ຮຸ້ນຕ່າງໆທີ່ມີຄວາມກ່ຽວຂ້ອງກັບ Bitcoin ໄດ້ມີລາຄາເພີ່ມຂຶ້ນຢ່າງທີ່ບໍ່ເຄີຍມີມາກ່ອນ ຫຼັງຈາກທີ່ລາຄາຫຼຽນໄດ້ມີການປັບຕົວຂຶ້ນສູງໃນອາທິດນີ້


ຫຼັງຈາກທີ່ລາຄາຂອງ Bitcoin ໄດ້ມີການປັບຕົວຂຶ້ນສູງໃນອາທິດນີ້ ສົ່ງຜົນໃຫ້ລາຄາຮຸ້ນທີ່ກ່ຽວຂ້ອງກັບຫຼຽນ Bitcoin ເພີ່ມຂຶ້ນສູງຢ່າງບໍ່ເຄີຍມີມາກ່ອນ. ໂດຍສະເພາະແມ່ນກັບບໍລິສັດ Coinbase ແລະ MicroStrategy ທີ່ໄດ້ເພີ່ມຂຶ້ນແຕະລະດັບສູງສຸດໃນຮອບຫຼາຍອາທິດ, ເຊິ່ງນີ້ສະທ້ອນໃຫ້ເຫັນເຖິງຄວາມກະຕືລືລົ້ນທີ່ເພີ່ມຂຶ້ນໃນອຸດສາຫະກຳ Crypto.

ໂດຍຮຸ້ນຂອງ Coinbase ກະດານເທຣດ crypto ໄດ້ມີການເພິ່ມຂຶ້ນ 3.42% ໃນຂະນະທີ່ຮຸ້ນຂອງບໍລິສັດ MicroStrategy ທີ່ຖືຄອງ Bitcoin ຫຼາຍທີ່ສຸດໃນໂລກມີການເພີ່ມຂຶ້ນເຖິງ 9% ຈາກກຣາຟປະຈຳວັນ. ເຖິງແມ່ນວ່າບໍລິສັດ MicroStrategy ຈະຂາດທຶນໃນການສະສົມ Bitcoin ມາເປັນເວລາຍາວນານ, ແຕ່ຫຼັງຈາກທີ່ລາຄາຂອງຫຼຽນໄດ້ເພີ່ມຂຶ້ນ ມັນກໍໄດ້ເຮັດໃຫ້ບໍລິສັດກັບມາມີກໍາໄລຈາກການຖືຫຼຽນໄດ້ອີກຄັ້ງ.

ໃນປັດຈຸບັນ ບໍລິສັດ MicroStrategy ໄດ້ຖືຄອງ Bitcoin ຈຳນວນ 158,245 BTC ເຊິ່ງຊື້ມາໃນລາຄາ 4.68 ຕື້ໂດລາໃນລາຄາສະເລ່ຍ 29,582 ໂດລາຕໍ່ຫຼຽນ. ຫຼັງຈາກທີ່ລາຄາ Bitcoin ຂຶ້ນໄປແຕະລະດັບ 35,000 ໂດລາກໍໄດ້ເຮັດໃຫ້ມູນຄ່າຂອງ Bitcoin ທີ່  MicroStrategy ຖືຢູ່ເປັນ 5.5 ຕື້ໂດລາ. ໂດຍບໍລິສັດໄດ້ເຮັດກຳໄລທີ່ຍັງບໍ່ທັນໄດ້ເກີດຂຶ້ນຈິງເກືອບ 1 ຕື້ໂດລາ.

ນອກຈາກ 2 ບໍລິສັດທີ່ກ່າວມາແລ້ວ, ການເພີ່ມຂຶ້ນຂອງລາຄາ Bitcoin ຍັງໄດ້ສົ່ງຜົນຕໍ່ຮຸ້ນທີ່ກ່ຽວຂ້ອງກັບ Bitcoin ຄື Bitcoin Riot Blockchain ໂດຍເພີ່ມຂຶ້ນ 11,69% , ໃນຂະນະທີ່ Marathon Digital Holdings ເພີ່ມຂຶ້ນຫຼາຍເຖິງ 14.6%.

ເຊິ່ງສາເຫດອີກ 1 ປະການທີ່ເຮັດໃຫ້ຮຸ້ນເຫຼົ່ານີ້ເພິ່ມຂຶ້ນແມ່ນມາຈາກການ Halving ທີ່ກຳລັງຈະມາເຖິງ. ໂດຍເຫດການ Halving ນັ້ນຈະເຮັດໃຫ້ຮາງວັນໃນການຂຸດຫຼຽນຕໍ່ບລັອກຫຼຸດລົງຈາກ 6.25 BTC ເຫຼືອພຽງ 3.125 BTC ສົ່ງຜົນໃຫ້ຫຼຽນມີຄວາມຕ້ອງການຫຼາຍຂຶ້ນ. ເຊິ່ງນີ້ສົ່ງຜົນໃຫ້ຮຸ້ນທີ່ກ່ຽວຂ້ອງກັບການຂຸດ Bitcoin ມີການເພີ່ມຂຶ້ນຫຼາຍເມື່ອທຽບເປັນລາຍປີ (YTD) ເຊັ່ນ: Cipher Mining ມີກໍາໄລເພີ່ມຂຶ້ນ 356%, Northern Data ມີກໍາໄລຫຼາຍກວ່າ 291.40% ແລະ Riot Platforms ມີກໍາໄລເຖິງ 163.10%, ໃນຂະນະທີ່ Bitcoin ສາມາດເຮັດກໍາໄລ YTD ໄດ້ພຽງ 86%. ທັງນີ້ຍັງມີບໍລິສັດອື່ນໆອີກເຊັ່ນ: Hut 8 Mining, Iris Energy, Bitfarms, Marathon Digital, ແລະ Hive Technologies ລ້ວນແຕ່ມີອັດຕາການເຕີບໂຕເກີນ 100% ໃນປີ 2023.

ທີ່ມາ:

cryptointelligence

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/