ການຄົ້ນພົບຮູບພາບແຕ້ມໃນຝາຫີນ ເປັນຮູບແຕ້ມ “ຜີ” ທີ່ມີອາຍຸ 3,500 ປີ ຮູບແຕ້ມຜີທີ່ເກົ່າແກ່ທີ່ສຸດໃນໂລກ ຈາກເມືອງບາບິໂລນ ປະເທດອັງກິດ ຫຼື (British Museum) ໃນຕົວເມືອງລອນດອນ. ພາບດັ່ງກ່າວ ປາກົດຢູ່ເທິງແຜ່ນດິນໜຽວຂະໜາດເທົ່າກັບຝາມື ເຊິ່ງເຜີຍໃຫ້ເຫັນພາບຂອງວິນຍານຜູ້ຊາຍມີໜວດ ລັັກສະນະອົມທຸກ ທີ່ຖືກມັດດ້ວຍເຊືືອກ ແລ້ວຖືກຜູ້ຍິງຄົນໜຶ່ງຈູງໄປສູ່ຍົມມະໂລກ
ລັກສະນະທາງຫຼັງຂອງແຜ່ນດິນໜຽວມີອັກສອນຮູບ (Cuneiform) ເຊິ່ງເປັນລະບົບພາສາບູຮານ ທີ່ໃຊ້ໃນແຖວຕາເວັນອອກກາງ ເຊິ່ງໄດ້ຂຽບັນຍາຍເຖິງພິທີກຳໄລ່ຜີທີ່ອອກມາຫຼອກຫຼອນ ແລະ ລົບກວນຜູ້ຄົນ ໃຫ້ໄດ້ໄປສູ່ສຸຂະຕິ ດ້ວຍການຫາຄູ່ຄອງຜູ້ຍິງໃຫ້.

ພາບແຕ້ມດັ່ງກ່າວຖືກເກັບຮັກສາໄວ້ໃນຄັງເກັບວັດສະດຸບູຮານຂອງ British Museum ມາຕັ້ງແຕ່ສະຕະວັດທີ XIX ແຕ່ກໍມີການແປຂໍ້ຄວາມທີ່ຜິດພາດ ແລະ ຖືກປ່ອຍປະລະເລີຍມາເປັນເວລາດົນນານ. ຈົນມີຜູ້ຊ່ຽວຊານດ້ານອັກສອນ ແລະ ພາກສ່ວນຂອງພິພິທະພັນໄປພົບ ແລະ ເຮັດການສຶກສາໃໝ່. ເຊື່ອວ່າແຜ່ນດິນໜຽວນີ້ເປັນຕຳລາອະທິບາຍເຖິງວິທີການສົ່ງວິນຍານ ທີ່ບໍ່ເພິ່ງປະສົງກັບໄປສູ່ໂລກ ແລະ ໃນອະດີດ ມັນອາດເຄີຍຢູ່ໃນຫ້ອງສະໝຸດເວດມົນທີ່ເຮືອນຂອງໝໍຜີ ຫຼື ໃນສາສະໜາຂອງຄົນໃນເມືອງບາບິໂລນ. ລາວຫວັງວ່າຈະມີການນຳແຜ່ນດິນໜຽວນີ້ອອກຈັດສະແດງໃຫ້ປະຊາຊົນໄດ້ຊົມກັນຕໍ່ໄປ.

ນອກຈາກນີ້ ຜູ່ຊ່ຽວຊານ ຍັງອະທິບາຍການຄົ້ນພົບຄັ້ງນີ້ໃນວີດີໂອໃນພິພິທະພັນວ່າ “ຂ້ອຍເຂົ້າໃຈວ່າທຸກຄົນໃນເມໂສໂປເຕເມຍ ມີຄວາມເຊື່ອໃນເລື່ອງຜີ ແລະ ເຊື່ອວ່າຜູ້ຄົນສະໄໝນັ້ນສົງສານຜີ” ເພາະວິນຍານເຫຼົ່ານີ້ ບໍ່ມີຄວາມສຸກ ແລະ ຕ້ອງໄດ້ຮັບຄວາມຊ່ວຍເຫຼືອດູແລ ເຊິ່ງພາບແຜ່ນດິນໜຽວນີ້ ບັນຍາຍເຖິງຜູ້ຊາຍທີ່ກັບມາໂລກ ເພາະຮູ້ສຶກເຫງົາ ແລະ ໂດດດ່ຽວ ເຊິ່ງພາບດັ່ງກ່າວເຜີຍໃຫ້ເຫັນວ່າມີການຫາຄູ່ຮັກໃຫ້ ເພື່ອນຳລາວໄປສູ່ສຸຂະຕິ.

ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/