ຕົ້ນສັງກັດປະຕິເສດ!  ຂ່າວ Han So-hee ທີ່ຖືກຖອນອອກຈາກພຣີເຊັນເຕີຫຼາຍແບຣນ


ກະແສຂ່າວຄວາມສຳພັນຂອງນັກສະແດງ Han So-hee ກັບ Ryu Jun Yeol ທີ່ກຳລັງຄົບຫາເບິ່ງໃຈກັນ ກາຍເປັນຂ່າວທີ່ຫຼາຍຄົນຈັບຕາອັນເນື່ອງມາຈາກປະເດັນຕ່າງໆ ເຫດມາຈາກນັກສະແດງຫາກໍເລິກກັບແຟນເກົ່າ ແຕ່ກໍມາຄົບກັບນັກສະແດງສາວທັນທີ ແລະ ຍັງມີລາຍງານຕາມມາວ່ານັກສະແດງສາວ ຖືກຖອນອອກຈາກພຣີເຊັນເຕີຫຼາຍແບຣນ ເຫດມາຈາກຂ່າວດັ່ງກ່າວ.

ຫຼ້າສຸດທາງຕົ້ນສັງກັດຂອງ Han So-hee ຢ່າງ 9ato Entertainment ອອກມາເຄື່ອນໄຫວ ໂດຍເຜີຍວ່າ ບໍ່ໄດ້ມີການຖອນອອກຈາກການເປັນພຣີເຊັນເຕີຢ່າງທີ່ເປັນຂ່າວ ແຕ່ເປັນການໝົດສັນຍາ ແລະ ຂໍ້ຕົກລົງທີ່ວາງເອົາໄວ້ພຽງເທົ່ານັ້ນ ພ້ອມຍັງບອກອີກວ່າ “ ການບອກວ່າ Han So-hee ຖືກຖອນອອອກຈາກສັນຍາໂຄສະນາເພາະເລື່ອງນີ້ບໍ່ເປັນຄວາມຈິງແຕ່ຢ່າງໃດ.

The Standard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/