ຫຼາຍປະເທດຍົກເລີກການປະກາດເຕືອນໄພສຶນາມິແລ້ວ ສ່ວນປະເທດຕອງກາ ກຳລັງຂໍຄວາມຊ່ວຍເຫຼືອແບບຮີບດ່ວນດ້ານອາຫານ-ນ້ຳດື່ມ


ອັບເດດສະຖານະການຫຼ້າສຸດ ຫຼັງຈາກປະເທດຕອງກາ ໄດ້ຮັບຜົນກະທົບຈາກພູໄຟໃຕ້ທະເລລະເບີດ ຈົນເກີດສຶນາມິ ສູງ 1.2 ແມັດ ເມື່ອວັນທີ 15 ມັງກອນ 2022 ທີ່ຜ່ານມາ ແລະ ສາມາດເບິ່ງເຫັນໄດ້ຢ່າງຊັດເຈນ ຈາກກ້ອງດາວທຽມນອກໂລກ.

ມາຮອດວັນທີ 17 ມັງກອນ 2022 ມີການລາຍງານວ່າ: ປະເທດຕອງກາ ກຳລັງຂໍຄວາມຊ່ວຍເຫຼືອແບບຮີບດ່ວນ ໂດຍສະເພາະທາງດ້ານນ້ຳດື່ມ ແລະ ອາຫານ ຫຼັງຈາກຂາດຢ່າງໜັກ. ສະພາທີ່ກ່ຽວຂ້ອງ ກໍໄດ້ມີການປະກາດຜ່ານໂຊຊ່ຽວມີເດຍວ່າ ຕອນນີ້ຄວາມເສຍຫາຍຂອງຊີວິດ ແລະ ຊັບສິນ ໂດຍລວມແມ່ນປະເມີນໄດ້ຍາກ ແຕ່ສິ່ງທີ່ຮູ້ຕອນນີ້ຄືຕ້ອງການຄວາມຊ່ວຍເຫຼືອໂດຍດ່ວນ ໃນການກະຈາຍອາຫານ ແລະ ນ້ຳດື່ມໃຫ້ກັບປະຊາຊົນ.

ຈາກນັ້ນ ກໍມີໜ່ວຍງານທາງອອສເຕເລຍ, ນິວຊີແລນ ສົ່ງເຮືອບິນເຂົ້າສຳຫຼວດຄວາມເສຍຫາຍໃນປະເທດຕອງກາ ແລະ ກ່າວໃຫ້ກຳລັງໃຈຕ່າງໆ ພ້ອມກ່າວວ່າກຳລັງຮ່ວມມືກັບສະຫະລັດອາເມຣິກາ, ຝຣັ່ງ ແລະ ປະເທດອື່ນໆ ເຂົ້າມາຊ່ວຍເຫຼືອຕະຫຼອດຮອດພໍ່ແມ່ປະຊາຊົນ.

ຫຼາຍປະເທດ ລວມເຖິງປະເທດຍີ່ປຸ່ນ ແລະ ສະຫະລັດອາເມຣິກາ ໄດ້ຍົກເລີກການປະກາດເຕືອນໄພສຶນາມິແລ້ວ ຫຼັງຈາກສະຖານະການໂດຍລວມເປັນໄປໃນທິດທາງທີ່ດີຂຶ້ນ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ, ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ຕົວເລກມູນຄ່າຄວາມເສຍຫາຍຢ່າງເປັນທາງການ. ສ່ວນປະເທດຕອງກາ ຍັງຕ້ອງເຝົ້າລະວັງ ແລະ ຍັງມີການເຕືອນໄພບໍລິເວນແຄມຝັ່ງ, ມີການເຕືອນລະວັງກະແສນ້ຳທະເລທີ່ຜິດປົກກະຕິ ແຕ່ໄພພິບັດລະດັບຮຸນແຮງແມ່ນລົດລົງແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/