ປະຕິວັດວົງການເພງ! Google ສ້າງ AI ໃໝ່ຊື່ວ່າ MusicLM ທີ່ສາມາດປ່ຽນຂໍ້ຄວາມຂອງທ່ານໃຫ້ກາຍເປັນເພງໄດ້

ປະຕິວັດວົງການເພງ!

ໃນປີ 2023 ນີ້ຫຼາຍຜູ້ຊ່ຽວຊານກໍບອກວ່າ ເປັນປີທີ່ດີຂອງ ເທັກໂນໂລຢີ ປັນຍາປະດິດ ຫຼື AI ແລະ ເຊື່ອວ່າ ເທັກໂນໂລຢີ AI ຈະເຂົ້າມາປະຕິວັດໃນວົງການຕ່າງໆ ທີ່ມະນຸດກຳລັງເຮັດຢູ່. ຫຼ້າສຸດ Google ບໍລິດເທັກໂນໂລຢີຂະໜາດໃຫຍ່ ໄດ້ປ່ອຍຕົວຢ່າງຂອງ AI ຕົວໃໝ່ອອກມາ ທີ່ຈະສາມາດປ່ຽນຂໍ້ຄວາມຂອງທ່ານໃຫ້ກາຍເປັນສຽງເພງໄດ້.

ປະຕິວັດວົງການເພງ!

ໂດຍຫຼັກການເຮັດວຽກຂອງ AI ນີ້ ຫຼັກໆກໍຄ້າຍຄືກັບ AI ທີ່ຊ່ວຍແຕ້ມຮູບຜ່ານຂໍ້ຄວາມຢ່າງ DALL-E ແລະ Midjourney ທີ່ເປີດຕົວໄປກ່ອນໜ້ານີ້. ໂດຍຄວາມສາມາດຂອງ AI ຕົວໃໝ່ຂອງ Google ທີ່ຊື່ວ່າ MusicLM ນີ້ກໍຄື ທ່ານສາມາດພິມຂໍ້ຄວາມຄຳສັ່ງຕ່າງໆ ລົງໄປແລ້ວໃຫ້ຕົວ AI ປະເມີນ ແລະ ປ່ຽນຄຳສັ່ງເຫຼົ່ານັ້ນເປັນສຽງເພງ.

ເຊິ່ງທ່ານສາມາດສັ່ງໄດ້ນັບຕັ້ງແຕ່ເຄື່ອງຫຼິ້ນດົນຕີແຕ່ລະປະເພດ, ຈັງຫວະຂອງເພງ ຫຼື ແມ່ນແຕ່ເພີ່ມເນື້ອຮ້ອງໃຫ້ AI ສ້າງສຽງຮ້ອງຂຶ້ນມາເອງກໍຍັງເຮັດໄດ້ ແລະ ສຸດທ້າຍຍັງສາມາດສ້າງສຽງເພງຂຶ້ນໄດ້ໂດຍອີງຈາກຮູບພາບໄດ້ອີກພ້ອມ.

ປະຕິວັດວົງການເພງ!

ແຕ່ຢ່າງໃດກໍຕາມ ເຖິງຈະບອກວ່າສ້າງສຽງຮ້ອງໄດ້ ແຕ່ ສຽງຮ້ອງທີ່ສ້າງໂດຍ AI ນັ້ນກໍຍັງບໍ່ໄດ້ມີຄວາມຄ້າຍຄືກັບສຽງມະນຸດແທ້ໆປານໃດ ເພາະຈະມີບາງຄຳບາງຕອນ ທີ່ຟັງແລ້ວຮູ້ໄດ້ທັນທີວ່າບໍ່ແມ່ນສຽງຂອງຄົນແທ້ໆ. ເຊິ່ງສິ່ງເຫຼົ່ານີ້ AI ນີ້ກໍຍັງຕ້ອງໄດ້ຮຽນຮູ້ອີກຫຼາຍ ແລະ ພັດທະນາອີກຫຼາຍຂັ້ນຕອນ.

ປະຕິວັດວົງການເພງ!

ປັດຈຸບັນ Google ຍັງບໍ່ໄດ້ປ່ອຍ AI MusicLM ຕົວນີ້ໃຫ້ຄົນທົ່ວໄປໄດ້ເຂົ້າໄປໃຊ້ໄປທົດລອງ ເນື່ອງຈາກຍັງຢູ່ໃນຂັ້ນຕອນການພັດທະນາ ແຕ່ Google ກໍຍັງໃຈດີ ປ່ອຍຕົວຢ່າງເພງ ທີ່ສ້າງໂດຍ AI ນີ້ ອອກມາໃຫ້ເຮົາຟັງ ຫຼາກຫຼາຍຮູບແບບ ພໍສົມຄວນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/