ອັງກິດເອົາລົດເກົ່າມາປ່ຽນເປັນລົດໄຟຟ້າ ຫວັງຈະໝຸນວຽນຊັບພະຍາກອນເກົ່າ ສູ່ຫົນທາງສີຂຽວໃນອະນາຄົດ

ອັງກິດ

ປັດຈຸບັນ ໂລກໄດ້ຫັນມາສູ່ຍຸກລົດໄຟຟ້າ ຫຼື EV ຫຼາຍຂຶ້ນ ເນື່ອງຈາກມັນມີຄວາມຍືນຍົງ ແລະ ບໍ່ປ່ອຍມົນລະພິດສູ່ສິ່ງແວດລ້ອມ. ໃນຂະນະທີ່ລົດຮຸ່ນໃໝ່ທີ່ອອກມາຈະຫັນປ່ຽນໄປສູ່ລົດໄຟຟ້າໝົດ ລົດຮຸ່ນເກົ່າທີ່ອອກມາດົນກໍຄ່ອຍໆຕົກຍຸກໄປ ແລະ ກາຍເປັນຂີ້ເຫຍື້ອເມື່ອໝົດອາຍຸການໃຊ້ງານ.

ອັງກິດ

ແຕ່ຫຼ້າສຸດ ກໍເລີ່ມມີການເອົາລົດເກົ່າມາປ່ຽນເຄື່ອງມໍເຕີ ກາຍເປັນລົດໄຟຟ້າໄດ້ ເຊິ່ງກໍເປັນອີກທາງເລືອກໜຶ່ງສຳລັບຜູ້ທີ່ຮັກລົດເກົ່າ ຫຼື ຢາກອະນຸລັກລົດຮຸ່ນເກົ່າໄວ້ ໂດຍທີ່ມັນບໍ່ໄດ້ປ່ອຍມົນລະພິດທຳລາຍສິ່ງແວດລ້ອມ.

ອັງກິດ

ບໍລິສັດ MINI ບໍລິສັດລົດສັນຊາດອັງກິດ ທີ່ທຸກຄົນຮູ້ຈັກກັນດີໃນຮຸ່ນ MINI cooper ໄດ້ເປີດໃຫ້ບໍລິການ MINI Recharged ທີ່ບໍລິການປ່ຽນລົດ Mini ຮຸ່ນເກົ່າໃຫ້ກາຍເປັນລົດໄຟຟ້າທີ່ທັນສະໄໝ ເປັນການໝຸນວຽນຊັບພະຍາກອນ, ລົດການປ່ອຍມົນລະພິດ ແລະ ປະຢັດລາຍຈ່າຍໄດ້ໃນໄລຍະຍາວ.

ອັງກິດ

ຫຼັງຈາກປ່ຽນເປັນລົດໄຟຟ້າແລ້ວ ລົດດັ່ງກ່າວສາມາດແລ່ນໄດ້ໃນຄວາມໄວສູງສຸດ 100 ກິໂລແມັດ/ຊົ່ວໂມງ, ຊາຈແບັດເຕີຣີເຕັມເທື່ອໜຶ່ງແລ່ນໄດ້ 160 ກິໂລແມັດ, ບໍ່ມີສຽງເຄື່ອງຈັກ ແລະ ບໍ່ປ່ອຍມົນລະພິດ.

ອັງກິດ

ໃນອະນາຄົດບໍລິສັດຈະມີແຜນປ່ຽນລົດໃນຍຸກ 1959-2000 ເປັນລົດໄຟຟ້າ ເພື່ອຈະຍືດອາຍຸການໃຊ້ງານຂອງລົດ ເພື່ອຄວາມຍຶນຍົງໃນອະນາຄົດ ມຸ່ງໜ້າສູ່ອະນາຄົດຫົນທາງສະອາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/