ຫຼິ້ນ ຈະເອ໋ ກັບລູກມີປະໂຫຍດຫຼາຍກວ່າທີ່ຄິດ


ຈະເອ໋ ຄຳເວົ້າສັ້ນໆທີ່ໃຊ້ໄວ້ຢອກເດັກນ້ອຍໃຫ້ເກີດສຽງຫົວ ເປັນເຄື່ອງມືຊ່ວຍເສີມສ້າງພັດທະນາການຫຼາຍໆຢ່າງ ແລະ ມີຄຸນປະໂຫຍດຫຼາຍກວ່າທີ່ທ່ານຄິດ ເຮົາມາເບິ່ງນຳກັນວ່າຈະມີປະໂຫຍດຫຍັງແດ່.

1.ເຝິກຈື່ຈຳຂໍ້ມູນ

ຈາກການສະແດງອອກຂອງການຫຼິ້ນກິດຈະກຳ ຈະເອ๋ ທີ່ຕ້ອງລີ້ຊ້າຍ, ຫຼົບຂວາ, ປາກົດຕົວຈາກທາງນັ້ນ, ທາງນີ້ ເດັກຈຳຕ້ອງໄດ້ຈົດຈຳ ແລະ ສັງເກດວ່າພໍ່ແມ່ຈະປາກົດຕົວອອກມາຈາກທາງໃດ, ຕອນໃດ ແລະ ຈະສະແດງຕົວອອກມາຈາກທາງເກົ່າ ຫຼື ບໍ່.

2.ເຝິກໃຫ້ຮູ້ຈັກການຄອຍຖ້າ

ຈາກການຫຼິ້ນກິດຈະກຳນີ້ ເດັກນ້ອຍຈະຮູ້ວ່າພໍ່ແມ່ມີຕົວຕົນຢູ່ຈິງ, ບໍ່ໄດ້ຈາກໄປໃສ ພຽງອາດບໍ່ຢູ່ໃນບາງຄັ້ງຄາວ ແຕ່ຈັກໜ້ອຍກໍຈະກັບມາ. ສິ່ງນີ້ຊ່ວຍໃຫ້ລູກເກີດຄວາມເຊື່ອໝັ້ນໃນພໍ່ແມ່ ແລະ ຮຽນຮູ້ຢູ່ໄດ້ດ້ວຍຕົນເອງ. ນອກນີ້ແລ້ວ ຍັງຮຽນຮູ້ອົດທົນລໍຄອຍໃນເວລາທີ່ພໍ່ແມ່ກຳລັງປິດໜ້າ, ລີ້ຢູ່ຫຼັງຜ້າແພ ວ່າຈະເປີດ ຫຼື ອອກມາເມື່ອໃດ ເຊິ່ງຈາກກິດຈະກຳນີ້ຕໍ່ຍອດໃຫ້ເດັກຮຽນຮູ້ທີ່ຈະລໍຄອຍໃນເລື່ອງອື່ນໆ ເຊັ່ນ: ລໍຖ້າແມ່ກຳລັງແຕ່ງກິນ, ຊັກເຄື່ອງ, ເຂົ້າຫ້ອງນໍ້າ, ອອກໄປນອກເປັນຕົ້ນ.

3.ພັດທະນາດ້ານການສື່ສານ

ເມື່ອພໍ່ແມ່ຫຼິ້ນກິດຈະກຳຈະເອ໋ກັບລູກ ແລ້ວມີການຕອບສະໜອງຜ່ານຮອຍຍິ້ມ, ສຽງຫົວ ຫຼື ຍົກມື, ຍົກແຂນຂາ ສະແດງໃຫ້ເຫັນວ່າການສື່ສານປະສົບຜົນສຳເລັດ. ດັ່ງນັ້ນ, ການປະຕິສຳພັນທີ່ເກີດຂຶ້ນໃນໄລຍະນີ້ຊ່ວຍການຕຸ້ນການສື່ສານລະຫວ່າງກັນໄດ້ເປັນຢ່າງດີ.

4.ເຄື່ອງມືສ້າງສາຍສຳພັນ

ກິດຈະກຳນີ້ຊ່ວຍໃຫ້ພໍ່ແມ່ ແລະ ລູກໄດ້ໃກ້ຊິດກັນຫຼາຍຂຶ້ນ, ມີເວລາທີ່ດີຕໍ່ກັນ, ຮຽນຮູ້ຕົວຕົນຂອງລູກ, ເອົາໃຈໃສ່ເບິ່ງແຍງ ເມື່ອເດັກກາຍເປັນຜູ້ໃຫ່ຍເຂົາຈະຈົດຈຳຄວາມຮັກ, ຄວາມຫ່ວງໃຍທີ່ຄອບຄົວມີໃຫ້ຕົນ.

ນອກຈາກນີ້, ສິ່ງທີ່ພໍ່ແມ່ຈະໄດ້ຮັບຈາກການຫຼິ້ນຈະເອ໋ກັບລູກກໍຄື: ໄດ້ສັງເກດພັດທະນາການຂອງລູກ, ຮູ້ເຖິງຄວາມຮັກມັກ ຫຼື ຖະໜັດຂອງລູກໃນແຕ່ລະດ້ານຜ່ານການເຄື່ອນໄຫວຫຼິ້ນກິດຈະກຳຕ່າງໆ, ສ້າງຄວາມອົບອຸ່ນ ແລະ ສະໜິດແໜ້ນ ແລະ ຊ່ວຍໃຫ້ລູກເສີມສ້າງພັດທະນາການ.

ອ້າງອີງຈາກ:

https://cutt.ly/FwhFUW9P

https://cutt.ly/WwhFIKtc

https://cutt.ly/zwhFPbdN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/