ຮັກກັນຊົ່ວນິລັນດອນ! ໂຄງກະດູກຄູ່ຮັກນອນກອດກັນ ອາຍຸຫຼາຍກວ່າ 1,600 ປີ


ເມື່ອອາທິດທີ່ຜ່ານມາ ສຳນັກຂ່າວທີ່ມີຊື່ສຽງຂອງປະເທດຈີນທີ່ມີຊື່ວ່າ “ຊິນຫົວ” ໄດ້ລາຍງານວ່າ: ນັກບູຮານຄະດີຂອງຈີນ ພ້ອມດ້ວຍ ນັກວິໄຈຈາກຕ່າງປະເທດ ໄດ້ຄົ້ນພົບ ຂຸມຝັງສົບທີ່ມີໂຄງການດູກຂອງຄູ່ຮັກຈຳນວນຫຼາຍ ຢູ່ທີ່ບໍລິເວນທາງຕອນເໜືອຂອງປະເທດຈີນ ຫຼື ທີ່ເມືອງຕ້າຖົງ, ມົນທົນຊານຊີ ເຊິ່ງການລາຍງານຂອງນັກບູຮານຄະດີໄດ້ຄາດການວ່າ ຂຸມຝັງສົບດັ່ງກ່າວແມ່ນເປັນຂອງ ຄູ່ຮັກຍິງຊາຍໃນສະໄມລາດຊະວົງເວີ່ຍ ຊຸມປີ ຄສ. 386-534 ໂດຍລວມແລ້ວມີອາຍຸຫຼາຍກວ່າ 1,600ປີ.

ສຳລັບຮູບແບບຂອງໂຄງກະດູກຂອງທັງສອງ ແມ່ນມີລັກສະນະນອນກອດກັນຢູ່ໃນໂລງດຽວ ເຊິ່ງແຂນຂອງຝ່າຍຊາຍກໍກອດແອວຂອງຝ່າຍຍິງ ສ່ວນຝ່າຍຍິງກໍແມ່ນນອນແນບບ່າຂອງຝ່າຍຊາຍ. ນອກຈາກນັ້ນ, ນັກຄົ້ນຄວ້າຍັງສັງເກດເຫັນ ແຫວນເງິນຢູ່ທີ່ນິ້ວນາງຂອງຝ່າຍຍິງນຳອີກ ຈົນບາງຄົນຂະໜານນາມຂຸມຝັງສົບນີ້ວ່າ “ຂຸມສົບກອດກັນຊົ່ວນິລັນດອນ”.

ໃນປະຫວັດສາດ, ເມືອງຕ້າຖົງໃນສະໄໝລາດຊະວົງເວີ່ຍແມ່ນມີເລື່ອງເລົ່າອັນຍາວນານ ແລະ ມີຄວາມໂດດເດັ່ນທາງດ້ານວັດທະນະທຳຊົນເຜົ່າຕ່າງໆ, ເຊິ່ງໜຶ່ງໃນບາງວັດທະນະທຳແມ່ນ ມີຄວາມກ່ຽວພັນກັບຄວາມຮັກເປັນຢ່າງດີ ແລະ ສືບທອດກັນມາຮຸ່ນສູ່ຮຸ່ນ. ພ້ອມກັນນັ້ນ, ປະຊາຊົນຍັງຖືການໃສ່ແຫວນທີ່ນິ້ວນາງເບື້ອງຊ້າຍກໍແມ່ນສະແດງອອກເຖິງຄວາມຮັກຫຼາຍກວ່າການເປັນເຄື່ອງປະດັບອີກພ້ອມ. ທັງໝົດນັ້ນ, ສະແດງອອກເຖິງຄວາມຫຼາກຫຼາຍຂອງການຢູ່ຮ່ວມກັນຂອງຫຼາຍຊາດພັນ ແລະຊົນເຜົ່າໃນສະໄໝກ່ອນ.

ນອກຈາກ ສປຈີນແລ້ວ ການຄົ້ນພົບຂຸມສົບຄູ່ຮັກຍັງສາມາດພົບເຫັນໄດ້ໃນຫຼາຍປະເທດເຊັ່ນ: ຂຸມຝັງສົບຄູ່ຮັກວານດາໂລ (Lovers of Valdaro) ຂອງປະເທດອີຕາລີ ແລະ ໂຄງກະດູກກອດກັນຂອງ ອະເລໂພທຣີພາ (Embracing Skeletons of Alepotrypa) ໃນເກຣັກ.

ທີ່ມາ: https://bit.ly/3zjmj9j

ພາບ: Artnet news, PressWire18

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/