ເຫດແຜ່ນດິນໄຫວຄັ້ງໃຫຍ່ໃນ ປະເທດຕຸຣເຄຍ-ຊີເຣຍ ໃນວັນທີ 6 ກຸມພາທີ່ຜ່ານມານີ້ ຫຼ້າສຸດ ລາຍງານຍອດຜູ້ເສຍຊີວິດເພີ່ມຂຶ້ນສູງຢ່າງກ້າວກະໂດດ ລາຍງານຕົວເລກຫຼ້າສຸດ ຈາກ CNN ລະບຸມີຜູ້ເສຍຊີວິດແລ້ວ ຫຼາຍກວ່າ 3.700 ຄົນ ທ່າມກາງອາກາດທີ່ໜາວເຢັນໄດ້ເພີ່ມຄວາມທຸກທໍລະມານໃຫ້ກັບຜູ້ບາດເຈັບຫຼາຍພັນຄົນ ລວມເຖິງປະຊາຊົນໄຮ້ທີ່ຢູ່ອາໄສຈາກບ້ານເມືອງທີ່ເປ່ເພ ແລະ ຂັດຂວາງຄວາມພະຍາຍາມຂອງເຈົ້າໜ້າທີ່ໃນການເຂົ້າໄປໃຫ້ການຊ່ວຍເຫຼືອ.
ໂດຍລາຍງານລະບຸວ່າ ຍອດຜູ້ເສຍຊີວິດໃນປະເທດຕຸຣເຄຍມີສູງເຖິງ 2.921 ຄົນ ແລະ ບາດເຈັບອີກຫຼາຍກວ່າ 15.800 ຄົນ. ສ່ວນໃນປະເທດ ຊີເຣຍ ນັ້ນມີຍອດຜູ້ເສຍຊີວິດແລ້ວຢ່າງໜ້ອຍ 1.451 ຄົນ ແລະ ບາດເຈັບອີກ ຫຼາຍກວ່າ 3.500 ຄົນ.

ໂດຍໃນໄລຍະນີ້ຄາດວ່າ ອຸນຫະພູມໃນບາງພື້ນທີ່ ຂອງ ຕຸຣເຄຍ-ຊີເຣຍ ຈະລົດລົງຈົນໃກ້ກັບ 0 ອົງສາ ໃນເວລາກາງຄືນ ເຊິ່ງເປັນອີກໜຶ່ງອຸປະສັກສຳຄັນ ເຮັດໃຫ້ສະຖານະການຂອງຜູ້ບາດເຈັບທີ່ຍັງຕິດຢູ່ຊາກເປ່ເພຂອງອາຄານ ຫຼື ຜູ້ທີ່ໄຮ້ທີ່ຢູ່ອາໄສນັ້ນ ຍາກລຳບາກໄປກວ່າເກົ່າຫຼາຍເທົ່າ ຂະນະທີ່ບາງພື້ນທີ່ຍັງມີຝົນຕົກລົງມາຕື່ມອີກ.

ຜູ້ປະສົບໄພທ່ານໜຶ່ງໃນປະເທດຊີເຣຍກ່າວວ່າ: ນີ້ມັນຄ້າຍຄືກັບຈຸດຈົບຂອງໂລກ ອາກາດໜາວເຢັນ ແລະ ມີຝົນຕົກ ຜູ້ຄົນຈຳນວນຫຼາຍກຳລັງຕ້ອງການຄວາມຊ່ວຍເຫຼືອ.
ເຫດການຄັ້ງນີ້ ຖືເປັນໄພພິບັດ ແລະ ການສູນເສຍ ຄັ້ງໃຫຍ່ທີ່ສຸດໃນຮອບຫຼາຍປີ ແລະ ປັດຈຸບັນທຸກພາກສ່ວນແມ່ນກຳລັງລະດົມທັງກຳລັງ ແລະ ຈິດໃຈ ໃນການໃຫ້ການຊ່ວຍເຫຼືອຜູ້ປະສົບໄພຄັ້ງນີ້ຢ່າງເຕັມທີ່.
ຂອບໃຈຂໍ້ມູນຈາກ: https://cnn.it/3jBHLDX
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/