ຕາລີບັນຫ້າມປະຊາຊົນອົບພະຍົບອອກຈາກປະເທດ


ໃນວັນທີ 24 ສິງຫາທີ່ຜ່ານມານີ້ ກຸ່ມຕາລີບັນໄດ້ປະກາດຫ້າມຄົນອັບການິສຖານອົບພະຍົບອອກຈາກປະເທດ ພ້ອມທັງເຕືອນສະຫະລັດອາເມຣິກາໃຫ້ຮີບຖອນກຳລັງຕາມທີ່ໄດ້ໃຫ້ການປະກາດໄວ້ ເຊິ່ງທາງປະທານາທິບໍດີຂອງສະຫະລັດອາເມຣິກາ, ໂຈ ໄບເດນ ກໍໄດ້ຮັບປາກຈະປະຕິບັດການຖອນກຳລັງຕາມເວລາທີ່ໄດ້ກ່າວໄວ້ ພຽງແຕ່ໃຫ້ກຸ່ມຕາລີບັນບໍ່ເຂົ້າມາຂັດຂວາງການອົບພະຍົບທີ່ກຳລັງດຳເນີນຢູ່.

Zabiullah Mujahid ຕົວແທນຂອງກຸ່ມຕາລີບັນໄດ້ໃຫ້ການອອກມາຖະແຫຼງວ່າ ຂະນະທີ່ປະຊາຊົນສັນຊາດຕ່າງປະເທດສາມາດເດີນທາງໄປກັບໄດ້ ນອກຈາກຄົນອັບການິສຖານເອງ ແລະ ໄດ້ປະກາດໃຫ້ກຸ່ມຄົນອັບການິສຖານທີ່ໄດ້ເດີນທາງໄປສະໜາມບິນເມື່ອບໍ່ດົນນີ້ກັບມາ ໂດຍຮັບປາກພວກເຂົາຈະບໍ່ໄດ້ຮັບການຖືກລົງໂທດຈາກຜູ້ນຳ.

Mujahid ເສີມວ່າບໍ່ອະນຸຍາດໃຫ້ແພດໝໍ ແລະ ນັກວິຊາການອອກຈາກປະເທດ, ພວກເຂົາຈະຕ້ອງຢູ່ປະຕິບັດຕາມໜ້າວຽກຂອງຕົນ.

A US Air Force air crew prepares to load evacuees aboard a C-17 Globemaster III transport aircraft at Hamid Karzai International Airport in Kabul on August 21.

ສຳລັບຖ້ຽວບິນທີ່ປະຊາຊົນອັບການິສຖານໄດ້ອົບພະຍົບໄປໃນມື້ທີ່ກຸ່ມຕາລີບັນໄດ້ຍຶດປະເທດຕ່າງກໍແມ່ນນັກວິຊາການ ໂດຍສະເພາະແມ່ນຜູ້ຍິງ ເນື່ອງຈາກວ່າໃນສະໄໝກ່ອນທີ່ກຸ່ມຕາລີບັນເຄີຍໄດ້ປົກຄອງປະເທດ, ຜູ້ຍິງໃນອັບການິສຖານບໍ່ໄດ້ຮັບອະນຸຍາດໃຫ້ຮັບການສຶກສາ ຫຼື ເຮັດວຽກ.

ທາງ The Pentagon ໄດ້ໃຫ້ຂໍ້ມູນວ່າສຳລັບປະຊາຊົນອັບການິສຖານທີ່ໄດ້ອົບພະຍົບມາແລ້ວນັ້ນ ພວກເຂົາຈະຖືກຍ້າຍໄປຢູ່ສະຖານທີ່ປອດໄພຕ່າງໆທີ່ກະແຈກກະຈາຍອອກໄປເຊັນ: ລັດວິຊຄອນຊິນ (Wisconsin), ເວີຈິເນຍ (Virginia), ນິວເຈີຊີ (New Jersey) ແລະ ເທັກຊັສ (Texas)

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/