ອົງການ UNICEF ສືບຕໍ່ສະໜັບສະໜູນ ໃນການພັດທະນາທຶນມະນຸດໃນ ສປປ ລາວ

UNICEF

ວັນທີ 24 ຕຸລາ 2022 ຜູ້ອໍານວຍການ ອົງການຢູນິເຊັບ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ, ທ່ານນາງ ເດໂບຣາ ໂຄມິນີ (Debora Comini), ໄດ້ເຂົ້າຢ້ຽມຄຳນັບ ພະນະທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ, ໂດຍເປັນການຢ້ຽມຢາມ ສປປ ລາວ ຄັ້ງທໍາອິດຂອງ ທ່ານນາງ ເດໂບຣາ ໂຄມິນີ ໃນຖານະຜູ້ອໍານວຍການ ອົງການຢູນິເຊັບ ປະຈໍາພາກພື້ນ.

ທ່ານນາງ ເດໂບຣາ ໂຄມິນີ ໄດ້ມາຢ້ຽມຢາມ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມລະດັບພາກພື້ນຂອງ ອົງການຢູນິເຊັບ, ເຊິ່ງເປັນກອງປະຊຸມລະດັບຂັ້ນສູງລະຫວ່າງບັນດາຜູ້ນຳພາກພື້ນ ເພື່ອປຶກສາຫາລືກ່ຽວກັບສະພາບການຂອງເດັກໃນພາກພື້ນ ແລະ ວິທີແກ້ໄຂບັນຫາທີ່ພວກເຂົາກຳລັງປະເຊີນຢູ່ໃນປັດຈຸບັນ. ກອງປະຊຸມດັ່ງກ່າວແມ່ນໄດ້ຮັບການເປັນເຈົ້າພາບໂດຍ ສປປ ລາວ ໃນປີນີ້ ແລະ ໃນລະຫວ່າງການຢ້ຽມຢາມ ສປປ ລາວ, ທ່ານນາງ ເດໂບຣາ ໂຄມິນີ ກໍຈະໄດ້ເຂົ້າພົບກັບບັນດາຜູ້ນຳຂອງ ສປປ ລາວ.

UNICEF

ໃນການເຂົ້າພົບຄັ້ງນີ້, ທ່ານນາງ ພອນວັນ ອຸທະວົງ ໄດ້ຕ້ອນຮັບ ທ່ານນາງ ເດໂບຣາ ໂຄມິນີ ມາຍັງ ສປປ ລາວ ຢ່າງເປັນທາງການ ເເລະ ໄດ້ສະເເດງຄວາມຂອບໃຈຕໍ່ ອົງການຢູນິເຊັບ ສຳລັບການສະໜັບສະໜູນໃນການພັດທະນາທຶນມະນຸດຂອງ ສປປ ລາວ, ພ້ອມຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການພັດທະນາທຶນມະນຸດຕໍ່ການກະກຽມ ສປປ ລາວ ສຳລັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ 2026 ອີກເຊັ່ນດຽວກັນ.

ທ່ານນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: “ການປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍຍັງມີຄວາມສຳຄັນທີ່ສຸດຕໍ່ກັບພັດທະນາທຶນມະນຸດຂອງ ສປປ ລາວ. ພວກເຮົາຂໍຂອບໃຈ ອົງການຢູນິເຊັບ ສໍາລັບການສະໜັບສະໜູນໃນການແກ້ໄຂບັນຫາທີ່ຮີບດ່ວນທີ່ສຸດທີ່ເດັກນ້ອຍກຳລັງປະເຊີນຢູ່, ບໍ່ວ່າຈະເເມ່ນ ວິກິດດ້ານການຮຽນຮູ້ທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19 ຈົນເຖິງສິ່ງທ້າທາຍອື່ນໆທີ່ກ່ຽວຂ້ອງກັບສຸຂະພາບ ແລະ ໂພຊະນາການທີ່ສຳຄັນຕໍ່ການຈະເລີນເຕີບໂຕຂອງເດັກ.”

UNICEF

ທ່ານນາງ ເດໂບຣາ ໂຄມິນີ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ຂອບໃຈກະຊວງແຜນການ ແລະ ການລົງທຶນ ທີ່ໄດ້ໃຫ້ການຮ່ວມມືຢ່າງໃກ້ຊິດກັບ ອົງການຢູນີເຊັບ ໃນການພັດທະນາ ແຜນງານການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ສົກປີ 2022-2026, ເຊິ່ງກໍານົດຂອບເຂດວຽກງານບູລິມະສິດລະຫວ່າງທັງສອງພາກສ່ວນສໍາລັບຫ້າປີຂ້າງຫນ້າ.

ທ່ານນາງ ເດໂບຣາ ໂຄມິນີ ໄດ້ກ່າວວ່າ: “ສປປ ລາວ ໄດ້ສ້າງຄວາມຄືບໜ້າໃນການຕອບສະໜອງຕົວຊີ້ວັດດ້ານການ ພັດທະນາມະນຸດ, ລວມເຖີງບັນດາຕົວຊີ້ບອກທີ່ກ່ຽວຂ້ອງກັບການສຶກສາ, ເຊິ່ງໄດ້ຊ່ວຍສ້າງຄວາມພ້ອມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ອົງການຢູນິເຊັບ ຈະສືບຕໍ່ຮ່ວມມືກັບລັດຖະບານເເຫ່ງ ສປປ ລາວ ເພື່ອພັດທະນາແຫຼ່ງທຶນມະນຸດຂອງປະເທດ, ເສີມສ້າງຄວາມຮູ້ ແລະ ຄວາມສາມາດຂອງເດັກນ້ອຍລາວ ເພື່ອໃຫ້ພວກເຂົາສາມາດບັນລຸທ່າແຮງຂອງພວກເຂົາ ແລະ ສະໜັບສະໜູນການຟື້ນຟູຊີວິດຂອງເດັກນ້ອຍຈາກຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19.”

ທ່ານນາງ ເດໂບຣາ ໂຄມິນີ ໄດ້ຮັບການແຕ່ງຕັ້ງເປັນ ຜູ້ອໍານວຍການ ອົງການຢູນິເຊັບ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໃນວັນທີ 3 ພະຈິກ 2021. ກ່ອນທີ່ຈະຮັບຕຳແໜ່ງດັ່ງກ່າວ, ທ່ານນາງ ເດໂບຣາ ໂຄມິນີ ຍັງໄດ້ດຳລົງ ຕຳແໜ່ງລະດັບສູງຫຼາຍຕຳແໜ່ງທີ່ຫຼາຍໆປະເທດ, ລວມເຖິງປະເທດ ອິນໂດເນເຊຍ, ນິກຄາຣາກົວ ແລະ ເວເນຊູເອລາ.

ທີ່ມາ: https://cutt.ly/RNrJ78g

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/