ທ້າມາກໍຈັດໄປ! ຫຼ້າສຸດ UN ໄດ້ຕອບຮັບຄໍາທ້າ ຂອງ Elon Musk ດ້ວຍແຜນການໃຊ້ເງິນ 6.6 ພັນລ້ານໂດລາ ເພື່ອແກ້ໄຂຄວາມອຶດຫິວຂອງຄົນທົ່ວໂລກ


ຈາກກໍລະນີກ່ອນໜ້ານີ້ທີ່ ໂຄງການອາຫານໂລກ ຫຼື WFP ຂອງສະຫະປະຊາຊາດ ເປີດເຜີຍວ່າການທີ່ Elon Musk ບໍລິຈາກເງິນຈຳນວນ 6.6 ພັນລ້ານໂດລາ ແມ່ນສາມາດຊ່ວຍເຫຼືອຄົນອຶດຫິວ 42 ລ້ານຄົນໃນ 43 ປະເທດໄດ້ທົ່ວໂລກໄດ້.

ສ່ວນ Elon Musk ມະຫາເສດຖີອັນດັບໜຶ່ງຂອງໂລກກໍໄດ້ທ້າກັບໃຫ້ຜູ້ອຳນວຍການໂຄງການອາຫານໂລກ UN ອະທິບາຍວ່າເງິນຈຳນວນ 6 ພັນລ້ານໂດລາຈະຊ່ວຍຄົນອຶດຫິວທົ່ວໂລກໄດ້ແນວໃດ ໂດຍແນະນຳໃຫ້ເປີດບັນຊີແບບກວດສອບໄດ້ ແລະ ພ້ອມຈະຂາຍຮຸ້ນ Tesla ເພື່ອບໍລິຈາກ.

 ຫຼ້າສຸດ ໃນວັນຈັນ ທີ 15 ພະຈິກ ທີ່ຜ່ານມາ ທາງ UN ກໍໄດ້ມີການເຄື່ອນໄຫວ ແລະ ກັບມາພ້ອມແຜນຂອງພວກເຂົາ ໂດຍ David Beasley ຫົວໜ້າໂຄງການອາຫານໂລກຂອງ UN ໄດ້ທະວີດຂໍ້ຄວາມຜ່ານ Twitter ເຊິ່ງເນື້ອໃນຂໍ້ຄວາມໄດ້ລະບຸວ່າ

“ໂລກກຳລັງລຸກເປັນໄຟ ຂ້ອຍໄດ້ເຕືອນກ່ຽວກັບສະຖານະການທີ່ເກີດຂຶ້ນ ເນື່ອງຈາກ Covid-19, ຄວາມຂັດແຍ້ງ, ສະພາບອາກາດທີ່ປ່ຽນແປງ ແລະ ຕອນນີ້ ໄດ້ມີການເພີ່ມຂຶ້ນຂອງຄ່າຄອງຊີບ. 45 ລ້ານຊີວິດຕົກຢູ່ໃນຄວາມສ່ຽງ ແລະ ເພີ່ມຂຶ້ນເປັນລາຍວັນ. ຖ້າເຈົ້າບໍ່ລ້ຽງຄົນ ເຈົ້າກໍຈະລ້ຽງຄວາມຂັດແຍ້ງ, ຄວາມບໍ່ສະຖຽນລະພາບ ແລະ ການຍ້າຍຖິ່ນຖານເປັນຈໍານວນຫລາຍ”

ຫຼັງຈາກນັ້ນ  David Beasley ກໍໄດ້ ທະວີດຂໍ້ຄວາມຕໍ່ ຫາ Elon Musk

“ວິກິດຄວາມອຶດຫິວນີ້ເປັນເລື່ອງເລັ່ງດ່ວນ, ເປັນປະຫວັດການ ແລະ ຫຼີກເວັ້ນໄດ້ @elonmusk ເຈົ້າເອງເປັນຄົນທີ່ຂໍແຜນການແບບປອດໃສແລະເປີດເຜີຍບັນຊີ ນີ້ເດ! ພວກເຮົາພ້ອມໂອ້ລົມກັບເຈົ້າແລະຄົນອື່ນໆ ທີ່ຈິງຈັງໃນເລື່ອງການຊ່ວຍເຫຼືອຊີວິດຄົນ ໂດຍຄຳຮ້ອງຂໍຄືເງິນຈຳນວນ 6.6 ພັນລ້ານໂດລາ ເພື່ອໃຫ້ສາມາດຫຼີກເວັ້ນຄວາມອຶດຫິວໃນປີ 2022 ໄດ້”

ໂດຍເອກະສານຂໍ້ສະເໜີຂອງ WFP ມີຊື່ຫົວຂໍ້ວ່າ “ການຮຽກຮ້ອງ 1 ເຖິງບັນດາມະຫາເສດຖີ,” ໂດຍໃນເອກະສານນີ້ໄດ້ອະທິບາຍວ່າເງິນຫຼາຍພັນລ້ານຂອງບັນດາມະຫາເສດຖີຂອງໂລກຈະສາມາດຊ່ວຍຄົນອຶດຫິວຂອງຄົນທົ່ວໂລກໄດ້ແນວໃດ. ເຊິ່ງໃນຈຳນວນເງິນ 6.6 ພັນລ້ານໂດລາ ປະກອບມີ 3.5 ພັນລ້ານໂດລາສໍາລັບຄ່າອາຫານ ແລະ ການຂົນສົ່ງສິ່ງຂອງ, 2 ພັນລ້ານໂດລາສໍາລັບໃຊ້ເປັນເງິນສົດ ແລະ ບັດແລກອາຫານ ແລະ ເງິນທີ່ເຫຼືອສຳລັບຄ່າໃຊ້ຈ່າຍອື່ນໆ.

 ສາມາດອ່ານແຜນການຂໍ້ສະເໜີຂອງ WFP ແບບເຕັມໄດ້ທີ່: https://cutt.ly/jTQ0rhj

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/