ກັບຕັນທີມຊາດເຢຍລະມັນ ທີ່ເຮັດໃຫ້ໂລກຮູ້ຈັກ ແລະ ຍອມຮັບນັກເຕະ LGBTQ+


Thomas Hitzlsperger ຄືຊາຍຄົນໜຶ່ງທີ່ເຕີບໃຫຍ່ມາກັບການເຕະບານ ຫຼື ມັກເຕະບານມາຕັ້ງແຕ່ຍັງນ້ອຍ ເປັນຄົນທີ່ຈິງຈັງກັບການເຕະບານມາໂດຍຕະຫຼອດ ແລະ ເປັນເດັກນ້ອຍທີ່ເກັ່ງລະດັບແຖວໜ້າຂອງປະເທດເລີຍກໍວ່າໄດ້. ລາວສາມາດຄັດຕົວເຂົ້າລະບົບທີມເຍົາວະຊົນທີ່ດີທີ່ສຸດໃນປະເທດເຊັ່ນ: ບາເຢິນ ມິວນິກ ກ່ອນທີ່ຈະຍ້າຍມາຢູ່ກັບ ແອສຕັນ ວິນລາ ໃນພີເມຍລີກ ເພື່ອໂອກາດການລົງສະໜາມ ແລະ ພິສູດຕົນເອງໃຫ້ຫຼາຍຂຶ້ນກວ່າທີ່ເຄີຍ ແລະ ເມື່ອມາຮອດອັງກິດລາວກໍໄດ້ຮັບໂອກາດນັ້ນສົມດັ່ງໃຈໝາຍປອງ.

ຫຼັງຈາກນັ້ນ ໄດ້ຂຶ້ນມາເປັນຕົວຫຼັກຂອງ ວິນລາ ໃນຖານະກອງກາງຕຳແໜ່ງຫ້ອງເຄື່ອງທີ່ຫຼິ້ນໄດ້ດຸເດືອດ ແລະ ມີໄຫວພິບ ໃນການອອກບານ ມີຈຸດເດັ່ນຄື ການຍິງທີ່ຮຸນແຮງ ຕີນຊ້າຍຂອງລາວກໍດີ ໜຽວແໜ້ນຊົງພະລັງ ຈົນໄດ້ຮັບສາຍາ “ເດິ ແຮມເມີ”.

ໂທມັສ ບໍ່ກ້າພໍທີ່ຈະເປີດເຜີຍວ່າເປັນ ເກ ແລະ ປິດເປັນຄວາມລັບມາໂດຍຕະຫຼອດ, ໝູ່ໃນທີມບໍ່ຮັບຮູ້ ເພາະບໍ່ກ້າທີ່ຈະບອກໃຜ. ແຕ່ຕອນອາຍຸ 6 ປີ ກໍຄິດແຕ່ເລື່ອງຄວາມຝັນ ຄວາມຫວັງຈະໄດ້ເປັນແຊ້ມ ບໍ່ເຄີຍກ່າວເຖິງເລື່ອງວ່າຕົນເອງເປັນແບບໃດ ເຖິງຈະມີໝູ່ຖາມເລື່ອງແຟນສາວ ກໍບໍ່ໄດ້ບອກຄວາມຈິງ ຈົນເຖິງເວລາທີ່ເໝາະສົມ.

ໃນຍຸກ 2000 ເປັນຕົ້ນມາຈົນຮອດທຸກມື້ນີ້ ເປັນໄລຍະທີ່ກະແສໂລກຕ່າງກໍປ່ຽນແປງໄປ ແນວຄິດຄ່ານິຍົມກໍປັບປ່ຽນ ມີການຍອມຮັບການເທົ່າທຽມທາງເພດຫຼາຍຂຶ້ນ ທຸກຄົນກ້າທີ່ຈະເປີດເຜີຍຕົວຕົນພໍທີ່ຈະບອກໃຫ້ຄົນອື່ນຮັບຮູ້.

ຫຼັງຈາກທີ່ຈົບພາລະກິດສັ້ນໆກັບ ເອບເວີຕັນ ໃນປີ 2013 ກໍໄດ້ປະກາດອອກຈາກວົງການ. ຫຼັງຈາກນັ້ນ ຫຼາຍສິ່ງຫຼາຍຢ່າງກໍປ່ຽນໄປ ແລະ ສິ່ງທີ່ເກັບໄວ້ເປັນຄວາມລັບມາແຕ່ດົນນານ ກໍຖືກເປີດເຜີຍໄປສູ່ສາທາລະນະ.

ໃນປີ 2014 ກໍໄດ້ສຳພາດຜ່ານສື່ໃຫຍ່ຂອງເຢຍລະມັນ Bild ເພື່ອຍອມຮັບເຖິງຄວາມມັກຂອງຕົນເອງ ພ້ອມປະກາດຢ່າງເປັນທາງການວ່າເປັນ LGBTQ ແລະ ເລົ່າເລື່ອງເຫດຜົນຕ່າງໆ ພ້ອມປະກາດຢຸດເຕະບານ.

ຜ່ານການສຳພາດຜ່ານສື່ ລາວໄດ້ກ່າວເຖິງການເຕະບານ ແລະ ຢາກໃຫ້ເຂົ້າໃຈວ່າ “ບານບໍ່ແມ່ນສະເພາະແຕ່ຜູ້ຊາຍ” ບໍ່ວ່າຈະເປັນເພດໃດ ບໍ່ວ່າຈະເປັນໃຜ ເຮົາກໍສາມາດເຕະໄດ້ຫຼິ້ນໄດ້ເຊັ່ນກັນ ການຝຶກຊ້ອມ ການທຸ່ມເທ ການຮັກໃນການເຕະບານ ການເອົາຊະນະຄູ່ແຂ່ງ ບໍ່ແມ່ນພຽງແຕ່ຜູ້ຊາຍເຖິງຈະເປັນແຊ້ມໄດ້.

ປັດຈຸບັນ ໂລກເຮົາປ່ຽນແປງໄປຫຼາຍມີການຍອມຮັບໃນເລື່ອງເພດ ແລະ ເລື່ອງຕ່າງໆ. ໂທມັສ ກໍໃຊ້ຊີວິດປົກກະຕິ ບໍ່ຢ້ານສັງຄົມຈະກ່າວຫາຄືດັ່ງເມື່ອກ່ອນ ພ້ອມກັບໃຊ້ຊີວິດຢ່າງມີຄວາມສຸກ.

ຂອບໃຈຂໍ້ມູນຈາກ: https://bit.ly/3DoaFfr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/