ມອບເງິນສົດຫຼາຍກວ່າ 2.000 ລ້ານກີບ ແລະ ຊັບສິນອີກຫຼາຍລາຍການ ທີ່ສານຕັດສິນຮິບເປັນຂອງລັດ ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ

ມອບເງິນສົດຫຼາຍກວ່າ 2.000 ລ້ານກີບ

ເພື່ອເປັນການປະຕິບັດຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 07/ນຍ, ລົງວັນທີ 05 ເມສາ 2017 ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ແລະ ຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ, ລົງວັນທີ 4 ມີນາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເຕົ້າໂຮມຊັບສິນທີ່ເຈົ້າໜ້າທີ່ຢຶດ, ອາຍັດ ແລະ ສານຕັດສິນຮິບເປັນຂອງລັດ.

ສະນັ້ນ, ໃນວັນທີ 21 ຕຸລາ 2022 ທີ່ຜ່ານມານີ້ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ມອບເງິນສົດຫຼາຍກວ່າ 2.490 ລ້ານກີບ ແລະ ຊັບສິນອີກຫຼາຍລາຍການ ທີ່ສານຕັດສິນຮິບເປັນຂອງລັດ (ສະເພາະຢູ່ນະຄອນຫຼວງວຽງຈັນ) ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ເພື່ອນໍາໄປຂຶ້ນບັນຊີເປັນຂອງລັດ ແລະ ມອບເງິນເຂົ້າງົບປະມານຂອງລັດຕາມກົດໝາຍ ແລະ ລະບຽບການ.

ມອບເງິນສົດຫຼາຍກວ່າ 2.000 ລ້ານກີບ

ໂດຍຕາງໜ້າເຊັນບົດບັນທຶກມອບ-ຮັບຂອງ ທ່ານ ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ. ນອກນັ້ນຍັງມີ ຄະນະກໍາມະການຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ, ຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ພະແນກຍຸຕິທໍານະ ຄອນຫຼວງວຽງຈັນ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ມອບເງິນສົດຫຼາຍກວ່າ 2.000 ລ້ານກີບ

ສຳລັບຊັບສິນທີ່ສານຕັດສິນຮິບເປັນຂອງລັດມອບ-ຮັບປະກອບມີ: ທີ່ດິນພ້ອມເຮືອນຈໍານວນ 8 ຕອນ, ໄມ້ແປຮູບຈໍານວນ 92 ໂຕ, ລົດໃຫຍ່ຈໍານວນ 12 ຄັນ, ລົດຈັກຈໍານວນ 19 ຄັນ, ວັດຖຸມີຄ່າຈໍານວນ 43 ລາຍການໃນ 17 ຄະດີ; ເງິນສົດ. ໃນນີ້, ເງິນກີບຈຳນວນ 2.103 ລ້ານກີບ, ເງິນບາດໄທຈຳນວນ 698.680 ບາດ, ເງິນໂດລາສະຫະລັດຈຳນວນ 4.202 ໂດລາສະຫະລັດ, ເງິນຢວນຈຳນວນ 50 ຢວນ, ເງິນດົງ ຈຳນວນ 10.000 ດົງ.

ມອບເງິນສົດຫຼາຍກວ່າ 2.000 ລ້ານກີບ

ໂດຍຕາງໜ້າເຊັນບົດບັນທຶກມອບຂອງທ່ານ ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ຕາງໜ້າເຊັນບົດບັນທຶກຮັບຂອງທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ, ພ້ອມດ້ວຍພະນັກວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ມອບເງິນສົດຫຼາຍກວ່າ 2.000 ລ້ານກີບ

ໃນທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າຄະນະທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ, ລົງວັນທີ 4 ມີນາ 2022 ຈະໄດ້ສືບຕໍ່ລົງກວດກາເກັບກໍາຂໍ້ມູນຊັບສິນທີ່ຮິບເປັນຂອງລັດຢູ່ບັນດາແຂວງ, ເພື່ອນໍາເອົາຊັບສິນມາເຕົ້າໂຮມຂຶ້ນບັນຊີເປັນຊັບສິນຂອງລັດຕາມກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ລະບຽບການ.

ຂອບໃຈຂໍ້ມູນຈາກ: https://cutt.ly/ENr1nt9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/