ຕາມທີ່ໄດ້ຄາດການໄວ້ ລາຄາ Bitcoin ຍັງຄົງຢູ່ທີ່ລະດັບ 27,000 ໂດລາ, ຫຼັງຈາກ Fed ປະກາດຄົງອັດຕາດອກເບ້ຍ


ໃນຄືນວັນພຸດທີ 20 ກັນຍາຜ່ານມາ, Fed ໄດ້ມີການຈັດກອງປະຊຸມຄະນະກໍາມະການກຳນົດນະໂຍບາຍການເງິນ ຫຼື Federal Open Market Committee (FOMC) ໂດຍມີການກໍານົດອັດຕາດອກເບ້ຍນະໂຍບາຍ ແລະ ປະຕິບັດນະໂຍບາຍການເງິນອື່ນໆ ເພື່ອຮັກສາສະຖຽນລະພາບຂອງເສດຖະກິດສະຫະລັດ. ໂດຍການປະຊຸມໃນຮອບນີ້, FOMC ມີມະຕິທີ່ຈະຄົງອັດຕາດອກເບ້ຍໄວ້ໃນລະດັບເກົ່າທີ່ພວກເຂົາກໍານົດໄວ້ໃນເດືອນກໍລະກົດປີນີ້ທີ່ 5.25%-5.5%, ເຊິ່ງເປັນອັດຕາດອກເບ້ຍທີ່ສູງທີ່ສຸດໃນຮອບ 22 ປີ.

ຫຼັງຈາກການຕັດສິນໃຈຂອງ Fed ທີ່ຈະຮັກສາອັດຕາດອກເບ້ຍໄວ້ໃນລະດັບເກົ່າ, ກໍໄດ້ສົ່ງຜົນໃຫ້ Bitcoin ຫຼຸດລົງໄປທີ່ລະດັບ 26,800 ໂດລາ ພຽງໄລຍະສັ້ນໆກ່ອນທີ່ຈະມາຢືນເໜືອ ເເລະ ຄົງລະດັບໄວ້ທີ່ 27,000 ໂດລາໃນຕອນເຊົ້າ.

ຢ່າງໃດກໍຕາມ, ນັກລົງທຶນສ່ວນໃຫຍ່ຄາດວ່າ Fed ຈະເພີ່ມອັດຕາດອກເບ້ຍຂຶ້ນອີກ 0.25% ໃນກອງປະຊຸມຄັ້ງຕໍ່ໄປໃນວັນທີ 1 ພະຈິກ, ອີງຕາມຂໍ້ມູນຈາກ FedWatch Tool ຂອງ CME. ໂດຍນັກລົງທຶນຄາດວ່າມີໂອກາດເຖິງ 70.1% ທີ່ Fed ເພີ່ມອັດຕາດອກເບ້ຍຂຶ້ນອີກ 0.25% ໃນກອງປະຊຸມຄັ້ງຕໍ່ໄປ.

Jerome Powell ກ່າວ​ວ່າ​ການ​ຫຼຸດ​ອັດຕາ​ດອກເບ້ຍ​ຈະ​ເກີດ​ຂຶ້ນ​ໃນ​ປີ 2024, ​ແຕ່​ບໍ່​ໄດ້​ບອກ​ວ່າ​ໃນເວລາ​ໃດ. ໂດຍບອກພຽງວ່າ “ມີຄວາມບໍ່ແນ່ນອນຫຼາຍ” ກ່ຽວກັບໄລຍະເວລາຂອງການປັບອັດຕາດອກເບ້ຍ.

ທີ່ມາ:

siamblockchain

cointelegraph

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/