ຫົວໃຈແມ່ນັ້ນຍິ່ງໃຫຍ່! ແມ່ຄ່າງກອດລູກໄວ້ຈົນນາທີສຸດທ້າຍຂອງຊີວິດ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຄ່າງໂຕແມ່ທີ່ໄດ້ອຸ້ມລູກນ້ອຍ ລົງຈາກເຂົາອອກມາຈາກປ່າເພື່ອຫາອາຫານ ແຕ່ກັບຖຶກຝູງໝາທີ່ເຝົ້າບໍລິເວນຄ້າຍທະຫານລຸມກັດ ລະຫວ່າງທີ່ຕົກລົງມາຈາກຕົ້ນໄມ້ ທີ່ກຳລັງເກັບໝາກໄມ້ໃຫ້ລູກນ້ອຍກິນ.

ສິ້ນສຽງຂອງໝາ ພາບທີ່ປາກົດຢູ່ເບື້ອງໜ້າສຸດເແສນເສົ້າສະຫຼົດໃຈ ເມື່ອຄ່າງຜູ້ເປັນແມ່ໄດ້ສິ້ນລົມຫາຍໃຈ ແຕ່ຮ່າງກາຍຍັງຄົງກອດລູກເອົາໄວ້ແໜ້ນ ເພື່ອປົກປ້ອງລູກຈາກຝູງໝາຢ່າງສຸດຊີວິດຂອງມັນເອງ ເຊິ່ງລູກຄ່າງກໍຍັງຄົງກອດຮ່າງອັນໄຮ້ຊີວິດຂອງແມ່ໄວ້ຢູ່.

ເບື້ອງຕົ້ນໄດ້ມີການຍ້າຍຮ່າງຂອງຄ່າງຜູ້ເປັນແມ່ ແລະ ລູກນ້ອຍອອກໄປຈາກບໍລິເວນດັ່ງກ່າວ ເພື່ອເລັ່ງນຳສົ່ງມອບໃຫ້ຢູ່ຄວາມດູແລເບິ່ງແຍງຂອງສະຖານີເພາະລ້ຽງສັດປ່າບາງລະມຸງ ແຂວງ ຊົນບູຣີ ເພື່ອເຮັດການພິສູດ ກ່ອນຈະຝັງຮ່າງ ແລະ ລູກຄ່າງຕ້ອງຮັບການກວດຮ່າງກາຍ ເພື່ອໃຫ້ໄດ້ມີຊີວິດຕໍ່ໄປ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/