ອິນໂດເນເຊຍ ເປີດໃຊ້ລົດໄຟຄວາມໄວສູງແຫ່ງທຳອິດຂອງປະເທດ


ປະເທດອິນໂດເນເຊຍ ເລີ່ມເປີດໃຊ້ງານທາງລົດໄຟຄວາມໄວສູງແຫ່ງທຳອິດຂອງປະເທດແລ້ວ ຈາກໂຄງການທຶນກໍ່ສ້າງເກືອບ 150 ຕື້ກີບ ໄດ້ຮັບການສະໜັບສະໜູນຈາກລັດຖະບານຈີນ ພາຍໃຕ້ການລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ປະທານາທິບໍດີ ຂອງອິນໂດເນເຊຍ ເປັນປະທານເປີດໃຊ້ບໍລິການເສັ້ນທາງລົດໄຟຄວາມໄວສູງ ທີ່ໃຊ້ຊື່ວ່າ Whoosh ຊື່ເຕັມ “Waktu Hemat, Operasi Optimal, Sistem Handal”. ປະຢັດເວລາ ບໍລິການເຕັມສັກກະຍະພາບ ລະບົບທີ່ເພິ່ງພາໄດ້.

ປະທານາທິບໍດີ ຫວັງວ່າທາງລົດໄຟຄວາມໄວສູງຈະຊ່ວຍແບ່ງເບົາບັນຫາການຈະລາຈອນຕິດຂັດ ບໍ່ພຽງເທົ່ານັ້ນລັດຖະບານຫວັງວ່າ ຈະຊ່ວຍເພີ່ມຜະລິດຕະພາບທາງດ້ານເສດຖະກິດ ແລະ ເນື່ອງຈາກລົດໄຟເຄື່ອນດ້ວຍໄຟຟ້າ ຈຶ່ງຊ່ວຍຫຼຸດການປ່ອຍກາສຄາບອນໄດອັອກໄຊອີກດ້ວຍ.

ລົດໄຟຂະບວນນີ້ ຈະເຊື່ອມຕໍ່ລະຫວ່າງຕົວເມືອງກາຕ້າ ໄປເມືອງບັນດຸງ ໂດຍສາມາດແລ່ນໄດ້ໄວສຸດ 350 ກິໂລແມັດ ຕໍ່ຊົ່ວໂມງ ໃນເສັ້ນທາງຄວາມຍາວ 142 ກິໂລແມັດ.

ຂໍ້ມູນຈາກ: BBC NEWS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/