ແຂວງຄຳມ່ວນ ຈະຊຳລະໜີ້ສິນທີ່ຍັງຄ້າງຈຳນວນ 478.95 ຕື້ກີບ ພາຍໃນ 10 ປີຂ້າງໜ້າ

ຫົວໜ້າພະແນກແຜນການ ແຂວງຄຳມ່ວນ

ເພື່ອຮັບປະກັນການລົງທຶນຂອງລັດ ໃຫ້ມີປະສິດທິພາບປະສິດທິຜົນຂຶ້ນກວ່າເກົ່າ ແຂວງຄຳມ່ວນ ໄດ້ຈຳກັດໂຄງການລົງທຶນຂອງລັດທີ່ມີມູນຄ່າສູງ, ຜົນຕອບແທນທາງເສດຖະກິດໜ້ອຍ ແຕ່ການຈັດສັນທຶນໃສ່ແບບກະແຈກກະຈາຍ ທີ່ຈະພາໃຫ້ເກີດມີໜີ້ສິນໃໝ່ເພີ່ມຂຶ້ນ. ຂະນະທີ່ການແກ້ໄຂໜີ້ສິນໂຄງການພື້ນຖານໂຄງລ່າງ ຈ່າຍອະນຸມັດ ປີ 2022 ແມ່ນ 53.15 ຕື້ກີບ ແກ້ໄຂໄດ້ທັງໝົດ 54 ໂຄງການ. ມາຮອດປັດຈຸບັນ, ໜີ້ຍັງຄ້າງຈຳນວນ 478.95 ຕື້ກີບ ໂດຍລວມແລ້ວຖ້າຄວາມສາມາດໃນການຊຳລະໜີ້ ລະດັບນີ້ໃນແຕ່ລະປີ ອີກ 10 ປີຂ້າງໜ້າ ແຂວງຄໍາມ່ວນຈະສາມາດແກ້ໄຂໜີ້ສິນໃຫ້ຂາດຕົວ.

ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ໄດ້ກ່າວໃນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ເມື່ອບໍ່ດົນຜ່ານມານີ້ວ່າ: ການປະຕິບັດວຽກງານການລົງທຶນ ໃນ 6 ເດືອນ ຂອງແຜນປີ 2022 ຢູ່ແຂວງຄຳມ່ວນ ໄດ້ວາງຄາດໝາຍການລົງທຶນມີປະສິດທິຜົນ, ໜີ້ສິນລົດລົງ ເຊິ່ງການລົງທຶນຂອງລັດ ໄດ້ຈຳກັດໂຄງການລົງທຶນຂອງລັດ ທີ່ມີມູນຄ່າສູງ, ຜົນຕອບແທນທາງເສດຖະກິດໜ້ອຍແຕ່ການຈັດສັນທຶນໃສ່ແບບກະແຈກກະຈາຍ ທີ່ຈະພາໃຫ້ເກີດມີໜີ້ສິນໃໝ່ເພີ່ມຂຶ້ນ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງ ແລະ ສຳນັກງານຫ້ອງການບາງບ່ອນ ທີ່ເຫັນວ່າຍັງບໍ່ມີຄວາມຈຳເປັນແທ້ໆ.

ແຂວງຄຳມ່ວນ

ສຳລັບໂຄງການສະເໜີໃໝ່ ແມ່ນໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເປັນໂຄງການສາມາດຊຳລະໄດ້ຕາມກົດໝາຍ (ຈັດໃນສັດສ່ວນ ສະເໜີໃໝ່ 10%, ສືບຕໍ່ 40% ແລະ ໜີ້ສິນ 50%) ໄດ້ເຂັ້ມງວດໃນການກວດກາຄືນບັນດາໂຄງການທີ່ປະຕິບັດສຳເລັດ 100% ແລະ ໂຄງການທີ່ຍັງບໍ່ທັນສຳເລັດ ເປັນຕົ້ນແມ່ນຂັ້ນຕອນການຈັດຕັ້ງປະຕິບັດໂຄງການ, ລາຄາຫົວໜ່ວຍການກໍ່ສ້າງ ແລະ ການຢັ້ງຢືນຜົນສຳເລັດໂຄງການໃນໄລຍະຜ່ານມາ ຖືກຕ້ອງຕາມເຕັກນິກການກໍ່ສ້າງ ແລະ ລະບຽບກົດໝາຍລະບໍ່, ສະເໜີໂຈະບັນດາໂຄງການທີ່ປະຕິບັດຊັກຊ້າ ຫລື ບໍ່ມີປະສິດທິຜົນ ແລະ ບໍ່ບັນຈຸບັນດາໂຄງການລົງທຶນຂອງລັດ ທີ່ບໍ່ໄດ້ຜ່ານການປະເມີນ ເພື່ອບໍ່ສ້າງໜີ້ສິນໃໝ່.

ຂໍ້ມູນຈາກ: https://cutt.ly/BCyRFNC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply