ຈະກັກຕົວຫຼືບໍ່ ກໍແລ້ວແຕ່ຄວາມສະໝັກໃຈຂອງຜູ້ປ່ວຍ! ເຢຍລະມັນປະກາດຍົກເລີກການບັງຄັບຜູ້ປ່ວຍໂຄວິດ-19 ຕ້ອງກັກຕົວ ເລີ່ມ 1 ພຶດສະພານີ້

ຈະກັກຕົວຫຼືບໍ່

ສະຖານະການໃນປັດຈຸດບັນກ່ຽວກັບການແຜ່ລະບາດຂອງໂຄວິດ-19 ແມ່ນຍັງເພີ່ມທະວີຄວາມຮຸນແຮງແລະແຜ່ລາມຢູ່ໃນຫຼາຍປະເທດ. ແຕ່ສຳລັບປະເທດທີ່ຮູ້ຈັກຈະປັບຕົວຢູ່ກັບມັນ ແລະ ມີການປັບປ່ຽນມາດຕະການປ້ອງກັນໂຄວິດ-19 ຢູ່ຕະຫຼອດເວລາຢ່າງເຢຍລະມັນ ເມື່ອບໍ່ດົນມານີ້ກໍໄດ້ອອກມາປະກາດວ່າ ຜູ້ທີ່ຕິດເຊື້ອໂຄວິດ-19 ຈະກັກຕົວ ຫຼື ບໍ່ກັກຕົວກໍແລ້ວແຕ່ຄວາມສະໝັກໃຈຂອງຜູ້ທີ່ຕິດເຊື້ອ ພ້ອມກັນນັ້ນຍັງຍົກເລີກການບັງຄັບໃສ່ໜ້າກາກອະນາໄມໃນຮ້ານຄ້າ ແລະ ໂຮງຮຽນ ເນື່ອງຈາກວ່າຜູ້ປ່ວຍສ່ວນຫຼາຍມີອາການພຽງເລັກໜ້ອຍ.

ອ້າງອີງຕາມລາຍງານຂອງສຳນັກຂ່າວ The Straits Times ໄດ້ລະບຸວ່າ Karl Lauterbach ລັດຖະມົນຕີກະຊວງສາທາລະນະສຸກຂອງເຢຍລະມັນ ໄດ້ປະກາດຍົກເລີກບັງຄັບໃຫ້ຜູ້ທີ່ປ່ວຍໂຄວິດ-19 ກັກຕົວ ແຕ່ຈະເປັນການແນະນຳໃຫ້ກັກຕົວແທນ, ສ່ວນຜູ້ທີ່ປ່ວຍນັ້ນຈະປະຕິບັດຕາມຫຼືບໍ່ກໍຂຶ້ນກັບຄວາມສະໝັກໃຈຂອງແຕ່ລະຄົນ.

ສຳລັບມາດຕະການນີ້ມີຂໍ້ຍົກເວັ້ນພຽງຢ່າງດຽວຄື ຖ້າບຸກຄະລາກອນທາງດ້ານສາທາລະນະສຸກ ກວດພົບເຊື້ອແມ່ນຈະຕ້ອງກັກຕົວເປັນເວລາ 5 ມື້ ເຊິ່ງປະກາດດັ່ງກ່າວມີຜົນບັງຄັບໃຊ້ ເລີ່ມຕົ້ນວັນທີ 1 ພຶດສະພານີ້ ພ້ອມທັງລະບຸວ່າກົດທີ່ໃຊ້ຢູ່ໃນປັດຈຸບັນນັ້ນມີປະສິດທິພາບ ແຕ່ບໍ່ມີຄວາມຈຳເປັນໃນໄລຍະຍາວ.

“ການແຍກຕົວກັນຢູ່ (ຜູ້ທີ່ຕິດເຊື້ອ) ຍັງຈຳເປັນຕ້ອງແນະນຳຢ່າງຍິ່ງ ແຕ່ວ່າຕັ້ງແຕ່ເດືອນໜ້າເປັນຕົ້ນໄປຈະຂຶ້ນກັບຄວາມສະໝັກໃຈຂອງຜູ້ປ່ວຍ” Karl Lauterbach ໄດ້ກ່າວ.

“ກົດໃນປັດຈຸບັນນັ້ນແມ່ນຍັງໃຊ້ໄດ້ ແຕ່ມັນບໍ່ຈຳເປັນໃນໄລຍະຢາວ” Karl ກ່າວເສີມ.

ປັດຈຸບັນນີ້ຈໍານວນຜູ້ຕິດເຊື້ອໂຄວິດ-19 ໃນເຢຍລະມັນແມ່ນຍັງສູງຂຶ້ນຕໍ່ເນື່ອງ ແຕ່ຜູ້ປ່ວຍສ່ວນໃຫຍ່ແມ່ນມີອາການປ່ວຍພຽງເລັກນ້ອຍ ແລະ ໂຮງໝໍຕ່າງໆ ກໍຍັງມີບ່ອນພຽງພໍສໍາລັບຜູ້ຕິດເຊື້ອ ຫຼືກ່າວຄືມັນບໍ່ໄດ້ສົ່ງຜົນກະທົບຍັງຫຼາຍຕໍ່ໂຮງໝໍ. ດ້ວຍເຫດນີ້ປະເທດເຢຍລະມັນເຊິ່ງມີເສດຖະກິດທີ່ໃຫຍ່ທີ່ສຸດໃນຢູໂຣບຈຶ່ງໄດ້ເຮັດການຜ່ອນຜັນມາດຕະການຄວບຄຸມໂຣກ ແລະ ຍົກເລີກການບັງຄັບໜ້າກາກອະນາໄມໃນຮ້ານຄ້າ ແລະ ໂຮງຮຽນ.

ທາງດ້ານ Olaf Scholz ນາຍົກລັດຖະມົນຕີຂອງເຢຍລະມັນແມ່ນມີການຊຸກຍູ້ຮ່າງຂໍ້ບັງຄັບ ທີ່ລະບຸວ່າຜູ້ທີ່ມີອາຍຸ 18 ຕ້ອງສັກວັກຊີນປ້ອງກັນໂຄວິດ-19 ແລະເບິ່ງຄືວ່າຮ່າງຂໍ້ບັງຄັບນີ້ຈະຖືກປັດຕົກ ເພາະບໍ່ໄດ້ຮັບສຽງສະໜັບສະໜູນຂ້າງຫຼາຍໃນການປະຊຸມສະພາ ຂະນະທີ່ລັດຖະບານເຢຍລະມັນກຽມປ່ຽນເປັນການບັງຄັບໃຫ້ຜູ້ທີ່ມີອາຍຸຫຼາຍກວ່າ 50 ປີສັກວັກຊີນແທນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/