ຫຼັງຈາກທີ່ຕໍ່ສູ້ກັນມາເປັນເວລາດົນ! SEC ກໍໄດ້ອອກມາຢືນຢັນຢ່າງເປັນທາງການແລ້ວວ່າ XRP ນັ້ນບໍ່ຖືວ່າເປັນຫຼັກຊັບອີກຕໍ່ໄປ


ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຢືນຢັນຢ່າງເປັນທາງການວ່າ XRP ບໍ່ຖືວ່າເປັນຫຼັກຊັບ. ເຊິ່ງການປະກາດດັ່ງກ່າວເປັນສ່ວນໜຶ່ງຂອງການອຸທອນຂອງຜູ້ຄວບຄຸມດູແລຕໍ່ກັບຄໍາຕັດສິນຂອງ Ripple.

SEC ໄດ້ລະບຸ​ໃນຍັດຕິທີ່​ໄດ້​ຍື່ນ​ໃໝ່​ວ່າ “ສຳນັກງານຂອງຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ຈະບໍ່ຂໍໃຫ້ມີການອຸທອນເພື່ອພິຈາລະນາການເຖິງການຖືຄອງໃດໆ ທີ່ກ່ຽວຂ້ອງກັບຄວາມຈິງທີ່ວ່າສິນຊັບທີ່ຕິດພັນຢູ່ທີ່ນີ້ແມ່ນບໍ່ມີຫຍັງນອກເໜືອຈາກລະຫັດຄອມພິວເຕີທີ່ບໍ່ມີຄຸນຄ່າໃນຕົນເອງ”

ໂດຍການທີ່ SEC ແນມເຫັນວ່າສິນຊັບດິຈິຕອນຄື XRP ນັ້ນບໍ່ແມ່ນຫຼັກຊັບໂດຍແທ້ຈິງ ເຮັດໃຫ້ເກີດຄວາມຕື່ນເຕັ້ນຫຼາຍໃນໂລກຂອງ Crypto ໂດຍສະເພາະແມ່ນບັນດາຜູ້ທີ່ຫຼົງໃຫຼໃນຫຼຽນ XRP.

John Deaton ເຊິ່ງເປັນທະນາຍຄວາມໄດ້ຕັ້ງຂໍ້ສັງເກດກ່ຽວກັບບົດສະຫຼຸບໃນຄັ້ງນີ້ວ່າ ການທີ່ SEC ໄດ້ຍອມຮັບວ່າຫຼຽນ XRP ບໍ່ແມ່ນຫຼັກຊັບນັ້ນເປັນຜົນມາຈາກການສະໜັບສະໜູນຢ່າງລົ້ນຫຼາຍຂອງບັນດາຜູ້ທີ່ມັກໃນຫຼຽນ XRP ກວ່າ 75,000 ລາຍທີ່ມີສ່ວນຮ່ວມໃນການຍື່ນຟ້ອງ.

“ພວກເຮົາຕໍ່ສູ້ເພື່ອໃຫ້ຜູ້ພິພາກສາແນມເຫັນວ່າ tokens ນັ້ນບໍ່ແມ່ນຫຼັກຊັບ, ໃນຄວາມເປັນຈິງມັນເປັນສ່ວນໜຶ່ງຂອງການໂຕ້ຖຽງໃນບົດສະຫຼຸບ”

SEC ໄດ້ເລີ່ມການອຸທອນລະຫວ່າງການສົນທະນາ, ໂດຍ SEC ໄດ່ຍື່ນຄຳຮ້ອງຢ່າງເປັນທາງການຕໍ່ສານແຂວງສະຫະລັດໃນເຂດພາກໃຕ້ຂອງນິວຢອກ (SDNY) ເພື່ອຮອງຮັບການອຸທອນລະຫວ່າງຄູ່ສົນທະນາໃນຂໍ້ຂັດແຍ້ງທາງກົດໝາຍກັບ Ripple Labs

ແຕທີ່ໜ້າສົນໃຈກໍຄື ຄຳຕອບຂອງ SEC ນັ້ນໄດ້ເປັນໄປຕາມຄຳພິພາກສາຂອງ Analisa Torres ທີ່ດູແລຄະດີນີ້ຢ່າງໃກ້ຊິດ. ເຊິ່ງຜູ້ພິພາກສາໄດ້ອະນຸຍາດໃຫ້ຕົວແທນຍື່ນຄຳຮ້ອງເພື່ອອຸທອນລະຫວ່າງຄູ່ສົນທະນາ.

ທັງນີ້ໃນການຍື່ນຟ້ອງຂອງ SEC ນັ້ນມຸ່ງເນັ້ນໄປທີ່ການພິຈາລະນາຄະດີຂອງຜູ້ພິພາກສາ Analisa Torres ກ່ຽວກັບການຂາຍ ແລະ ການແຈກຢາຍຂອງຫຼຽນ XRP ຂອງ Ripple ແລະເມື່ອຢ້ອນກັບໄປເບິ່ງໃນວັນທີ 13 ກໍລະກົດທີ່ຜ່ານມາສານສະຫະລັດກໍຕັດສິນວ່າການເຮັດທຸລະກຳເຫຼົ່ານີ້ບໍ່ເຂົ້າເກນທີ່ຈະເປັນຫຼັກຊັບໄດ້. ນອກຈາກນີ້ ຍັງມີຂ່າວລືວ່າບໍລິສັດ Ripple ຈຳເປັນຈະຕ້ອງສົ່ງການຕອບຮັບຕໍ່ການເຄື່ອນໄຫວຂອງ SEC ໃນວັນທີ 1 ກັນຍາທີ່ຈະມາເຖິງນີ້.

ທີ່ມາ:

coinedition

bloomberglaw

lexology

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/