ຣັດເຊຍເອົາຄືນບັນດາແບຣນຕ່າງໆ ທີ່ຖອນທຸລະກິດ ຫຼື ຍຸຕິກິດຈະການຊົ່ວຄາວພາຍໃນປະເທດດ້ວຍການຮຽນແບບຂຶ້ນມາໃໝ່

ຣັດເຊຍ

ຫຼາຍອາທິດທີ່ຜ່ານມາເຮົາອາດຈະເຄີຍເຫັນຂ່າວທີ່ແບຣນຍັກໃຫຍ່ຕ່າງໆ ທົ່ວໂລກອອກມາດຕະການຂວໍ້າບາດຣັດເຊຍໂດຍການປະກາດຍຸຕິທຸລະກິດພາຍໃນປະເທດ ເນື່ອງຈາກຣັດເຊຍໄດ້ເຂົ້າໄປບຸກໂຈມຕີຢູເຄຣນ ເຖິງຈະເປັນຢ່າງນັ້ນແຕ່ເບິ່ງຄືວ່າຣັດເຊຍຈະບໍ່ສົນໃຈພໍເທົ່າໃດ ເພາະຫຼ້າສຸດໄດ້ເອົາຄືນແບຣນຕ່າງໆດ້ວຍການ “ຮຽນແບບ” ທຸລະກິດທີ່ຖອນຕົວອອກໄປ ໂດຍມີຕັ້ງແຕ່ McDonald’s ຈົນໄປຮອດ IKEA.

ເລີ່ມຕົ້ນດ້ວຍ McDonald’s ເຊິ່ງຖືກເບິ່ງວ່າເປັນສັນຍະລັກແຫ່ງການປ່ຽນແປງຣັດເຊຍຈາກຍຸກອະດີດ ໄດ້ປະກາດປິດຮ້ານໃນຣັດເຊຍທັງໝົດກວ່າ 800 ສາຂາເປັນການຊົ່ວຄາວຕັ້ງແຕ່ວັນທີ 8 ມີນາທີ່ຜ່ານມາ.

ຣັດເຊຍ

4-5 ມື້ຕໍ່ມາກໍໄດ້ມີການເປີດເຜີຍໂລໂກ້ໃໝ່ຂອງຮ້ານເບີເກີ້ໄດ້ຖືກສົ່ງໄປທີ່ໜ່ວຍງານສິນຊັບທາງປັນຍາຂອງຣັດເຊຍເມື່ອວັນເສົາທີ 12 ມີນາ ເຊິ່ງໂລໂກ້ນີ້ຈະໃຊ້ກັບ Chains fast food ຊື່ Uncle Vanya’s ເຊິ່ງເປັນຊື່ດຽວກັບທີ່ປະທານລັດຖະສະພາຣັດເຊຍເຄີຍກ່າວວ່າຈະມາແທນທີ່ McDonald’s ດ້ວຍແບຣນເບີເກີ້ໃໝ່ຂອງຣັດເຊຍເອງ.

ທັງນີ້ ໃຜທີ່ເຫັນໂລໂກ້ໃໝ່ຕ່າງກໍສະຫຼຸບໄດ້ຢ່າງໄວວາວ່າໂລໂກ້ມີຄວາມຄ້າຍຄືກັບໂລໂກ້ຂອງ McDonald’s. ຜູ້ອອກແບບໂລໂກ້ Uncle Vanya’s ເລືອກໃຊ້ສັນຍະລັກສີເຫຼືອງເທິງພື້ນຫຼັງສີແດງ ໂດຍຂຽນຊື່ຮ້ານອາຫານເປັນສີຂາວກໍາກັບໄວ້ ແລະ ຍັງມີອັກສອນ B ທີ່ເຮັດໃຫ້ຫຼາຍຄົນຖ້າໄດ້ເຫັນຄັ້ງທຳອິດຕ້ອງນຶກເຖິງໂລໂກ້ McDonald’s ຢ່າງແນ່ນອນ.

ຣັດເຊຍ

ທາງດ້ານເວັບໄຊ Nikei Asia ລາຍງານວ່າ ການຮຽນແບບບໍ່ໄດ້ມີພຽງແບຣນເບີເກີ້ຂະໜາດໃຫຍ່ເທົ່ານັ້ນ ເພາະເມື່ອວັນທີ 21 ມີນາ ໄດ້ມີການຢື່ນຄຳຮ້ອງເພື່ອຈົດທະບຽນເຄື່ອງໝາຍການຄ້າຮ້ານເຟີນິເຈີ້ຣັດເຊຍຊື່ IDEA.

ເຊັ່ນດຽວກັນກັບໂລໂກ້ໄດ້ມີອັກສອນຊື່ແບຣນໃນວົງມົນສີເຫຼືອງທີ່ມີພື້ນຫຼັງເປັນສີຟ້າ ເຊິ່ງຄ້າຍຄືກັບໂລໂກ້ສີຟ້າຂອງ IKEA ແບຣນຂາຍເຄື່ອງເຟີນິເຈີ້ຊື່ດັງຂອງສະວີເດັນຢ່າງບໍ່ຜິດພ້ຽນ ໂດຍທີ່ຜູ້ຍື່ນຄຳຮ້ອງຫວັງວ່າບໍລິສັດໃໝ່ຈະສາມາດຕອບສະໜອງຄວາມຕ້ອງການໃນຕະຫຼາດຣັດເຊຍໄດ້ຢ່າງເຕັມທີ່ ຫຼັງຈາກ IKEA ໄດ້ຍຸຕິກິດຈະການ.

ຣັດເຊຍ

ຕາມລາຍງານຂອງສຳນັກຂ່າວ RIA Novosti ຂອງຣັດເຊຍ ໃນຂະນະທີ່ບາງຄົນຊີ້ໃຫ້ເຫັນວ່າເຄື່ອງໝາຍການຄ້າບໍ່ໜ້າຈະໄດ້ຮັບການອະນຸມັດເພາະສີມັນຊວນໃຫ້ນຶກເຖິງສີທຸງປະຈຳຊາດຂອງຢູເຄຣນ.

ນອກຈາກນີ້ຍັງມີ Rossgram ເຊິ່ງເປັນບໍລິການໂຊຊ່ຽວແຊຣ໌ຮູບພາບ ທີ່ໄດ້ເປີດຕົວໄປໃນວັນທີ 28 ມີນາ ບໍ່ພຽງແຕ່ຈະມີຊື່ຄ້າຍຄືກັບ Instagram ເຊິ່ງເປັນທີ່ນິຍົມສຸດໃນຣັດເຊຍ ແຕ່ສີຂອງໂລໂກ້ກໍເກືອບຈະຄືກັນພ້ອມ.

ຣັດເຊຍ

ເບື້ອງຫຼັງ “ຄວາມກ້າ” ທີ່ຈະຮຽນແບບແບຣນລະດັບໂລກທີ່ບໍ່ສົນໃຈສາຍຕາໃຜ ເຊິ່ງມັນມີທີ່ມາຈາກການທີ່ ປູຕິນ ໄດ້ປະກາດຢ່າງເຄັ່ງຄັດວ່າກຽມສັ່ງຍຶດຊັບສິນຂອງບໍລິສັດຕ່າງຊາດທີ່ປະກາດຖອນຕົວຫຼືພັກການດໍາເນີນກິດຈະການພາຍໃນຣັດເຊຍ ພ້ອມສະໜັບສະໜູນແຜນການ ‘ບໍລິຫານຈັດການພາຍນອກ’ (External Management) ເຊິ່ງຈະເປັນແນວທາງດ້ານກົດໝາຍທີ່ຈະຊ່ວຍໃຫ້ລັດຖະບານສາມາດເຂົ້າຍຶດຄອງບໍລິສັດຕ່າງຊາດເຫຼົ່ານັ້ນໄດ້.

“ຣັດເຊຍຈໍາເປັນຕ້ອງດຳເນີນການຂັ້ນເດັດຂາດກັບບັນດາບໍລິສັດຕ່າງຊາດທີ່ຕັ້ງໃຈຫຼືປິດກິດຈະການ” ວາລາດິເມຍ ປູຕິນ ຜູ້ນຳຂອງຣັດເຊຍກ່າວລະຫວ່າງການປະຊຸມກັບຄະນະລັດຖະບານເມື່ອວັນທີ 10 ມີນາທີ່ຜ່ານມາ.

ໂດຍລັດຖະບານກຽມຈະບັງຄັບໃຊ້ແນວທາງການບໍລິຫານຈັດການຈາກພາຍນອກເພື່ອຍຶດກິດຈະການເຫຼົ່ານີ້ ກ່ອນສົ່ງຜ່ານໄປໃຫ້ກັບກຸ່ມບໍລິສັດເອກະຊົນທີ່ມີຄວາມພ້ອມກັບການເຮັດວຽກໃນຣັດເຊຍ ພ້ອມເນັ້ນວ່າຣັດເຊຍຈະຫາວິທີການທີ່ຖືກຕ້ອງຕາມກົດໝາຍເພື່ອເຂົ້າຍຶດບໍລິສັດເຫຼົ່ານີ້. 

ຣັດເຊຍ

ທາງດ້ານ Kiyoshi Kurihara ທະນາຍແລະທີ່ປຶກສາດ້ານຊັບສິນທາງປັນຍາໄດ້ສະແດງຄວາມເຫັນວ່າ ແບຣນຕາເວັນຕົກເຫຼົ່ານີ້ອາດຍື່ນຟ້ອງຕໍ່ສານກ່ຽວກັບການລະເມີດເຄື່ອງໝາຍການຄ້າໂດຍໜຶ່ງໃນປະເດັນສຳຄັນທີ່ຈະຖືກຈັບມາເວົ້າຄື ການເຮັດໃຫ້ຜູ້ບໍລິໂພກສັບສົນລະຫວ່າງແບຣນດັ້ງເດີມກັບແບຣນຮຽນແບບຫຼືບໍ່.

ແຕ່ “ບໍ່ໜ້າເປັນໄປໄດ້ທີ່ (ແບຣນທີ່ອອກຈາກຣັດເຊຍ) ຈະຍື່ນຟ້ອງໃນຣັດເຊຍກ່ຽວກັບການລະເມີດເຄື່ອງໝາຍການຄ້າ” Kiyoshi Kurihara ໄດ້ກ່າວ.

ນອກຈາກນີ້ ນັບຕັ້ງແຕ່ເກີດສົງຄາມຂຶ້ນ ໄດ້ມີການປະເມີນວ່າ ມີບໍລິສັດທົ່ວໂລກບໍ່ໜ້ອຍກວ່າ 400 ບໍລິສັດທີ່ປະກາດຖອນຕົວຫຼືຍຸຕິກິດຈະການຊົ່ວຄາວໃນຣັດເຊຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/