ມາແບບມິດໆ! Elemental ກວາດລາຍໄດ້ໃນຕະຫຼາດຕ່າງປະເທດຢ່າງມະຫາສານ


Elemental ຜົນງານຮູບເງົາອະນິເມຊັນເລື່ອງຫຼ້າສຸດຈາກຄ້າຍ Pixar ແລະ Disney ຖືວ່າເປັນອີກໜຶ່ງຮູບເງົາທີ່ປະສົບຄວາມສຳເລັດເກີນຄາດຢ່າງຫຼວງຫຼາຍ ເນື່ອງຈາກຕອນທຳອິດໃນການເປີດຕົວນັ້ນໄດ້ລາຍຕ່ຳ ແຕ່ດ້ວຍກະແສປາກຕໍ່ປາກເຮັດໃຫ້ກວາດລາຍໄດ້ຕິດມືໄປຢ່າງມະຫາສານ.

ໂດຍຕາມຂໍ້ມູນຈາກ Discussing Film ໄດ້ເປີດເຜີຍວ່າ Elemental ເຮັດລາຍໄດ້ທົ່ວໄປ 307,2 ລ້ານໂດລາ ແຊງໜ້າອະນິເມຊັນພາກຕໍ່ສຸດຮິດຂອງ Sony Pictures ຢ່າງຮູບເງົາ Spider-Man: Across the Spider-Verse ທີ່ເຮັດໄວ້ຢູ່ທີ່ 305,9 ລ້ານໂດລາ ສົ່ງຜົນໃຫ້ Elemental ກາຍເປັນຮູບເງົາອະນິິເມຊັນທີ່ເຮັດລາຍໄດ້ສູງທີ່ສຸດເປັນອັນດັບ 2 ຂອງປີ 2023 ເປັນຮອງພຽງແຕ່ The Super Mario Bros. Movie.

ປັດຈຸບັນຮູບເງົາອະນິເມຊັນ Elemental ມີລາຍໄດ້ລວມທົ່ວໂລກຢູ່ທີ່ 458,3 ລ້ານໂດລາ ເຊິ່ງສູງພໍທີ່ຈະເຮັດໃຫ້ສະຕູດິໂອໄດ້ກຳໄລແລ້ວ ແຕ່ກໍຍັງເປັນຮູບເງົາອະນິເມຊັນຈາກຄ້າຍ Pixar ທີ່ມີລາຍໄດ້ເປີດຕົວຕ່ຳທີ່ສຸດນັ້ນເອງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/