ອານຸສອນ ກອງກາງທີມຊາດລາວ U-23 ກຽມທົດສອບຄວາມສາມາດ ກັບທີມໃນລີກ 3 ຂອງເຢຍລະມັນ


ອານຸສອນ ໄຊປັນຍາ ກອງກາງໜ້າຕ່ຳທີມຊາດລາວ U-23 ມີຄວາມມັກ ແລະ ຮັກ ໃນວົງການເຕະບານມາຕັ້ງແຕ່ອາຍຸ 6 ປີ ຈົນປັດຈຸບັນອາຍຸໄດ້ 19 ປີ, ທີ່ຜ່ານມາຖືວ່າມີປະສົບການຫຼາກຫຼາຍ ມີຄວາມສາມາດທີ່ບໍ່ທຳມະດາ ແລະ ຍັງໄດ້ຮ່ວມກັບສະໂມສອນ EZRA FOOTBALL CLUB ມາດົນນານຈົນເຖິງ 7 ປີ, ສ້າງຕຳນານມາໂດຍຕະຫຼອດ ໃນປີ 2019 ກໍນຳປະຕູໃຫ້ກັບທີມຊາດລາວໄດ້ດ້ວຍ 1-0 ລະຫວ່າງທີມຊາດລາວພົບກັບທີມຊາດໄຕ້ຫວັນ ແລະ ນັດທຳອິດທີ່ພົບກັບທີມຊາດອົດສະຕຣາລີ ສະເໝີ 2-2 ໜຶ່ງໃນນັ້ນມີ ອານຸສອນ ກັບ ທະນູທອງ ໃນການແຂ່ງຂັນເຕະບານ AFC U-19 ແລະ ສະຖິຕິອີກຫຼາຍ.

ໃນການແຂ່ງຂັນກໍໄດ້ໄປຫຼາຍປະເທດດ້ວຍກັນບໍ່ວ່າຈະເປັນ ຍີ່ປຸ່ນ, ໄຕ້ຫວັນ, ຫວຽດນາມ, ມຽນມາ, ໄທ ແລະ ຫຼ້າສຸດກໍປະເທດມົງໂກເລຍ ທີ່ໄປແຂ່ງຂັນເຕະບານ AFC U23 Asian Cup 2022 Qualifiers ເປັນອີກບົດບາດໜຶ່ງສຳຄັນອີກປີທີ່ ອານຸສອນ ໄດ້ຮັບ ແລະ ເປັນທີ່ໜ້າຈັບຕາເບິ່ງຂອງໃຜຫຼາຍໆຄົນ ໂດຍສະເພາະໂຄ໊ດຕ່າງທີມຕ່າງຊາດ ຫຼາຍຄົນໃຫ້ຄວາມສົນໃຈເປັນພິເສດ.

ອານຸສອນ ຖືວ່າເປັນກອງກາງທີ່ໜ້າສົນໃຈອີກຄົນໜຶ່ງ ທີ່ຫຼາຍສະໂມສອນຕ້ອງການຢາກໄດ້ຕົວໄປຮ່ວມທີມ ເພາະມີທ່າທີເດັດໆຢູ່ເປັນປະຈຳ ມີທັກສະ ແລະ ໄຫວພິບທີ່ວ່ອງໄວ ຄວາມສາມາດຫຼາກຫຼາຍ ການເຕະກໍເກັ່ງແຖມໜ້າຕາກໍດີ.

ເມື່ອບໍ່ດົນມານີ້ທາງ Page ກິລາທີ່ໜ້າເຊື່ອຖືຂອງປະເທດໄທ Ball Thai League ກໍໄດ້ອອກຂ່າວວ່າ: ອານຸສອນ ກຳລັງຈະມີໂອກາດ ໄປຮ່ວມຊ້ອມທີມໃນລະດັບບຸນເດດລີກ້າ 3 ເຢຍລະມັນ ໃນໄລຍະຕົ້ນເດືອນຂອງປີໜ້າ ຕາມນະໂຍບາຍທີ່ທາງສະມາຄົມເຕະບານລາວ ຕ້ອງການຊຸກຍູ້ໃຫ້ນັກເຕະອອກໄປພັດທະນາ ແລະ ຫາປະສົບການໃນລີກຕ່າງແດນ ໂດຍບໍ່ມີການເປີດເຜີຍຊື່ສະໂມສອນ ທີ່ຈະໄປຮ່ວມຝຶກຊ້ອມແຕ່ຢ່າງໃດ.

ຂອບໃຈທີ່ມາ: https://bit.ly/3nriU4L

ສະຖິຕິ U-19 ແຂ່ງຂັນປີ 2019:

https://bit.ly/3HyavV5

https://fb.watch/9lvwyFk6bn/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/