ນິວຊີແລນ ອອກກົດໝາຍຕໍ່ຕ້ານການບັງຄັບໃຫ້ປ່ຽນແປງອັດຕະລັກທາງເພດຂອງກຸ່ມ LGBTQ+


ນິວຊີແລນໄດ້ປະກາດອອກກົດໝາຍຕໍ່ການບັງຄັບການປ່ຽນອັດຕະລັກທາງເພດຂອງກຸ່ມ LGBTQ+ ທຸກຮູບແບບໂດຍບອກວ່າ ການກະທຳດັ່ງກ່າວບໍ່ສົມຄວນຢູ່ໃນນິວຊີແລນສະໄໝໃໝ່.

Conversion Therapy ການບຳບັດໂດຍການປ່ຽນແປງນັ້ນ ສ່ວນໃຫຍ່ຈະຖືກປະຕິບັດໂດຍກຸ່ມຄົນທີ່ເຄັ່ງຄັດໃນສາສະໜາ ໃນຄວາມເຊື່ອວ່າມັນຈະຊ່ວຍ “ຮັກສາ” ໃນລັກສະນະເພດ,​ ການສະແດງອອກທາງເພດ ຫຼື ລັກສະນະຂອງ LGBTQ+.

ການປ່ຽນແປງອັດຕະລັກເພດ ຫຼື ລັກສະນະເພດຂອງຄົນຄົນໜຶ່ງ ອາດໃຊ້ການບຳບັດໂດຍການສົນທະນາ, ສະກົດຈິດ, ການໃຫ້ອົດເຂົ້າ ໄປຈົນຮອດການໃຊ້ກະແສໄຟຟ້າ ຫຼືໃນກໍລະນີຮ້າຍແຮງແມ່ນການຂົ່ມຂືນ ສຳລັບຜູ້ຍິງເລສບ້ຽນ ເຊິ່ງເຫດການດັ່ງກ່າວເຄີຍເກີດຂຶ້ນມາກ່ອນແລ້ວ.

ກົດໝາຍດັ່ງກ່າວຈະມີຜົນຕໍ່ຜູ້ທີ່ມີຄວາມຕ້ອງການຈະປ່ຽນແປງໃຫ້ກັບຜູ້ອື່ນໃນອາຍຸທີ່ຕໍ່ຳກວ່າ 18, ຫຼືຕໍ່ຜູ້ທີ່ມີສ່ວນຮ່ວມໃນການຕັດສິນໃຈ ຈະໄດ້ຮັບໂທດຈຳຄຸກ 3 ປີ. ​ໃນກໍລະນີທີ່ການກະທຳດັ່ງກ່າວມີຜົນກະທົບຮ້າຍແຮງ ໂດຍບໍ່ວ່າຈະກະທຳຕໍ່ຄົນອາຍຸໃດ, ຈະຕ້ອງໄດ້ຮັບໂທດຈຳຄຸກເຖິງ 5 ປີ.

ກົດໝາຍຕໍ່ຕ້ານ ການບຳບັດໂດຍການປ່ຽນແປງໄດ້ຮັບແຮງຊຸກຍູ້ຈາກທົ່ວໂລກບໍ່ວ່າຈະເປັນ ແຄນນາດາ, ອັງກິດ, ອອສເຕເລຍ…

ນິວຊີແລນມີອັດຕາການຂ້າຕົວຕາຍຂອງໄວໜຸ່ມຫຼາຍທີ່ສຸດໃນກຸ່ມ OECD (ກຸ່ມປະເທດທີ່ຢູ່ໃນອົງການການຮ່ວມມືທາງເສດຖະກິດ ແລະ ພັດທະນາ), ໃນນັ້ນ ກຸ່ມ LGBTQ+ ມີອັດຕາສູງທີ່ສຸດ. ການມີກົດໝາຍຕໍ່ຕ້ານນີ້ຈະຊ່ວຍປົກປ້ອງໃຫ້ໄວໜຸ່ມໄດ້ມີອິດສະຫຼະໃນການເປັນຕົວຂອງຕົນເອງ ພ້ອມທັງໄດ້ພິສູດໃຫ້ເຫັນວ່າປະເທດໄດ້ກ້າວເຂົ້າມາຢູ່ໃນຍຸກສະໄໝໃໝ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/