ຮູ້ຫຼືບໍ່? ເສົາສີຟ້າ ຫຼື ເສົາແຈ້ງເຫດສຸກເສີນ (EMERGENCY TOWER) ທີ່ຕັ້ງຢູ່ຕາມແຄມທາງ ແມ່ນມີໄວ້ເຮັດຫຍັງ ແລະ ໃຊ້ງານແນວໃດ

ເສົາແຈ້ງເຫດສຸກເສີນ

ເສົາແຈ້ງເຫດສຸກເສີນ ຫຼື EMERGENCY TOWER ນີ້ ແມ່ນຖືກສ້າງ ແລະ ຕິດຕັ້ງຂຶ້ນເພື່ອຕອບສະໜອງ ວຽກງານການແຈ້ງເຫດດ່ວນ ເຫດສຸກເສີນຂອງສັງຄົມ ໃຫ້ກັບທາງເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າຊ່ວຍເຫຼືອໄດ້ຢ່າງວ່ອງໄວ. ໂດຍມີການຕິດຕັ້ງ ແລະ ນຳໃຊ້ເສົາດັ່ງກ່າວມາຕັ້ງແຕ່ໄລຍະ ປີ 2020 ເປັນຕົ້ນມາ.

ເສົາແຈ້ງເຫດສຸກເສີນ

ໂດຍເສົາດັ່ງກ່າວນີ້ ຈະສາມາດໂທແຈ້ງເຫດສຸກເສີນແບບເປັນພາບວິດີໂອ ຫຼື Video Call ເພື່ອແຈ້ງເຫດສຸກເສີນໃຫ້ກັບສະຖານີຕຳຫຼວດຕ່າງໆທີ່ຮັບຜິດຊອບໃນຈຸດນັ້ນໆ ຫຼື ເວົ້າກໍຄື ພຽງແຕ່ທ່ານເກີດເຫດສຸກເສີນ ຫຼື ພົບເຫັນ ອຸບັດຕິເຫດ ຂີ້ລັກປຸ້ນຈີ້ ຕ້ອງການຂໍຄວາມຊ່ວຍເຫຼືອ ຈາກໜ່ວຍງານປ້ອງກັນຄວາມສະຫງົບ ແລ້ວເຫັນເສົາສີຟ້ານີ້ຕັ້ງຢູ່ແຄມທາງ ທ່ານກໍສາມາດກົດພຽງປຸ່ມດຽວ ແລ້ວແຈ້ງເຫດໄດ້ເລີຍ.

ເຊິ່ງວິທີນຳໃຊ້ເສົາດັ່ງກ່າວກໍງ່າຍແສນງ່າຍ ພຽງແຕ່ທ່ານກົດປຸ່ມດຽວທີ່ຢູ່ດ້ານໜ້າຂອງຕົວເສົາ. ລະບົບກໍຈະສົ່ງສັນຍານ ຫຼື ໂທໄປຫາ ສະຖານີຕຳຫຼວດທີ່ຮັບຜິດຊອບໃນຂອບເຂດນັ້ນ. ຫຼັງຈາກທ່ານກົດປຸ່ມດັ່ງກ່າວພຽງປຸ່ມດຽວ ທ່ານກໍພຽງແຕ່ລໍຖ້າການຕອບຮັບຈາກທາງເຈົ້າໜ້າທີ່ຕຳຫຼວດ ແລ້ວແຈ້ງເຫດໄດ້ເລີຍ.

ເສົາແຈ້ງເຫດສຸກເສີນ

ແລ້ວເສົາສີຟ້ານີ້ ມັນຕ່າງຈາກທີ່ເຮົາເອົາໂທລະສັບເຮົາເອງໂທໄປແນວໃດ. ໜຶ່ງເລີຍກໍຄື ເສົາແຈ້ງເຫດດັ່ງກ່າວ ເປັນການໂທແຈ້ງເຫດແບບ ວິດີໂອຄໍ ເຊິ່ງອາດຈະເຮັດໃຫ້ທາງເຈົ້າໜ້າທີ່ສາມາດປະເມີນສະຖານະການຂອງເຫດການນັ້ນໄດ້ລ່ວງໜ້າ. ຕໍ່ມາກໍຄື ການແຈ້ງເຫດຈາກເສົາດັ່ງກ່າວ ຈະຊ່ວຍໃຫ້ເຈົ້າໜ້າທີ່ປະຈຳສະຖານີ ຮັບຮູ້ ແລະ ລະບຸສະຖານທີ່ເກີດເຫດ ຫຼື ວ່າລັດສະໝີຂອບເຂດ ໄດ້ຊັດເຈນກວ່າການທີ່ປະຊາຊົນໂທໄປແລ້ວອະທິບາຍໃຫ້ເຈົ້າໜ້າທີ່ຟັງ. ພ້ອມນັ້ນເສົາດັ່ງກ່າວຍັງເຮັດໜ້າທີ່ເປັນເໝືອນກ້ອງວົງຈອນປິດສຳລັບໜ່ວຍງານປ້ອງກັນຄວາມສະຫງົບ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/