ສານອິນໂດເນເຊຍ ສັ່ງຈຳຄຸກສາວດາວ TikTok ທີ່ສູດມົນກ່ອນກິນໝູ


ກາຍເປັນກະແສດຣາມ່າເທິງໂລກ TikTok ຂອງປະເທດອິນໂດເນເຊຍ ເມື່ອມີຜູ້ຍິງຄົນໜຶ່ງຊື່ວ່າ ນາງ ລີນາ ມູເຄີຈີ ອາຍຸ 33 ປີ ທີ່ນັບຖືສາສະໜາ ອິດສະລາມ ໄດ້ສູດມົນກ່ອນຈະຮັບປະທານໝູເຂົ້າໄປຈົນກາຍເປັນກະແສເທິງໂລກອອນລາຍ ເຮັດໃຫ້ສານຕັດສິນຈຳຄຸກຜູ້ຍິງຄົນນີ້ເປັນເວລາ 2 ປິ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ສານອິນໂດເນເຊຍໄດ້ສັ່ງໂທດຈຳຄຸກ ນາງ ລີນາ ມູເຄີຈີ ທີ່ເປັນດາວ TikTok ທີ່ເຮັດຜິດກົດໝາຍດ້ວຍການໝິ່ນສາສະໜາ, ພ້ອມກັບຄວາມຜິດຂໍ້ຫາເຜີຍແຜ່ຂໍ້ມູນຂ່າວສານອັນບໍ່ແມ່ນເລື່ອງແທ້ ແລະ ປຸກລະດົມໃຫ້ເກີດຄວາມບໍ່ມັກຕໍ່ສາສະໜາ ຫຼື ບຸກຄົນກຸ່ມໃດກຸ່ມໜຶ່ງຢ່າງເຈາະຈົງ.

ໂດຍສານໄດ້ຕັດສິນໃຫ້ຈຳຄຸກເປັນເວລາ 2 ປີ ແລະ ຈ່າຍຄ່າປັບໃໝທັງໝົດ 250 ລ້ານຣູເປຍ ໂດຍບົດລົງໂທດຈຳຄຸກເພີ່ມອີກ 3 ເດືອນຖ້າຫາກນາງ ລີນາ ມູເຄີຈີ ບໍ່ຈ່າຍເງິນຄ່າທຳນຽມພາຍໃນໄລຍະເວລາທີ່ກຳນົດ ໂດຍບໍ່ໄດ້ມີການອຸທອນເຊິ່ງສານບໍ່ອະນຸມັດໃຫ້ປະກັນຕົວ ໝາຍຄວາມວ່ານາງຕ້ອງຕິດຄຸກຈົນຮອດກຳນົດການໄຕ່ສວນໃນເທື່ອຕໍ່ໄປ.

ຫຼັງຈາກໄດ້ຮັບການໄຕ່ສວນຄະດີ ນາງ ລີນາ ໄດ້ກ່າວກັບຜູ້ສື່ຂ່າວວ່າ ຮູ້ສຶກປະຫຼາດໃຈກັບຄຳຕັດສິນ ພ້ອມຍັງກ່າວຕື່ມອີກວ່າ ຂ້ອຍຮູ້ວ່າຂ້ອຍຜິດ ແຕ່ບໍ່ຄິດວ່າຈະໄດ້ຮັບໂທດໃນເທື່ອນີ້. ທັງນີ້ ປະເທດອິນໂດເນເຊຍເອງກໍເປັນຊາດມຸດສະລິມທີ່ໃຫຍ່ທີ່ສຸດໃນໂລກ ແລະ ຊີ້ນໝູເອງກໍເປັນສິ່ງຕ້ອງຫ້າມໃນສາສະໜາອິດສະລາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/