ການວິໄຈຢືນຢັນ ໃສ່ໜ້າກາກແລ້ວໜ້າຕາດີຂຶ້ນ


ປະຕິເສດບໍ່ໄດ້ວ່າໃນຍຸກການລະບາດຂອງເຊື້ອໂຄວິດ-19 ທຸກຄົນທົ່ວໂລກໄດ້ຫັນມາໃສ່ໜ້າກາກອະນາໄມກັນຫຼາຍຂຶ້ນ ແລະ ມັນໄດ້ກາຍເປັນໜຶ່ງໃນສິ່ງຈຳເປັນຕ້ອງຕິດຕົວໄປໂດຍອັດຕະໂນມັດ. ຫຼາຍບໍລິສັດທາງດ້ານເສື້ອຜ້າກໍໄດ້ອອກມາຕົບແຕ່ງໃຫ້ຮູບແບບຂອງໜ້າກາກທີ່ໃສ່ນັ້ນມີຄວາມຫຼາກຫຼາຍຂຶ້ນ ຈົນເຮັດໃຫ້ການໃສ່ໜ້າກາກກາຍເປັນຄວາມລຶ້ງເຄີຍໃນສັງຄົມ ພ້ອມທັງບາງຄັ້ງກໍເຮັດໃຫ້ເບິ່ງຄືໜ້າຕາດີໄປທັນທີ. ນັກວິໄຈຈາກມະຫາວິທະຍາໄລ Cardiff ເອງກໍຕົກໃຈກັບຜົນການສຶກສາຄັ້ງນີ້ ທີ່ທັງສອງເພດ ຊາຍ ແລະ ຍິງ ຖືກຕັດສິນໃຫ້ໜ້າຕາດີຂຶ້ນເມື່ອພວກເຂົາປິດໜ້າເຄິ່ງໜຶ່ງ.

ບໍ່ພຽງແຕ່ເທົ່ານັ້ນ, ຜົນການວິໄຈຍັງໄດ້ບອກອີກວ່າໜ້າກາກທີ່ໃສ່ແລ້ວໜ້າຕາດີທີ່ສຸດ ແມ່ນໜ້າກາກອະນາໄມໃຊ້ແລ້ວຖິ້ມ ແລະ ບໍ່ແມ່ນໜ້າກາກຜ້າທາງດ້ານແຟຊັ່ນແຕ່ຢ່າງໃດ. ແຕ່ຖ້າເປັນຜົນການວິໄຈຈາກເມື່ອກ່ອນທີ່ຈະເກີດການລະບາດຂອງໂຄວິດ-19ແລ້ວ, ຄົນທີ່ໃສ່ໜ້າກາກທາງການແພດນັ້ນຈະເບິ່ງໜ້າຕາດີໜ້ອຍລົງ ເພາະຄົນເບິ່ງວ່າໜ້າກາກດັ່ງກ່າວມີຄວາມກ່ຽວຂ້ອງກັບໂຣກໄພໄຂ້ເຈັບ. ດຣ. Michael Lewis ຈຶ່ງໄດ້ເລີ່ມການທົດລອງອີກຄັ້ງ ເນື່ອງຈາກໃນຍຸກປັດຈຸບັນ ການປົກປິດໜ້າຕາ ກາຍເປັນສິ່ງທີ່ເຫັນໄດ້ທົ່ວໄປ ແລະ ຍັງເປັນທີ່ເຂົ້າໃຈໄດ້.

ການວິໄຈສ່ວນທຳອິດແມ່ນໄດ້ເລີ່ມຕັ້ງແຕ່ເດືອນກຸມພາປີ 2021 ໂດຍໄດ້ຕີພິມອອກສູ່ວາລະສານ Cognitive Research ທີ່ຈະມີອາສາສະໝັກຍິງ 43 ຄົນ ໄດ້ເຂົ້າມາໃຫ້ຄະແນນ ຈາກ 1 – 10 ຈາກຮູບຂອງຊາຍທີ່ບໍ່ໄດ້ໃສ່ໜ້າກາກ, ໃສ່ໜ້າກາກຜ້າ, ໜ້າກາກທາງການແພດສີຟ້າ ແລະ ເອົາປຶ້ມສີດຳມາປິດບໍລິເວນໜ້າກາກ. ສ່ວນການວິໄຈທີ 2 ແມ່ນໄດ້ເລີ່ມຂຶ້ນແລ້ວແຕ່ຍັງບໍ່ໄດ້ຕີພິມສູ່ວາລະສານເທື່ອ, ທາງ ດຣ. Michael ໄດ້ກ່າວວ່າມັນແມ່ນການໃຫ້ອາສາສະໝັກຊາຍເຂົ້າມາໃຫ້ຄະແນນ ຜູ້ຍິງໃສ່ໜ້າກາກ ເຊິ່ງຜົນແມ່ນອອກມາຄືກັນ.

ໃນການວິໄຈຄັ້ງທີ 1 ນັ້ນ, ບັນດາອາສາສະໝັກໄດ້ຊີ້ວ່າ ຜູ້ທີ່ໃສ່ໜ້າກາກຜ້ານັ້ນໜ້າຕາດີກວ່າຜູ້ທີ່ບໍ່ໃສ່ໜ້າກາກ ແລະ ຜູ້ທີ່ເອົາປຶ້ມບັງປິດໜ້າ ໂດຍສະເພາະໜ້າກາກອະນາໄມແບບໃຊ້ແລ້ວຖິ້ມສີຟ້າ ເຮັດໃຫ້ຜູ້ໃສ່ໜ້າຕາດີຂຶ້ນ. ເມື່ອປຽບທຽບກັບຜົນວິໄຈກ່ອນທີ່ຈະເກີດການລະບາດ ນັບວ່າກົງກັນຂ້າມກັນເລີຍ ເພາະຄົນທີ່ໃສ່ໜ້າກາກອະນາໄມສີຟ້າແມ່ນຈະຖືກຫຼີກເວັ້ນຫຼາຍທີ່ສຸດ.

ການທີ່ຄົນເບິ່ງວ່າຜູ້ໃສ່ໜ້າກາກອະນາໄມທາງການແພດນັ້ນດູດີ ອາດຈະຍ້ອນວ່າ ພວກເຮົາເລີ່ມລຶ້ງເຄີຍກັບພະນັກງານການແພດໃສ່ໜ້າກາກສີຟ້າ ແລະ ຍິ່ງໄດ້ກ່ຽວຂ້ອງກັບການຊ່ວຍເຫຼືອຄົນ ລວມໄປຮອດການເຮັດວຽກທາງການແພດ. ໂດຍສະເພາະໃນເວລາທີ່ເຮົາຮູ້ສຶກອ່ອນເພຍແບບນີ້, ການໄດ້ເຫັນຄົນທີ່ໃສ່ໜ້າກາກທາງການແພດ ສາມາດເຮັດໃຫ້ເຮົາຮູ້ສຶກສະບາຍໃຈ ຫຼື ຮູ້ສຶກໃນທາງບວກຕໍ່ຜູ້ໃສ່. ການວິໄຈຄັ້ງນີ້ສະແດງໃຫ້ເຫັນເຖິງການປ່ຽນແປງ ແລະ ວິວັດທະນາການ ທາງດ້ານຈິດຕະວິທະຍາ ໃນທັດສະນະຄະຕິຕໍ່ຜູ້ໃສ່ໜ້າກາກ ຈາກການທີ່ເຄີຍເຫັນວ່າຜູ້ໃສ່ໜ້າກາກການແພດແມ່ນຕ້ອງອອກຫ່າງ ກາຍເປັນຜູ້ທີ່ໃສ່ຈະເບິ່ງແລ້ວດູດີທີ່ສຸດ.

ນອກຈາກນີ້ ນັກວິໄຈຍັງໄດ້ເສີມອີກວ່າ ມັນເປັນໄປໄດ້ທີ່ໜ້າກາກຈະເຮັດໃຫ້ຄົນເຮົາດູດີຂຶ້ນ ເນື່ອງຈາກວ່າມັນປົກປິດສິ່ງອື່ນ ແລະ ເຮັດໃຫ້ຈຸດສົນໃຈໄປລວມຢູ່ທີ່ຕາໂດຍກົງ. ບໍ່ພຽງເທົ່ານັ້ນ ມີການວິໄຈອື່ນທີ່ບໍ່ວ່າຈະເປັນການປິດຕາຊ້າຍ ຫຼື ຕາຂວາ ກໍເຮັດໃຫ້ຄົນດູດີຂຶ້ນ ສ່ວນໜຶ່ງກໍຍ້ອນສະໝອງຄົນເຮົາຕື່ມຊ່ອງວ່າງທີ່ຫາຍໄປ ແລະ ເພີ່ມຈິນຕະນາການໃຫ້ເກີນຄວາມຈິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/