ມາເລເຊຍ-ໄທ-ຟີລິບປິນ 3 ປະເທດໃນອາຊຽນ ຕິດ Top 10 ປະເທດທີ່ຄົນສົນໃຈຢາກຢູ່ ແລະ ຢາກເຮັດວຽກທີ່ສຸດໃນໂລກ


InterNations ກຸ່ມຂອງຊາວຕ່າງຊາດ ໃນຕ່າງປະເທດທີ່ໃຫຍ່ທີ່ສຸດໃນໂລກ ມີສະມາຊິກຫຼາຍກວ່າ 4.8 ລ້ານຄົນ ອອກມາເປີດເຜີຍຜົນສໍາຫຼວດ Expat Inside ປະຈຳປີຫຼ້າສຸດ ກ່ຽວກັບປະເທດທີ່ເປັນຈຸດໝາຍປາຍທາງທີ່ດີທີ່ສຸດສຳລັບການຢູ່ອາໄສ ແລະ ການເຮັດວຽກຂອງຊາວຕ່າງຊາດ ໂດຍມີປະເທດໃນກຸ່ມອາຊຽນຕິດ 10 ອັນດັບທໍາອິດເຖິງ 3 ປະເທດ ມີ ປະເທດມາເລເຊຍ (ອັນດັບ4), ໄທ (ອັນດັບ6) ແລະ ຟິລິບປິນ (ອັນດັບ8).

ຜົນການສຳຫຼວດດັ່ງກ່າວ ລວມຄຳຕອບຈາກຜູ້ຕອບແບບສອບຖາມທັງໝົດ 12,000 ຄົນ ໂດຍສະແດງຂໍ້ມູນເຊີງເລິກຂອງຊີວິດຊາວຕ່າງຊາດໃນປະເທດເຖິງ 53 ປະເທດ ໂດຍມີດັດຊະນີ 5 ຢ່າງດັ່ງນີ້:

1. ຄຸນະພາບຊີວິດ (Quality of Life)

2. ຄວາມງ່າຍໃນການຕັ້ງຖິ່ນຖານ (Ease of Settling In)

3. ການເຮັດວຽກໃນຕ່າງປະເທດ (Working Abroad)

4. ການເງິນສ່ວນບຸກຄົນ (Personal Finance)

5. ສິ່ງຈຳເປັນສຳລັບຊາວຕ່າງຊາດ (Expat Essentials)

ມາເລເຊຍ ຍອມຮັບເລີຍວ່າເປັນປະເທດທີ່ພັດທະນາໃນຫຼາຍໆດ້ານ ມີຄວາມໂດດເດັ່ນເລື່ອງການເງິນສ່ວນບຸກຄົນຫຼາຍທີ່ສຸດ ເຊິ່ງມາເລເຊຍໂດຍທົ່ວໄປເຫັນດ້ວຍກັບຜົນດັ່ງກ່າວ ເນື່ອງຈາກລາຍໄດ້ຄົວເຮືອນພຽງພໍສຳລັບການໃຊ້ຊີວິດໄດ້ຢ່າງສະດວກສະບາຍ.

ໄທ ປະເທດເພື່ອນບ້ານທີ່ສະໜິດສະໜົມກັບລາວຫຼາຍທີ່ສຸດ ວັດທະນະທຳມີຄວາມຄ້າຍຄືກັນ ສາມາດຟັງພາສາກັນໄດ້, ສຳລັບຊາວຕ່າງຊາດແລ້ວໃຫ້ຄວາມສຳຄັນເລື່ອງການຄຸ້ມຄ່າ ມັກຍ້ອງປະເທດໄທໃນເລື່ອງຂອງທີ່ພັກ ເຊິ່ງຫາງ່າຍສະດວກສະບາຍ ມີລາຄາທີ່ເໝາະສົມ ໂດຍລວມຊາວຕ່າງຊາດມີຄວາມສຸກກັບຊີວິດໃນປະເທດໄທເປັນຢ່າງດີ.

ຟິລິບປິນ ຈະຄ້າຍຄືກັບມາເລເຊຍ ມີຄວາມພໍໃຈກັບລາຍໄດ້ຄົວເຮືອນ ແລະ ພໍໃຈກັບສະຖານະການເງິນເມື່ອທຽບກັບທົ່ວໂລກ.

ນອກຈາກນີ້ ກໍມີປະເທດໃນອາຊຽນທີ່ຕິດອັນດັບ ອິນໂດເນເຊຍຕິດອັນດັບທີ 13, ຫວຽດນາມ ຕິດອັນດັບທີ 14, ສິງກະໂປ ອັນດັບ 37 ສ່ວນລາວບໍ່ຕິດອັນດັບ.

ທີ່ມາ:

AEC Connect

ScandAsia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/