ອິນໂດເນເຊຍ ກຳລັງວາງແຜນຫ້າມຂາຍສິນຄ້າຮູບແບບອອນລາຍ ຫຼຸດການຕັ້ງລາຄາແບບຈຳກັດຄູ່ແຂ່ງ ໃນແພລັດຟອມອອນລາຍ


ເມື່ອບໍ່ດົນມານີ້ ຮອງນາຍົກລັດຖະມົນຕີກະຊວງການຄ້າຂອງອິນໂດເນເຊຍ ກຳລັງວາງແຜນຫ້າມຂາຍສິນຄ້າໃນໂຊຊຽວມີເດຍພາຍໃຕ້ກົດລະບຽບທີ່ອອກມາໃໝ່.

ລັດຖະບານເບິ່ງວ່າ ຜູ້ຂາຍທີ່ຕັ້ງລາຄາແບບຈຳກັດຄູ່ແຂ່ງໃນແພລັດຟອມໂຊຊຽວ ຈະເປັນໄພຄຸກຄາມແກ່ຕະຫຼາດທີ່ບໍ່ໄດ້ຢູ່ໃນໂລກອອນລາຍ ເຊິ່ງກົດລະບຽບຂອງກົດໝາຍການຄ້າໃນປັດຈຸບັນຍັງບໍ່ໄດ້ ຄອບຄຸມທຸລະກຳໂດຍກົງທີ່ເກີດຂຶ້ນໃນໂຊຊຽວມີເດຍໂດຍສະເພາະ.

ຮອງນາຍົກລັດຖະມົນຕີ ຍັງກ່າວວ່າ ໂຊຊຽວມີເດຍ ແລະ ການຄ້າໃນໂຊຊຽວມີເດຍບໍ່ສາມາດລວມກັນໄດ້ ເຊັ່ນ ການ Live ເພື່ອຂາຍເຄື່ອງໃນແພລັດຟອມຕ່າງໆ ເປັນຕົ້ນແມ່ນ TikTok ເຊິ່ງການທົບທວນກົດລະບຽບຄັ້ງໃໝ່ນີ້ ຈະຫ້າມການກະທຳນີ້ຢ່າງເດັດຂາດ ແລະ ຊັດເຈນ.

TikTok ໄດ້ອອກມາຕອບໂຕ້ວ່າການແຍກໂຊຊຽວມີເດຍ ແລະ ອີຄອມເມີດອອກຈາກກັນ ອາດຈະຂັດຂວາງການເກີດນະວັດຕະກຳ ແລະ ຫວັງວ່າລັດຖະບານຈະສ້າງຄວາມເທົ່າທຽມໃຫ້ແກ່ບໍລິສັດໄດ້ ແລະ ຍັງເສີມວ່າສິ່ງນີ້ອາດສ້າງຄວາມເສຍປຽບໃຫ້ກັບຜູ້ບໍລິໂພກຊາວອິນໂດເນເຊຍ.

ນອກຈາກນີ້ ຜູ້ທີ່ໃຊ້ TikTok ຂາຍເຄື່ອງໃນອິນໂດເນເຊຍປະມານ 2 ລ້ານຄົນ ເຄີຍເວົ້າກ່ອນໜ້ານີ້ວ່າ ຍັງບໍ່ມີແຜນການເຮັດທຸລະກິດຂ້າມພົມແດນໃນອິນໂດເນເຊຍ ຫຼັງຈາກລັດຖະບານສະແດງຄວາມກັງວົນວ່າອີຄອມເມີດຂອງບໍລິສັດອາດເຮັດໃຫ້ສິນຄ້າຈີນລົ້ນເຂົ້າປະເທດ.

ຂໍ້ມູນຈາກ:

AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/