ຢູ່ໃກ້ກັນໂພດ! ນັກເຕະໃນໄທລີກ ຢຸດຫຼິ້ນ ແລ້ວຫັນມາໂວຍ ຄິດວ່າກຳມະການຍົກທຸງລໍ້າໜ້າ ຄວາມຈິງແມ່ນ ຄູເຝິກເປັນຄົນຍົກມືຟ້ອງ

ນັກເຕະໃນໄທລີກ

ກິລາບານເຕະ ຖືເປັນກິລາທີ່ຕ້ອງໃຊ້ໄຫວພິບ ສັນຊາດຕະຍານສູງ ຄິດໄວເຮັດໄວ ຈົນບາງເທື່ອການໃຊ້ສັນຊາດຕະຍານກໍເປັນຕົ້ນເຫດຂອງຄວາມຜິດພາດໄດ້ ຄືກັນກັບ ທຣິສຕອງ ໂດ ແບັກຂວາຂອງສະໂມສອນ ແບັງຄັອກ ຢູໄນເຕັດ ທີ່ຢຸດຫຼິ້ນໃນຈັງຫວະທີ່ກຳລັງຈະສວນກັບ ແລ້ວຫັນມາໂວຍໃຫ້ກຳມະການ ກ່ອນທີ່ຈະຮູ້ວ່າຄົນທີ່ຍົກມືຂຶ້ນນັ້ນ ບໍ່ແມ່ນກຳມະການ.

ນັກເຕະໃນໄທລີກ

ໂດຍໃນການແຂ່ງຂັນ ໄທລີກ ວັນທີ 23 ຕຸລາ ເກມທີ່ ແບັງຄັອກຢູໄນເຕັດ ເປີດບ້ານພົບກັບ ບີຈີ ປະທຸມ ຢູໄນເຕັດ ໃນນາທີ 25 ຂອງເກມ ສະໂມສອນ ທຣູ ແບັງຄັອກ ໄດ້ຈັງຫວະສວນກັບໂດຍ ວັນເດີ ຫຼຸຍ ຍົກບານໄປພື້ນທີ່ວ່າງ ໃຫ້ ທຣິສຕອງ ໂດ ແລ່ນສະປີດຈາກແດນຕົນເອງໄປເພື່ອຫຼິ້ນຕໍ່ໃນຈັງຫວະນັ້ນ.

ແຕ່ໃນຈັງຫວະທີ່ກໍາລັງຈະພາບານເຂົ້າໄປສູ່ພື້ນທີ່ອັນຕະລາຍນັ້ນ ຫາງຕາຂອງລາວໄດ້ໄປເຫັນຄົນຢູ່ຂ້າງສະໜາມຍົກມືຂຶ້ນເໜືອຫົວ ເຮັດໃຫ້ເຈົ້າຕົວຄິດວ່າກຳມະການເປັນຄົນຍົກທຸງລໍ້າໜ້າ ລາວຈຶ່ງຢຸດຫຼິ້ນບານ ແລ້ວຫັນມາໂວຍໃຫ້ກຳມະການທັນທີ. ແຕ່ພໍຫັນມາເບິ່ງດີໆ ກັບພົບວ່າຄົນທີ່ຍົກມື ບໍ່ແມ່ນຜູ້ຕັດສິນ ແຕ່ກັບເປັນຄູເຝິກຂອງທາງຝັ່ງ ບີຈີ ປະທຸມ ຢູໄນເຕັດ ທີ່ເປັນຄົນຍົກມືຟ້ອງວ່າລໍ້າໜ້າ. ຫຼັງຈາກນັ້ນເຈົ້າຕົວໄດ້ແລ່ນນຳໄປເກັບບານໃນຈັງຫວະນັ້ນ ກ່ອນທີ່ຈະເປີດເຂົ້າໄປໃຫ້ ວິວເລັນ ໂມຕ້າ ຍິງຂ້າມຄານອອກໄປ.

ນັກເຕະໃນໄທລີກ

ໜ້າສົນໃຈວ່າ ຖ້າຈັງຫວະນີ້ ບໍ່ຫັນມາໂວຍໃຫ້ກຳມະການ ໂອກາດທີ່ຈະໄດ້ປະຕູຈາກຈັງຫວະນີ້ ຈະມີຫຼາຍກວ່ານີ້ຫຼືບໍ່ ເພາະກວ່າ ທຣິສຕອງ ໂດ ຈະນຳໄປຫຼິ້ນໃນຈັງຫວະດັ່ງກ່າວ ແນວຮັບຂອງຝ່າຍກົງກັນຂ້າມກໍພາກັນລົງມາຕັ້ງຮັບກັນໝົດແລ້ວ.

ແຕ່ຢ່າງໃດກໍຕາມ ສຸດທ້າຍແລ້ວ ເກມນັດນີ້ກໍຈົບລົງດ້ວຍໄຊຊະນະຂອງ ທຣູ ແບັງຄັອກ ທີ່ຊະນະໄປ 2 ຕໍ່ 0 ເກັບ 23 ຄະແນນ ຈາກການລົງຫຼິ້ນໄປ 10 ນັດ ຂຶ້ນໄປເປັນທີ 2 ຂອງຕາຕະລາງຄະແນນໃນປັດຈຸບັນ.

ນັກເຕະໃນໄທລີກ

ສ່ວນ ທຣິສຕອງ ໂດ ສະຫຼອງເກມນັດນີ້ດ້ວຍການລົງຫຼິ້ນໃຫ້ສະໂມສອນ ທຣູ ແບັງຄັອກ ເປັນນັດທີ 100 ໂດຍກ່ອນເກມນັດນີ້ຈະເລີ່ມຂຶ້ນ ທາງສະໂມສອນໄດ້ມີການມອບເສື້ອ ນັດທີ 100 ໃຫ້ກັບ ທຣິສຕອງ ໂດ ໃນໂອກາດດັ່ງກ່າວອີກນຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/