G-Dragon ອອກມາປະຕິເສດການໃຊ້ສິ່ງເສບຕິດ ພ້ອມໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່


G-Dragon ແຣັບເປີຊື່ດັງແຫ່ງວົງ BIGBANG ໄດ້ອອກມາປະຕິເສດລາຍງານການໃຊ້ສິ່ງເສບຕິດຂອງຕົນເອງ ພ້ອມກັບສັນຍາວ່າຈະໃຫ້ຄວາມຮ່ວມມືຢ່າງເຕັມທີ່ ໃນການສືບສວນໃນຄັ້ງນີ້ ໂດຍໃນຕອນນີ້ຍັງຢູ່ໃນຂັ້ນຕອນການສືບສວນຫາຄວາມຈິງ.

ສືບເນື່ອງມາຈາກວັນທີ 25 ຕຸລາ 2023 ທີ່ຜ່ານມາ G-Dragon ແຣັບເປີຊື່ດັງແຫ່ງວົງ BIGBANG ໄດ້ຖຶກສຳນັກງານຕຳຫຼວດນະຄອນບານອິນຊອນ ເຂົ້າທຳການສອບສວນໂດຍຍັງບໍ່ມີການຄວບຄຸມຕົວໃນຂໍ້ຫາໃດໆ.

ໃນທາງຂອງຕຳຫຼວດເອງກໍໄດ້ອອກມາລະບຸວ່າ ພວກເຂົາເອງກໍບໍ່ສາມາດເປີດເຜີຍລາຍລະອຽດຕ່າງໆທີ່ເປັນຮູບປະທຳໄດ້ ອັນເນື່ອງມາຈາກຄະດີນີ້ຍັງຢູ່ໃນລະຫວ່າງການສວບສວນຫາຄວາມຈິງ ພວກເຂົາຈຳເປັນຕ້ອງຊີ້ແຈງວ່າເປັນຄະດີທີ່ຈະແຍກແບບບໍ່ກ່ຽວຂ້ອງກັບ Lee Sun Kyun ທີ່ກຳລັງຖືກສອບສວນຢູ່ໃນເວລານີ້ກ່ຽວກັບການໃຊ້ສິ່ງເສບຕິດ.

ວັນທີ 27 ຕຸລາ 2023 ທາງທະນາຍຄວາມຂອງ G-Dragon ໄດ້ອອກຖະແຫຼງການປະຕິເສດເປັນທາງການວ່າສິລະປິນນັ້ນບໍ່ໄດ້ເສບຢາ ເຊິ່ງ G-Dragon ກໍໄດ້ອອກມາລະບຸວ່າ “ປະການທຳອິດບໍ່ມີຄວາມຈິງກ່ຽວກັບຄຳກ່າວອ້າງທີ່ໄດ້ລະບຸວ່າ ຂ້ອຍນັ້ນເສບຢາ ນອກຈາກນີ້ຂ້ອຍບໍ່ມີສ່ວນກ່ຽວຂ່ອງໃດໆເລຍ ຢ່າງໃດກໍຕາມຂ້ອຍຈະໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຢ່າງເຕັມທີ່”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/