ບໍລິສັດຍັກໃຫຍ່ຂອງຍີ່ປຸ່ນຫຼາຍບໍລິສັດຕົກລົງເຫັນດີທີ່ຈະຍົກລະດັບຄ່າຈ້າງໃຫ້ສູງທີ່ສຸດໃນຮອບຫຼາຍທົດສະວັດ ໃນລະຫວ່າງການເຈລະຈາກັບສະຫະພາບແຮງງານ ເມື່ອວັນທີ 15 ມີນາທີ່ຜ່ານມານີ້ ຫຼັງຈາກທ່ານ ຟູມິໂອະ ຄິຊິດະ (Fumio Kishida) ປະທານາທິບໍດີຍີ່ປຸ່ນ ໄດ້ຮຽກຮ້ອງ ໃຫ້ ບັນດານັກທຸລະກິດ ແລະ ບໍລິສັດເອກະຊົນ ຍົກລະດັບຄ່າແຮງງານຂຶ້ນເພື່ອຊ່ວຍໃຫ້ປະຊາຊົນຮັບມືກັບເງິນເຟີ້ທີ່ເພີ່ມຂຶ້ນ.
ນັບແຕ່ຊຸມປີ 1990 ເປັນຕົ້ນມາ ອັດຕາຄ່າຈ້າງຂອງພະນັກງານທີ່ໄດ້ຮັບຄ່າຈ້າງໃນປະເທດຍີ່ປຸ່ນເກືອບຈະບໍ່ມີການເໜັງຕີງເລີຍ ອີງຕາມອົງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (OECD) ຄ່າແຮງງານສະເລ່ຍຂອງຍີ່ປຸ່ນໄດ້ເພີ່ມຂຶ້ນພຽງ 6,3% ຈາກປີ 1990 ຫາ 2021. ສ່ວນປະເທດ ອື່ນໆຂອງ G7 ເຊັ່ນ: ສະຫະລັດອາເມຣິກາ ແລະ ປະເທດອັງກິດ ໄດ້ເພີ່ມຂຶ້ນຫຼາຍກວ່າ 50% ໃນໄລຍະດຽວກັນ.
![ຫຼາຍບໍລິສັດໃນຍີ່ປຸ່ນ](https://laox.la/wp-content/uploads/2023/03/image-165.png)
ແຕ່ຢ່າງໃດກໍຕາມ ລາຄາຄ່າຄອງຊີບ ແລະ ອັດຕາເງິນເຟີ້ຂອງຍີ່ປຸ່ນໄດ້ເພີ່ມຂຶ້ນສູງສຸດໃນຮອບ 40 ປີ ໂດຍຄ່າຄອງຊີບພື້ນຖານໄດ້ເພີ່ມຂຶ້ນກວ່າ 4,2% ໃນເດືອນມັງກອນເມື່ອປຽບທຽບປີຕໍ່ປີ ແລະ ການຂະຫຍາຍຕົວທີ່ໄວທີ່ສຸດນັບຕັ້ງແຕ່ເດືອນກັນຍາ ປີ 1981, ພາຍໃຕ້ຄວາມກົດດັນຈາກການອ່ອນຄ່າຂອງເງິນເຢນ ແລະ ຕົ້ນທຶນສິນຄ້າທີ່ດີດຕົວຂຶ້ນ. ສົ່ງຜົນໃຫ້ລັດຖະບານຂອງ ນາຍົກ ຄິຊິດະ ໄດ້ພະຍາຍາມຊຸກຍູ້ໃຫ້ນັກທຸລະກິດຍົກລະດັບຄ່າແຮງງານໃຫ້ແກ່ພະນັກງານຂອງເຂົາເຈົ້າ.
Nissan ໜຶ່ງໃນຜູ້ນຳດ້ານພາຫະນະ ຂອງຍີ່ປຸ່ນ ກໍໄດ້ປະກາດ ຈະປັບຂຶ້ນເງິນເດືອນສະເລ່ຍ 12.000 ເຢນ ເຊິ່ງກາຍເປັນການປັບເງິນເດືອນຂອງພະນັກງານຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ປີ 2004. ນອກຈາກນີ້ ທາງບໍລິສັດ ຍັງໄດ້ມີການປະກາດກຽມປັບຂຶ້ນເປັນເດືອນລະ 5,5 ຕາມຄຳຮຽກຮ້ອງຂອງສະພາແຮງງານ. ສ່ວນ Toyota Motor ກຽມຂຶ້ນເງິນເດືອນສູງສຸດໃນຮອບ 20 ປີ ຂະນະທີ່ Honda Motor ກໍຕົກລົງທີ່ຈະປັບຄ່າແຮງຂຶ້ນສູງສຸດ ໃນຮອບ 30 ປີ.
![ຫຼາຍບໍລິສັດໃນຍີ່ປຸ່ນ](https://laox.la/wp-content/uploads/2023/03/image-166.png)
ນອກຈາກອຸດສາຫະກໍາລົດແລ້ວ ບໍລິສັດອີເລັກໂທຣນິກ Hitachi ຍັງຕັດສິນໃຈຍົກລະດັບເງິນເດືອນພື້ນຖານໃຫ້ໄດ້ 7.000 ເຢນ, ຫຼືເພີ່ມຂຶ້ນໃນລະດັບສູງສຸດນັບຕັ້ງແຕ່ປີ 1998. ສ່ວນຍີ່ຫໍ້ເຄື່ອງດື່ມຢ່າງ Sapporo ແມ່ນກໍານົດທີ່ຈະເພີ່ມເງິນເດືອນພື້ນຖານຂຶ້ນອີກ 9.000 ເຢນ ສູງສຸດໃນຮອບ 40 ປີ.
ເຖິງຢ່າງໃດກໍຕາມ, ສຳລັບບໍລິສັດຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນຍັງບໍ່ມີການຢືນຢັນຊັດເຈນ ວ່າຈະມີນະໂຍບາຍດັ່ງກ່າວຫຼືບໍ່ ເພາະພວກເຂົາຍັງກັງວົນທີ່ຈະຕ້ອງປ່ອຍໃຫ້ລູກຄ້າແບກຮັບຕົ້ນທຶນທີ່ສູງຂຶ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/