ໂລມາອະເມຊອນຕາຍນັບຮ້ອຍ ໃນທະເລສາບ ສາເຫດນ້ຳຮ້ອນ 39 ອົງສາ


ປະເທດ ບຣາຊິວ ພົບໂລມາອະເມຊອນ ຕາຍນັບຮ້ອຍໃນທະເລສາບ ໂດຍທາງນັກວິທະຍາສາດຕ່າງພາກໍກັນຄາດການວ່າ ສາເຫດມາຈາກອຸນຫະພູມນ້ຳທີ່ສູງຂຶ້ນເປັນປະຫວັດສາດຮອດ 39 ອົງສາ ເຊິ່ງເປັນປັນຫາທີ່ຮຸນແຮງທ່ີເຮັດໃຫ້ທະເລສາບແຫ້ງແລ້ງ.

ສະຖາບັນວິໄຈ Mamiraua ເຊິ່ງເປັນສູນວິໄຈທີ່ຮັບທຶນຈາກກະຊວງວິທະຍາສາດຂອງປະເທດບຣາຊິວ ໄດ້ລະບຸວ່າ ໂລມາທີ່ຕາຍທັງໝົດເກີດຂຶ້ນໃນວັນທີ 7 ກັນຍາທີ່ຜ່ານມາ ໂດຍຖືກພົບໃນບໍລິເວນທະເລສາບ Tefe Lake ວ່າການຕາຍຂອງໂລມາຈຳນວນຫຼາຍແບບນີ້ຖືວ່າເປັນເລື່ອງຜິດປົກກະຕິ ແລະ ບົ່ງຊີ້ໃຫ້ເຫັນວ່າອຸນຫະພູມໃນທະເລສາບສູງເປັນປະຫວັດສາດ.

ພ້ອມຄາດການວ່າ ໄພແຫ້ງໃນບຣາຊິວ ຈະຮຸນແຮງຂຶ້ນຫຼາຍໃນອີກ 2-3 ອາທິດ ເຊິ່ງອາດມີຜົນກັບໂລມາອະເມຊອນຈະມີການຕາຍເພີ່ມຂຶ້ນ ໂດຍບັນດານັກວິໄຈ ແລະ ນັກເຄື່ອນໄຫວຕ່າງກຳລັງພະຍາຍາມຊ່ວຍເຫຼືອໂລມາແມ່ນ້ຳອະເມຊອນ ດ້ວຍການຍ້າຍບັນດາໂລມາທີ່ລອດຊີວິດໄປບໍລິເວນອື່ນຂອງແມ່ນ້ຳທີ່ມີອຸນຫະພູມຕ່ຳກວ່າ ຫຼື ໄປແມ່ນ້ຳອື່ນ.

ໃນປັດຈຸບັນແມ່ນ້ຳອະເມຊອນເຊິ່ງເປັນນ້ຳທີ່ໃຫຍ່ທີ່ສຸດໃນໂລກກຳລັງຢູ່ໃນລະດູແລ້ງ ແລະ ສັດໃນນ້ຳຫຼາຍຊະນິດກຳລັງທຸກທໍລະມານກັບອຸນຫະພູມທີ່ປ່ຽນແປງຂຶ້ນສູງເປັນປະຫວັດສາດ ທາງດ້ານນັກວິໄຈ ແລະ ນັກເຄື່ອນໄຫວເອງກໍພະຍາຍາມເຂົ້າຊ່ວຍເຫຼືອຢ່າງເຕັມກຳລັງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/