ອະດີດນັກຮຽນບຸກຍິງໂຮງຮຽນເກົ່າໃນສະຫະລັດອາເມຣິກາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ບາດເຈັບອີກ 7 ຄົນ

ອະດີດນັກຮຽນ

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນທີ 24 ຕຸລາ 2022 ໄດ້ເກີດເຫດຄົນຮ້າຍໃຊ້ອາວຸດປືນບຸກຍິງໂຮງຮຽນມັດທະຍົມ Central Visual & Performing Arts High School ໃນເມືອງເຊັນຫຼຸຍ ລັດມິສຊູລີປະເທດສະຫະລັດອາເມຣິກາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ບາດເຈັບອີກ 7 ຄົນ.

ອະດີດນັກຮຽນ

ທາງດ້ານເຈົ້າໜ້າທີ່ຕຳຫຼວດເຜີຍວ່າເມື່ອເວລາ 9:00 ໂມງ (ຕາມເວລາທ້ອງຖິ່ນ) ຂອງວັນທີ 24 ຕຸລາ ຄົນຮ້າຍໄດ້ບຸກເຂົ້າໄປໂຮງຮຽນທີ່ມີການປິດລັອກແໜ້ນໜາ ຈາກນັ້ນກໍໄດ້ຮ້ອງຂຶ້ນວ່າ “ທຸກຄົນຕ້ອງຕາຍ” ແລ້ວກໍໄດ້ລົງມືໃຊ້ອາວຸດປືນຍິງກວາດໃສ່ນາຍຄູ ແລະ ຫ້ອງຮຽນ ກ່ອນທີ່ຈະແລ່ນໜີໄປລີ້ຢູ່ພາຍໃນອາຄານຮຽນ.

Taniya Gholston ອາຍຸ 16 ປີໜຶ່ງໃນຜູ້ທີ່ຢູ່ໃນເຫດການເລົ່າວ່າ ຕອນທີ່ແລ່ນໜີ ຕົນໄດ້ພົບກັນເຊິ່ງໜ້າກັບມືປືນແລະເມື່ອຈະແລ່ນໜີກໍແລ່ນໜີບໍ່ໄດ້ ແຕ່ໂຊກຍັງດີທີ່ໃນຕອນນັ້ນປືນຂອງຜູ້ກໍ່ເຫດແມ່ນເກີດການຕິດຂັດ ເຮັດໃຫ້ຕໍາຫຼວດສາມາດສວຍໂອກາດນີ້ເຂົ້າສະກັດແລະໄດ້ມີການຍິງຕອບໂຕ້ກັນ ກ່ອນທີ່ຄົນຮ້າຍຈະແລ່ນໜີແລະກໍຖືກຕໍາຫຼວດເຮັດການໄລ່ລ່າວິສາມັນໃນທີ່ສຸດ.

ອະດີດນັກຮຽນ

ພາຍຫຼັງເກີດເຫດ ຕໍາຫຼວດກໍໄດ້ຮູ້ຊື່ແລະປະຫວັດຂອງຄົນຮ້າຍ ເຊິ່ງມີຊື່ວ່າ Orlando Harris ອາຍຸ 19 ປີ ເຊິ່ງເປັນອະດີດນັກຮຽນທີ່ຫາກໍຈົບການສຶກສາຈາກໂຮງຮຽນມັດທະຍົມແຫ່ງນີ້ເມື່ອປີທີ່ຜ່ານມາ ແລະ ຄົນຮ້າຍແມ່ນບໍ່ເຄີຍປະຫວັດອາຊະຍາກຳ ຂະນະທີ່ເຈົ້າໜ້າທີ່ຕໍາຫຼວດຍັງບໍ່ຮູ້ຊັດເຈນເຖິງແຮງຈູງໃຈໃນການກໍ່ເຫດແລະບໍ່ຮູ້ວ່າຄົນຮ້າຍສາມາດເຂົ້າໄປໃນໂຮງຮຽນທີ່ມີການປິດລັອກແໜ້ນໜາໄດ້ແນວໃດ.

ອະດີດນັກຮຽນ

ໃນສ່ວນຂອງຜູ້ເສຍຊີວິດພົບວ່າມີ 2 ຄົນໂດຍເປັນນັກຮຽນຍິງອາຍຸ 16 ປີຖືກພົບເສຍຊີວິດພາຍໃນໂຮງຮຽນ ແລະ ອີກຄົນໜຶ່ງເປັນຄູອາຍຸ 61 ປີເສຍຊີວິດທີ່ໂຮງໝ. ນອກຈາກນີ້ ຍັງມີຜູ້ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້ອີກ 7 ຄົນ.

ອະດີດນັກຮຽນ

ທັງນີ້ ດ້ານຜູ້ກຳກັບຕໍາຫຼວດຂອງເມືອງເຊັນຫຼຸຍ ກໍໄດ້ກ່າວຄໍາຍ້ອງຍໍເຖິງການເຮັດວຽກວ່ອງໄວແລະກ້າຫານຂອງເຈົ້າໜ້າທີ່ຕໍາຫຼວດທີ່ສາມາດຮັກສາຄວາມປອດໄພຂອງໂຮງຮຽນ ແລະ ຕຳຫຼວດ ທີ່ຊ່ວຍຍຸຕິເຫດການໄດ້ໄວ ບໍ່ດັ່ງນັ້ນອາດຈະມີຜູ້ເສຍຊີວິດແລະບາດເຈັບຫຼາຍກວ່ານີ້ ເພາະຄົນຮ້າຍໄດ້ມີການພົກພາລູກປືນກວ່າ 100 ນັດ ປະກອບກັບໂຮງຮຽນແຫ່ງນີ້ມີນັກຮຽນຈຳນວນຫຼາຍເຖິງ 400 ຊີວິດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/