ທ່ານ A Sakthivel ປະທານສະຫະພັນຜູ້ສົ່ງອອກຂອງອິນເດຍ ຫຼື Federation of Indian Export Organisations (FIEO), ກ່າວກັບສຳນັກຂ່າວ CNBC ວ່າອິນເດຍ ແລະ ຣັດເຊຍອາດຈະບັນລຸຂໍ້ຕົກລົງກ່ຽວກັບການນໍາໃຊ້ເງິນຣູປີຂອງອິນເດຍ ແລະ ຣູເບິລຂອງຣັດເຊຍ ສໍາລັບການຈ່າຍຄ່າບໍລິການ ແລະ ສິນຄ້າລະຫວ່າງກັນໂດຍກົງ. ຂໍ້ຕົກລົງດັ່ງກ່າວຈະເຮັດໃຫ້ບັນດາຜູ້ສົ່ງອອກສິນຄ້າຂອງອິນເດຍຍັງສາມາດສືບຕໍ່ຄ້າຂາຍກັບຣັດເຊຍໄດ້ ທ່າມກາງການຂວໍ້າບາດຂອງປະເທດຝັ່ງຕາເວັນຕົກ.
ທ່ານ Sakthivel ກ່າວວ່າ ປັດຈຸບັນນີ້ ລັດຖະບານອິນເດຍກຳລັງປຶກສາຫາລືກັບທະນາຄານກາງ, ກະຊວງການເງິນ ແລະ ສະຖາບັນການເງິນຫຼາຍແຫ່ງ ເພື່ອກຽມອະນຸຍາດໃຫ້ ທະນາຄານອິນເດຍ ປະມານ 4-5ແຫ່ງ ສາມາດເຮັດທຸລະກຳການເງິນກັບຣັດເຊຍ ຜ່ານຂໍ້ຕົກລົງດັ່ງກ່າວ. ພ້ອມຍັງກ່າວຕື່ມອີກວ່າ ທີ່ຜ່ານມາການສົ່ງອອກຂອງອິນເດຍໄປຣັດເຊຍຍັງບໍ່ຄ່ອຍຫຼາຍປານໃດ ການທີ່ຣັດເຊຍຖືກຂວໍ້າບາດທາງເສດຖະກິດຈາກຊາດຕາເວັນຕົກແບບນີ້ ຖືເປັນໂອກາດດີ ທີ່ອິນເດຍຈະເຂົ້າໄປຕີຕະຫຼາດຣັດເຊຍແທນໄດ້.

ຢ່າງໃດກໍຕາມ ທະນາຄານກາງ ແລະ ກະຊວງການເງິນຂອງອິນເດຍຍັງປະຕິເສດທີ່ຈະສະແດງຄວາມເຫັນກ່ຽວກັບເລື່ອງນີ້.

ການດຳເນີນການຄັ້ງນີ້ຂອງອິນເດຍ ອາດຈະເຮັດໃຫ້ບັນດາປະເທດພັນທະມິດຕາເວັນຕົກ ເຊິ່ງແມ່ນຕະຫຼາດສົ່ງອອກທີ່ໃຫຍ່ທີ່ສຸດຂອງອິນເດຍເກີດຄວາມບໍ່ພໍໃຈຂຶ້ນໄດ້. ໂດຍສະຖິຕິການຄ້າສາກົນຂອງອິນເດຍສະແດງໃຫ້ເຫັນວ່າໃນປີທີ່ຜ່ານມາ, ອິນເດຍໄດ້ຊື້ຂາຍກັບອາເມຣິກາ. ກວມເອົາເຖິງ 112.6 ຕື້ໂດລາ. ແບ່ງອອກເປັນການສົ່ງອອກ 71 ຕື້ໂດລາສະຫະລັດ ແລະ ການນຳເຂົ້າ 41 ຕື້ໂດລາ.

ໃນທາງກົງກັນຂ້າມ ການຄ້າລະຫວ່າງອິນເດຍ ກັບຣັດເຊຍຍັງຖືວ່າຕໍ່າຫຼາຍ ໂດຍໃນປີ 2021 ທີ່ຜ່ານມາມູນຄ່າການສົ່ງອອກຂອງອິນເດຍໄປຣັດເຊຍ ມີພຽງແຕ່ 3.3 ຕື້ໂດລາ ເທົ່ານັ້ນ ແລະ ມູນຄ່າການນຳເຂົ້າສິນຄ້າຈາກຣັດເຊຍມີປະມານ 6.9 ຕື້ໂດລາ ເຊັ່ນ: ອາວຸດ, ແຮ່ທາດ, ປຸ໋ຍ, ເຫລັກ ແລະ ເຄື່ອງປະດັບ.

ເມື່ອຖືກຖາມກ່ຽວກັບຄວາມສ່ຽງຂອງຜົນກະທົບທາງລົບຂອງຂໍ້ຕົກລົງ ການຄ້າກັບຣັດເຊຍດັ່ງກ່າວ, ທ່ານ Sakthivel ບໍ່ໄດ້ສະແດງເຖິງຄວາມກັງວົນໃດໆ, ໂດຍກ່າວວ່າ ປັດຈຸບັນ ອິນເດຍມີທ່າທີເປັນກາງໃນວິກິດຄັ້ງນີ້ ແລະ ເຊື່ອວ່າລັດຖະບານອິນເດຍຈະພິຈາລະນາເຖິງປັດໄຈຕ່າງໆ ດ້ວຍຄວາມຮອບຄອບ ແລະ ລະມັດລະວັງ.

ອິນເດຍຖືເປັນອີກໜຶ່ງປະເທດທີ່ມີຄວາມສຳພັນອັນດີ ກັບຣັດເຊຍມາເປັນເວລາດົນນານແລ້ວ ໂດຍ 85% ຂອງອາວຸດຍຸດໂທປະກອນຂອງກອງທັບອິນເດຍສັ່ງຊື້ນັ້ນ ແມ່ນມາຈາກຈາກຣັດເຊຍ ແລະ ບັນດາປະເທດທີ່ເຄີຍເປັນສ່ວນໜຶ່ງຂອງ ອະດີດສະຫະພາບໂຊວຽດ.
ຂອບໃຈຂໍ້ມູນຈາກ: https://cutt.ly/cS1aQwl
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/