນາຕ່າງໆ ແລະລາຍການອື່ນໆ ອີກຫຼາຍຢ່າງ ໂດຍສາມາດໄປເບິ່ງຜົນງານຂອງພວກເຮົາໄດ້ທີ່ Facebook: Na Khone ນະຄອນ production

(https://cutt.ly/vCyAasM)

Laox:  ຢາກຝາກຫຍັງໃຫ້ກັບຄົນທີ່ສະໜັບໜູນເຮົາ? ແລະ ໃນອະນາຄົດຢາກໃຫ້ຜົນງານຂອງເຮົາຫັນໄປໃນທິດທາງໃດ?

Na Khone Pictures

ສຳລັບຄົນທີ່ສະໜັບສະໜູນກໍຕ້ອງຂອບໃຈຫຼາຍໆ ແລະ ພວກເຮົາຈະພະຍາຍາມເຮັດຜົນງານທຸກອັນອອກມາດີທີ່ສຸດ. ນອກຈາກນີ້ ໃນອະນາຄົດນີ້ທາງເຮົາຢາກຈະສ້າງຮູບເງົາໃຫ້ໄດ້ຫຼາຍໆເລື່ອງ ແລະ ເຮັດຮູບແບບລາຍການໃຫ້ຫຼາກຫຼາຍຂຶ້ນ ແຕ່ກໍຍັງມີຄຸນະພາບ ມາດຕະຖານຂອງ Na Khone Pictures ຢູ່

Laox:  ຢາກໃຫ້ຝາກຜົນງານ ແລະ ຊ່ອງທາງການຕິດຕາມແດ່?

Na Khone Pictures

ສາມາດຕິດຕາມພວກເຮົາໄດ້ທີ່ 2 ຊ່ອງທາງ ຖ້າເປັນຖ່າຍລາຍການ, ໂຄສະນາຕ້ອງແມ່ນ Na khone ນະຄອນ production ແລະ ຖ້າແມ່ນສະເພາະຮູບເງົາແມ່ນ Na khone Pictures ແລະ ໃນອະນາຄົດຈະເຮັດທຸກຜົນງານໃຫ້ດີກວ່າເກົ່າ ຂອບໃຈທຸກຄົນທີ່ຕິດຕາມ ແລະໃຫ້ກໍາລັງໃຈເດີ.

ຂອບໃຈບົດສຳພາດຈາກ: ທີມງານ Na khone Pictures

ສຳພາດໂດຍ: Tern Saiyasack

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply