ຕາມກັນໄປແບບຕິດໆ, Sunac ບໍລິສັດຊັ້ນນຳດ້ານອະສັງຫາລິມະຊັບຂອງຈີນປະກາດລົ້ມລະລາຍ ພ້ອມກັບໜີ້ເກືອບ 10 ຕື້ໂດລາ


ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ: Sunac China ໜຶ່ງໃນບໍລິສັດພັດທະນາອະສັງຫາລິມະຊັບຊັ້ນນໍາຂອງຈີນໄດ້ຍື່ນຄຳຮ້ອງຂໍການຄຸ້ມຄອງການລົ້ມລະລາຍຢູ່ໃນສານສະຫະລັດໃນວັນອັງຄານທີ 19 ກັນຍາ 2023, ຫຼັງຈາກທີ່ເຂົາເຈົ້າໄດ້ຮັບການອະນຸມັດຈາກເຈົ້າໜີ້ໃຫ້ປັບໂຄງສ້າງໜີ້ສິນມູນຄ່າເກືອບ 10 ຕື້ໂດລາ.

Sunac ແມ່ນບໍລິສັດອະສັງຫາລິມະຊັບຊັ້ນນຳລາຍທີ 2 ຂອງຈີນທີ່ຍື່ນຂໍຄຸ້ມຄອງການລົ້ມລະລາຍໃນມາດຕາທີ 15 ຕໍ່ສານເຂດໃຕ້ຂອງນິວຢອກ ຫຼັງຈາກທີ່ “Evergrande” ບໍລິສັດອະສັງຫາລິມະຊັບລາຍໃຫຍ່ທີ່ໄດ້ຍື່ນຄຳຮ້ອງໄປເມື່ອເດືອນກ່ອນ ເນື່ອງຈາກປະເຊີນກັບບັນຫາໜີ້ສິນຈຳນວນມະຫາສານ.

ການຍື່ນຂໍຄຸ້ມຄອງການລົ້ມລາຍດັ່ງກ່າວຊ່ວຍໃຫ້ສານຂອງສະຫະລັດສາມາດເຂົ້າໄປກ່ຽວຂ້ອງໄດ້ໃນກໍລະນີທີ່ການລົ້ມລະລາຍແມ່ນກ່ຽວຂ້ອງກັບປະເທດອື່ນ, ໂດຍໃນມາດຕາທີ 15 ຈະສົ່ງເສີມຄວາມຮ່ວມມືລະຫວ່າງສານສະຫະລັດ, ລູກໜີ້ກັບສານຂອງປະເທດອື່ນໆທີ່ມີສ່ວນຮ່ວມໃນຂະບວນການລົ້ມລະລາຍຂ້າມປະເທດ. ນີ້ສາມາດຊ່ວຍ Sunac ເຈລະຈາກັບເຈົ້າໜີ້ຕ່າງປະເທດໄດ້ງ່າຍຂຶ້ນ.

ເມື່ອວັນຈັນທີ່ຜ່ານມາ, ບໍລິສັດ​ໄດ້ຍື່ນຟ້ອງ​ລົ້ມລະລາຍ​ຕໍ່​ຕະຫຼາດ​ຫຼັກ​ຊັບ​ຮ່ອງ​ກົງ​ໂດຍລະບຸວ່າ ບໍລິສັດ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ເຈົ້າ​ໜີ້ 2,000 ກວ່າ​ຄົນ​ເພື່ອ​ປັບ​ໂຄງ​ສ້າງ​ໜີ້​ສິນ​ຄືນ​ໃໝ່​ ແລະ ​ຈ່າຍ​ດອກ​ເບ້ຍ 9,9 ຕື້​ໂດ​ລາ​ສະຫະລັດ​ໃຫ້​ນັກ​ລົງທຶນ​ຢູ່​ນອກ​ຈີນ.

Sunac ເປັນບໍລິສັດອະສັງຫາລິມະຊັບທີ່ໃຫຍ່ທີ່ສຸດອັນດັບ 10 ຂອງຈີນເມື່ອພິຈາລະນາຈາກຍອດຂາຍຕາມສັນຍາໃນເດືອນສິງຫາ. ກ່ອນທີ່ບໍລິສັດຈະຜິດນັດຊຳລະໜີ້ສິນໃນປີ 2022, ເຊິ່ງຖືເປັນການຜິດນັດຊຳລະໜີ້ທີ່ໃຫຍ່ທີ່ສຸດເປັນອັນດັບ 3 ໃນປະຫວັດສາດ.

ທີ່ມາ:

cnn

yicaiglobal

thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/