ມີແຜນພັດທະນາແລ້ວ! 5 ປີຕໍ່ໜ້າ ວຽກງານ ເຕັກໂນໂລຊີ ແລະ ການສື່ສານ ຈະຫັນເປັນດິຈິຕອນທີ່ທັນສະໄໝ

ເຕັກໂນໂລຊີ

ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ພາຍໃຕ້ຄໍາຂວັນ: “ຍົກສູງຄວາມຮັບຜິດຊອບຕໍ່ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນກໍາລັງແຮງຂັບເຄື່ອນໃນການຫັນເປັນ ດິຈິຕອນ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ” ໄດ້ສຳເລັດລົງໃນວັນທີ 5 ເມສາ 2022 ຢູ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ບັນດາສະຫາຍຜູ້ແທນ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າ ປະກອບຄໍາຄິດເຫັນຕໍ່ບັນດາເອກະສານທີ່ນໍາມາຜ່ານໃນກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມ ດໍາເນີນໄປດ້ວຍຜົນສໍາເລັດຕາມຈຸດປະສົງທີ່ວາງໄວ້ ເຊິ່ງກອງປະຊຸມໄດ້ລົງປະຊາມະຕິເປັນເອກະສັນ ຮັບຮອງເອົາຮ່າງລາຍງານການເມືອງ ແລະ ທິດທາງຄາດໝາຍສູ້ຊົນແຕ່ລະດ້ານ ທັງວຽກງານກໍ່ສ້າງພັກ-ພະນັກງານ, ການນໍາພາຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານວິຊາສະເພາະ, ວຽກງານການພົວພັນຮ່ວມມືກັບຕ່າງປະເທດ ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກ ໂດຍໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ-ນໍາພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຜ່ານມາ.

ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງໜ້າທີ່ ແລະ ຄາດໝາຍສູ້ຊົນ ແຕ່ປີ 2022-2025, ຄາດໝາຍ ແລະ ວຽກງານຈຸດສຸມ 5 ປີຕໍ່ໜ້າ ແລະ ແຜນພັດທະນາຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III. ພ້ອມທັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກໍານົດໄວ້ ໂດຍມີຜູ້ອອກຮັບສະໝັກເລືອກຕັ້ງທັງໝົດ 26 ສະຫາຍ, ຍິງ 4 ສະຫາຍ ແລະ ເລືອກໄດ້ 21 ສະຫາຍ, ຍິງ 1 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກ ຄັ້ງທີ II ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປັນເອກະສັນເລືອກຕັ້ງເອົາຄະນະປະຈໍາພັກ ຈໍານວນ 7 ສະຫາຍ ໂດຍເລືອກເອົາ ສະຫາຍ ບໍ່ວຽງຄໍາ ວົງດາລາ ເປັນເລຂາພັກ ແລະ ສະຫາຍ ສັນຕິສຸກ ສິມມາລາວົງ ເປັນຮອງເລຂາ ພ້ອມທັງເປັນປະທານກວດກາພັກ.

ເຕັກໂນໂລຊີ

ກອງປະຊຸມໃຫຍ່ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງສະຫາຍ ບຸນທອງ ຈິດມະນີ ໂດຍໄດ້ເນັ້ນໜັກໃຫ້ຜູ້ແທນກອງປະຊຸມໃຫຍ່ ເອົາໃຈໃສ່ບັນຫາຕ່າງໆ ເປັນຕົ້ນ ຍົກສູງຄວາມຮັບຜິດຊອບການເມືອງ, ເປັນເຈົ້າການສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກົດລະບຽບຂອງພັກ, ມະຕິຄໍາສັ່ງ ຂອງພັກ, ກົດໝາຍ ຂອງລັດ, ໃຫ້ມີທັດສະນະຫຼັກໝັ້ນການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີຄວາມຊື່ສັດບໍລິສຸດ, ມີຈັນຍາບັນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ໂປ່ງໃສ, ເຄົາລົບ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດ; ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມາເປັນມະຕິກອງປະຊຸມ ໃຫຍ່ອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍຫັນເປັນແຜນງານ, ໂຄງການ, ມະຕິ, ຄໍາສັ່ງ, ກົນໄກ, ລະບອບລະບຽບການ ອັນລະອຽດໃນວຽກເຕັກໂນໂລຊີ ແລະ ການສື່ສານ ຕ້ອງໄດ້ຄົ້ນຄວ້າຢ່າງເລິກເຊິ່ງເຖິງຖອງ ເພື່ອຈະສາມາດຄຸ້ມຄອງ, ນໍາໃຊ້ ແລະ ການບໍລິການເຄື່ອງມືເຕັກໂນໂລຊີ ແລະ ການສື່ສານໄດ້ຢ່າງມີຄຸນະພາບ; ໃຫ້ຖືເອົາ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນເປັນປາຍແຫຼມ ແລະ ເປັນວຽກບູລິມະສິດ ໃນການພັດທະນາເສດຖະກິດ-ສັງຄົມ ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດແຫ່ງຊີວິດສັງຄົມ ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ເອົາໃຈໃສ່ ປັບປຸງ ແລະ ນໍາໃຊ້ໂຄງລ່າງພື້ນຖານໂທລະຄົມມະນາຄົມທີ່ມີໃຫ້ມີປະສິດທິພາບ, ປະສິດທິຜົນສູງສູດ ແລະ ຂະຫຍາຍໂຄງລ່າງພື້ນຖານ, ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ, ຮັບປະກັນລະບົບອິນເຕີເນັດຄວາມໄວສູງກວມພື້ນທີ່ເຂດບ້ານໃຫຍ່ ແລະ ຕົວເມືອງ ຢູ່ຊົນນະບົດ ຕິດພັນກັບວຽກສາມສ້າງ ແລະ ລຶບລ້າງຄວາມທຸກຍາກ, ການສຶກສາ ແລະ ສາທາລະນະສຸກ ເພື່ອໃຫ້ປະຊາຊົນສາມາດນໍາໃຊ້ ແລະ ເຂົ້າເຖິງການບໍລິການໂທລະຄົມມະນາຄົມ, ອິນເຕີເນັດໄດ້ຢ່າງທົ່ວເຖິງ ແລະ ລາຄາທີ່ເໝາະສົມ.

ເຕັກໂນໂລຊີ

ພ້ອມນີ້, ກໍໃຫ້ເພີ່ມທະວີວຽກງານປັບປຸງ ແລະ ກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງແລະແບບແຜນນໍາພາ, ສ້າງມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໃໝ່ ໃຫ້ຮັບປະກັນໄດ້ທາງດ້ານຄຸນະພາບ, ສຶກສາອົບຮົມ ແລະ ແກ້ໄຂໃຫ້ທັນການຕໍ່ສະມາຊິກພັກ, ພະນັກງານຜູ້ທີ່ເຫັນວ່າມີພຶດຕິກຳລະເມີດຕໍ່ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງທັນການ, ເດັດຂາດ, ເຂັ້ມງວດ; ເຂົ້າຮ່ວມດໍາເນີນຊີວິດພັກເປັນປົກກະຕິ ແລະ ຈິງໃຈຕິຊົມຕົນເອງ, ຕິຊົມໝູ່ເພື່ອນ ເພື່ອພ້ອມກັນກ້າວໜ້າ, ສູ້ຊົນສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຕາມທິດທາງແຜນການທີ່ກໍານົດໄວ້ ໂດຍຖືເອົາຄຸນະພາບເປັນຫຼັກ, ເຮັດໃຫ້ການຈັດຕັ້ງພັກ ເປັນແກນນຳທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຢ່າງແທ້ຈິງຈາກມະຫາຊົນ, ສາມາດນຳພາ-ຊີ້ນຳຮອບດ້ານ ເຮັດໄດ້ຄືແນວນັ້ນ ຈຶ່ງຈະຮັກສາໄດ້ບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດໃນທົ່ວຂະແໜງການ.

ເຕັກໂນໂລຊີ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/