Xiaomi Mi Pad 5 Series Tablet ຮຸ່ນໃໝ່ທີ່ມາພ້ອມກັບຄວາມສາມາດຄົບຖ້ວນ ແລະ ສວຍງາມ


Xiaomi Mi Pad 5 Series Tablet ຮຸ່ນໃໝ່ທີ່ມາພ້ອມກັບຊິບເຊັດ Snapdragon 860/870, ຍັງມາພ້ອມກັບ Keyboard Case ແລະ ບິກ Mi Pen ທີ່ພັດທະນາເພື່ອມາໃຊ້ກັບ Tablet ຂອງ Xiaomi ໂດຍສະເພາະ.

Xiaomi Mi Pad 5 Series ມີຢູ່ 2 ຮຸ່ນຄື: Mi Pad 5 ແລະ Mi Pad 5 Pro ເຊິ່ງທັງ 2 ຮຸ່ນກໍມີໜ້າຈໍ LCD ຄວາມລະອຽດລະດັບ 2.5K ຂະໜາດ 11 ນິ້ວ. ສຳລັບຊິບເຊັດແມ່ນ Mi Pad ໃຊ້ Snapdragon 860 ແຕ່ Mi Pad 5 Pro ໃຊ້ Snapdragon 870 ແລະ ມາພ້ອມກັບລະບົບລະບາຍຄວາມຮ້ອນຂະໜາດໃຫຍ່.

ສຳລັບດ້ານລະບົບສຽງກໍມີຄວາມແຕກຕ່າງກັນໂດຍທີ່ Mi Pad 5 ຈະມີລຳໂພງ 4 ຕົວ ແລະ ຮຸ່ນ Pro ຈະເປັນລະບົບສຽງແບບ Surround ຮອບທິດທາງດ້ວຍລຳໂພງ 8 ຕົວ ໂດຍທັງ 2 ຮຸ່ນຈະຮອງຮັບອຸປະກອນເສີມນັ້ນກໍຄືຄີບອດ ແລະ ບິກ. Keyboard Case ຈະມີປຸ່ມໃຊ້ງານເຖິງ 63ປຸ່ມ ທີ່ສາມາດໃຊ້ງານຄືກັບເປັນ Laptop ໄດ້. ເຮົາສາມາດແຕ້ມ  ແລະຂີດຂຽນໄດ້ດ້ວຍ Mi Pen ທີ່ສາມາດຮອງຮັບແຮງກົດໄດ້ເຖິງ 4,096 ລະດັບ ມີນ້ຳໜັກເບົາ ແລະ ຮູບຊົງທີ່ເຮັດໃຫ້ຈັບໄດ້ຢ່າງສະດວກ.

ຂໍ້ມູນສະເປັກຂອງ Xiaomi Mi Pad 5 ແລະ Mi Pad 5 Pro

  • ຈໍສະແດງຜົນ WQXGA 16:10 ຂະໜາດ 11 ນິ້ວ (2560×1600) ພ້ອມອັດຕາການຣີເຟສ 120Hz , ອັດຕາການສຳຜັດ Touch Sampling Rate 240Hz, HDR 10, Dolby Vision, ໜ້າຈໍສີ TrueTone , ການລົດຄ່າແສງສີຟ້າຂອງລະດັບຮາດແວຣ໌ TUV Rheinland
  • Mi Pad 5 ຊິບເຊັດ Snapdragon 860 7nm Octa-Core ຄວາມໄວ 2.96 GHz ມາພ້ອມກັບ Adreno 640 GPU
  • Mi Pad 5 Pro ຊິບເຊັດ Snapdragon 870 7nm Octa Core (1 x 3.2GHz + 3 x 2.42GHz + 4 x 1.8GHz Hexa) ມາພ້ອມກັບ Adreno 650 GPU
  • RAM: 6GB/8 GB LPDDR4X (LPDDR5 in Pro)
  • ROM: 128GB / 256GB UFS 3.1
  • Mi Pad 5: ກ້ອງຫຼັງ 13 + 5 ລ້ານພິກເຊລ (Depth Sensor)
  • Mi Pad 5 Pro: 50 + 5 ລ້ານພິກເຊລ, ເຊັນເຊີ 1/2.5 ນິ້ວ + Depth Sensor, ສາມາດບັນທຶກວິດີໂອລະດັບ 4K
  • ກ້ອງໜ້າ 8 ລ້ານພິກເຊລ
  • Mi Pad 5 ຂະໜາດ: 254.69×166.25mmx6.85mm
  • ນ້ຳໜັກ: 511 ກຣາມ
  • Mi Pad 5 Pro ຂະໜາດ: 254.69×166.25×6.86 ມມ.
  • ນ້ຳໜັກ: 515 ກຣາມ (Mi Pad 5 Pro 5G ນ້ຳໜັກ 518 ກຣາມ)
  • ພ໊ອດ: USB Type-C
  • ລຳໂພງ 4ຕົວໃນ Mi Pad 5
  • ລຳໂພງ 8 ຕົວໃນ Mi Pad 5 Pro
  • ຮອງຮັບ 5G SA / NSA, 4G LTE
  • Wi-Fi 802.11 ac / ax (2.4GHz + 5GHz)
  • Bluetooth 5.0 (5.2 ໃນຮຸ່ນ Pro)
  • GPS / GLONASS / BeiDou / GALILEO / QZSS
  • Mi Pad 5 – ແບັດເຕີຣີ່ 8720 mAh ພ້ອມລະບົບສາກໄວ 33W (0 ຮອດ 100% ພາຍໃນ 91 ນາທີ)
  • Mi Pad 5 Pro – ແບັດເຕີຣີ່ 8600 mAh ພ້ອມລະບົບສາກໄວ 67W (0 ຮອດ 100% ໃນ 67 ນາທີ)
  • ລະບົບປະຕິບັດການ: Android 11 + MIUI 12.5

ຂໍ້ມູນຈາກ:​ https://bit.ly/3DeP6hA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/