ພັດທະນາໄປອີກຂັ້ນ! ຈີນເປີດຕົວຫຸ່ນຍົນທີ່ມີໃບໜ້າ ແລະ ສາມາດເຄື່ອນໄຫວແບບລະອຽດອ່ອນຄ້າຍຄືມະນຸດໄດ້ຢ່າງເປັນທຳມະຊາດໃນງານ WRC 2023


ຈີນໄດ້ຈັດງານກອງ​ປະ​ຊຸມ​ຫຸ່ນ​ຍົນ​ໂລກປະຈຳ​ປີ 2023 (World Robot Conference: WRC 2023) ທີ່ປັກກິ່ງ ເພື່ອສົ່ງເສີມຄວາມກ້າວໜ້າທາງວິທະຍາສາດ ແລະ ເທັກໂນໂລຢີພາຍໃຕ້ອຸດສາຫະກຳໃໝ່ຂອງໂລກ ເຊິ່ງຈະເລີ່ມຕັ້່ງແຕ່ວັນທີ 19 – 22 ສິງຫານີ້ເປັນຕົ້ນໄປ.

ໂດຍໃນງານ WRC 2023 ຈະມີບໍລິສັດ ແລະ ສະຖາບັນການຄົ້ນຄວ້າຈາກຫຼາກຫຼາຍປະເທດທີ່ນຳຜະລິດຕະພັນມາສະແດງໃນງານກວ່າ 600 ລາຍການ, ໂດຍຜູ້ເຂົ້າຮ່ວມງານຈະສາມາດຊົມການສະແດງຂອງຫຸ່ນຕ່າງໆພາຍໃນງານ ໂດຍຫຸ່ນຍົນຫຼັກໆທີ່ໜ້າສົນໃຈກໍຄືຫຸ່ນຍົນມະນຸດ (Humanoid) ຫຼື ຫຸ່ນຍົນທີ່ຄ້າຍຄືມະນຸດ ເຊິ່ງຖືເປັນສີສັນຂອງງານໃນຄັ້ງນີ້ ດ້ວຍເທັກໂນໂລຢີທີ່ຍົກລະດັບການເຄື່ອນໄຫວໃນການສະແດງອອກ ແລະ ທ່າທາງຂອງຫຸ່ນຍົນໃຫ້ຄ້າຍຄືມະນຸດຫຼາຍທີ່ສຸດ.

ວິສະວະກອນຝ່າຍຄົ້ນຄວ້າ ແລະ ພັດທະນາຂອງບໍລິສັດຫຸ່ນຍົນມະນຸດ (EXRobots) ໄດ້ເປີດເຜີຍວ່າ ຫຸ່ນຍົນທີ່ຈັດນຳມາຈັດສະແດງໃນງານຄັ້ງນີ້ໄດ້ຮັບການພັດທະນາເພື່ອໃຫ້ຂໍ້ຕໍ່ ແລະ ນິ້ວມືຂອງຫຸ່ນຍົນສາມາດເຄື່ອນໄຫວ ແລະ ສະແດງອອກຢ່າງເປັນທຳມະຊາດໄດ້ດີຍິ່ງຂຶ້ນ.

ທັງນີ້ ຕົວຫຸ່ນຍົນຍັງສາມາດສະແດງອາລົມອອກທາງໃບໜ້າ ບໍ່ວ່າຈະເປັນຄວາມສຸກ, ຄວາມເສົ້າ, ໃຈຮ້າຍ ແລະ ອື່ນໆທີ່ສາມາດໃຊ້ຕອບໂຕ້ທາງອາລົມໄດ້. ຜິວໜັງຂອງຫຸ່ນຍົນຍັງໄດ້ຮັບການປັບປຸງໃຫ້ມີຜິວສຳຜັດທີ່ເປັນທຳມະຊາດທີ່ສຸດ, ເນື່ອງຈາກຫຸ່ນຍົນມີລັກສະນະ ແລະ ທ່າທາງຄ້າຍຄືກັບມະນຸດຫຼາຍຈຶ່ງເຮັດໃຫ້ຜູ້ເຂົ້າຮ່ວມງານຕື່ນເຕັ້ນ ແລະ ຕົກໃຈຂອງຄວາມຄືກັບມະນຸດນີ້ໄປຕາມໆກັນ. ນອກເໜືອໄປຈາກນັ້ນ ຫຸ່ນຍົນຍັງສາມາດຮຽນແບບການເຄື່ອນໄຫວຂອງຕາມະນຸດໄດ້ທຸກແບບ ແລະ ການເຄື່ອນໄຫວແບບລະອຽດອ່ອນຂອງນິ້ວມືນຳ.

ນອກຈາກນີ້ ໃນງານກໍຍັງມີຫຸ່ນຍົນໝາ (Cyberdog) ພັດທະນາໂດຍ Xiaomi ທີ່ຂັບເຄື່ອນໂດຍສະໝອງກົນ NVIDIA® Jetson Xavier™ NX ທີ່ສາມາດປະມວນຜົນຂໍ້ມູນຂະໜາດໃຫຍ່ທີ່ຖືກເກັບຂໍ້ມູນຈາກເຊນເຊີຕ່າງໆໄດ້ຢ່າງບໍ່ຕິດຂັດ ແລະ ສາມາດວິເຄາະສິ່ງອ້ອມຂ້າງໄດ້ຢ່າງຖືກຕ້ອງເພື່ອຫຼີກເວັ້ນສິ່ງກີດຂວາງ ຫຼື ຢ່າງຕາມເປົ້າໝາຍໄດ້ຢ່າງຖືກຕ້ອງ.

ຫຸ່ນຍົນແມວ (MetaCat) ພັດທະນາໂດຍບໍລິສັດຫຸ່ຍຍົນຕ້າຊຽງ, ທີີ່ຈະນອນຢູ່ເຖິງເວທີ ເມື່ອມີມືເຂົ້າມາລູບຫົວ ແລະ ຫາງ ມັນກໍຈະຍືດຕົວອອກພ້ອມສຽງຮ້ອງຂອງແມວ. ໂດຍຫຸ່ນຍົນແມວ (MetaCat) ສາມາດຕອບໂຕ້ ແລະ ມີປະຕິກິລິຍາກັບສຽງເວົ້າ. ດັ່ງນັ້ນ, ມັນຈຶ່ງສາມາໃຊ້ເປັນໝູ່ກັບຜູ້ສູງອາຍຸ ແລະ ເດັກນ້ອຍໄດ້. ໂດຍບໍລິສັດໄດ້ຖ່າຍທຳພຶດຕິກຳຂອງແມວ 100 ໂຕ ເພື່ອຈຳລອງຫຸ່ນຍົນແມວແທ້, ບັນທຶກ ແລະ ວິເຄາະດ້ານຕ່າງໆ, ຈັງຫວະ ແລະ ທິດທາງຂອງການເຄື່ອນໄຫວເພື່ອໃຫ້ຫຸ່ນຍົນແມວສຶກສານິດໄສຂອງແມວທີ່ແທ້ຈິງ.

ໃນງານຍັງໄດ້ມີການຈັດກິດຈະກຳຕ່າງໆເຊັ່ນ: ການແຂ່ງຂັນຫຸ່ນຍົນລວມ , ການແຂ່ງຂັນຫຸ່ນຍົນທີ່ບັງຄັບດ້ວຍການສັ່ງການຈາກສະໝອງ, ການປະກວດຫຸ່ນຍົນ, ການປະກວດການອອກແບບຫຸ່ນຍົນຂອງຊາວໜຸ່ມ ແລະໃນລະຫວ່າງການແຂ່ງຂັນຍັງຈະມີການຈັດ Brain-Controlled Robot Challenge ຂຶ້ນອີກດ້ວຍ.

ທີ່ມາ:

Ch7

xinhuathai

springnews

beijing

apnews

scmp

cri

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/