ລົດເມດ່ວນ BRT ມູນຄ່າ​ 3,4 ລ້ານກວ່າ​ໂດລາ ມີຄວາມທັນສະໄໝ ເປັນມິດແກ່ສິ່ງແວດລ້ອມ


ນະຄອນຫຼວງວຽງຈັນ ໃກ້ຈະມີລະບົບລົດເມດ່ວນ BRT ໂດຍໄດ້ມີການເຊັນສັນຍາກໍ່ສ້າງທາງອ້ອມຮອບສະຖານີລົດເມດ່ວນ ແລະ ການສະໜອງຕິດຕັ້ງລະບົບຂົນສົ່ງອັດສະລິຍະແລ້ວ ເຊິ່ງທັງສອງໂຄງການຈະໃຫ້ສຳເລັດໃນເດືອນຕຸລາປີ 2024. ສ່ວນອີກ 4 ສັນຍາກໍ່ສ້າງທີ່ຍັງເຫຼືອ ແມ່ນກຳລັງຂຸ້ນຂ້ຽວປະເມີນຈັດຫາເອົາບໍລິສັດທີ່ມີຄວາມພ້ອມມາກໍ່ສ້າງ ເຊິ່ງລວມມີການກໍ່ສ້າງເລນລົດເມ BRT ແລະ ສະຖານີ ຂຶ້ນ-ລົງ.

ລົງນາມກໍ່ສ້າງທາງອ້ອມຮອບສະຖານີລົດເມດ່ວນ ມູນຄ່າ​ 3,4 ລ້ານກວ່າ​ໂດລາ​ ຄາດຈະສໍາເລັດເດືອນຕຸລາ​ 2024.

ພິທີເຊັນສັນຍາກໍ່ສ້າງທາງອ້ອມຮອບສະຖານີລົດເມດ່ວນ (BRT) ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ນໍາໃຊ້ທຶນກູ້ຢືມຈາກທະນາຄານພັດທະນາອາຊີ ແລະ ກອງທຶນສິ່ງແວດລ້ອມໂລກລະຫວ່າງກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ບໍລິສັດ ລັດວິສາຫະກິດກໍ່ສ້າງເລກ 8 ຈຳກັດ ແລະ ບໍລິສັດ ໄຕເຈືອງເຊີ່ນ ກໍ່ສ້າງ ຈໍາກັດຜູ້ດຽວ ຈັດຂຶ້ນວັນທີ 28 ກັນຍານີ້ ທີ່ກະຊວງ ຍທຂ ຮ່ວມລົງນາມໂດຍທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ແລະ ທ່ານ ພູເພື່ອນ ແສງພະຈັນ ປະທານບໍລິສັດກໍ່ສ້າງ ທາງເລກ 8 ຈໍາກັດ ໂດຍມີ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ຍທຂ ແລະ ພະນັກງານ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 25844/ຍທຂ ລົງວັນທີ 25/09/2023 ວ່າດ້ວຍການຮັບຮອງເອົາຜູ້ຊະນະການປະມູນກໍ່ສ້າງທາງຮ່ອມ 4 ເສັ້ນທາງໃນຂອບເຂດເມືອງຈັນທະບູລີ ພາຍໃຕ້ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ, ໂດຍນໍາໃຊ້ທຶນກູ້ຢືມຈາກທະນາຄານພັດທະນາອາຊີ (ADB) ແລະ ກອງທຶນສິ່ງແວດລ້ອມໂລກ (GEF). ໂຄງການກໍ່ສ້າງທາງຮ່ອມ 4 ເສັ້ນທາງລວມມີ ຖະໜົນເຈົ້າອານຸ ທິດເໜືອ-ໃຕ້ ຖະໜົນແຫ່ງບຸນ ແລະ ຖະໜົນຫັດສະດີໃກ້ຕະຫຼາດເຊົ້າ ມໍ ໜ້າທາງປູດ້ວຍຄອນກຣີດເສີມເຫຼັກ ແລະ ຢາງອາດສະຟານ ໜ້າທາງກວ້າງ 5,7–8,8 ແມັດ ໄລຍະທາງ 1.065 ແມັດ ໜ້າວຽກຫຼັກແມ່ນກໍ່ສ້າງໜ້າທາງ ປັບປຸງທາງຢາງ ວາງສາຍໄຟ ແລະ ສາຍໂທລະຄົມລົງພື້ນດິນ ຕົບແຕ່ງດ້ວຍຕົ້ນໄມ້, ຕັ່ງນັ່ງ, ຫຼັກກັ້ນ (Ballard), ຕີເສັ້ນຈະລາຈອນ, ຕິດຕັ້ງປ້າຍຈະລາຈອນ ແລະ ອື່ນໆ.

ສຳລັບໄລຍະເວລາກໍ່ສ້າງທັງໝົດ 12 ເດືອນ ຄາດວ່າຈະໃຫ້ສຳເລັດ ແລະ ມອບວຽກໃນເດືອນຕຸລາ 2024 ບໍລິສັດຮັບເໝົາແມ່ນບໍລິສັດລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ໄຕເຈືອງເຊິ່ນ ກໍ່ສ້າງ ຈຳກັດ ຜູ້ດຽວ ມູນຄ່າ 3.487.742,16 ໂດລາ. ນອກຈາກນີ້, ຍັງມີ 4 ສັນຍາກໍ່ສ້າງທີ່ຍັງເຫຼືອໂຄງການກຳລັງຂຸ້ນຂ້ຽວປະເມີນຈັດຫາເອົາບໍລິສັດທີ່ມີຄວາມພ້ອມມາເປັນຜູ້ຮັບເໝົາກໍ່ສ້າງຄື: 1. ສັນຍາ CW1A ກໍ່ສ້າງເລນລົດເມ BRT ແລະ ສະຖານີ ຂຶ້ນ-ລົງ ແຕ່ສວນເຈົ້າຟ້າງຸ່ມ ຜ່ານຕະຫຼາດເຊົ້າຫາສວນປະຕູໄຊ; 2. ສັນຍາ CW1B ກໍ່ສ້າງເລນລົດເມ BRT ແລະ ສະຖານີຂຶ້ນ-ລົງ ແຕ່ສວນປະຕູໄຊຫາມະຫາວິທະຍາໄລແຫ່ງຊາດດົງໂດກ; 3. ສັນຍາ CW1C ກໍ່ສ້າງອູ່ລົດເມ (ກາລາ) ສູນບຳລຸງຮັກສາ ສູນບັນຊາລົດເມ BRT ແລະ 4. ສັນຍາ CW1E ກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈະລາຈອນ.

ຂອບໃຈຂໍ້ມູນຈາກ:

ເສດຖະກິດ-ການຄ້າ

TiBee Bouasavanh

ປະຊາຊົນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/