ຢາກເປັນເສດຖີຈາກ crypto ນັ້ນບໍ່ແມ່ນເລື່ອງງ່າຍຢ່າງທີ່ຄິດ! 4 ເຫດຜົນທີ່ຈະເຮັດໃຫ້ທ່ານຕ້ອງຄິດຄືນໃໝ່ກ່ອນທີ່ຈະລົງທຶນໃນ Crypto


ຫຼັກການຂອງການລົງທຶນໃນໂລກ Crypto ເບິ່ງຄືວ່າຈະງ່າຍໆ ເພາະເຮົາພຽງແຕ່ກະຈາຍຄວາມສ່ຽງໃນຫຼັກຊັບການລົງທຶນຂອງຕົນເອງ ແລະ ລໍຖ້າຜົນທີ່ໄດ້ຮັບໃນໄລຍະຍາວກໍສາມາດເຮັດກຳໄລໄດ້ແລ້ວ. ແຕ່ວ່າ ເມື່ອເຮົາເຫັນຄົນໃນ Reddit ລວຍຂຶ້ນມາທັນທີພຽງຊົ່ວຂ້າມຄືນຈາກການລົງທຶນໃນ crypto , ຄວາມຄິດຢາກທີ່ຈະລົງທຶນໃນແບບເດີມໆກໍປ່ຽນໄປ.

ຕົວຢ່າງ Erik Finman ກາຍເປັນມະຫາເສດຖີໃນຊົ່ວຂ້າມຄືນ, ຫຼັງຈາກທີ່ລົງທຶນ 1,000 ໂດລາໃນ Bitcoin ເມື່ອເຂົາອາຍຸ 12 ປີ ແລະ ເມື່ອເວລາຜ່ານໄປ ລາຄາຂອງ Bitcoin ກໍໄດ້ເພິ່ມຂຶ້ນຢ່າງຫຼວງຫຼາຍ ຈົນເຮັດໃຫ້ລາວໄດ້ຮັບຜົນກຳໄລຈາກການລົງທຶນໃນຄັ້ງນັ້ນຫຼາຍເຖິງ 4.8 ລ້ານໂດລາ. ໃນສ່ວນຂອງ Glauber Contessoto ແມ່ນໄດ້ນໍາເງິນເກັບອອມທັງໝົດມາລົງທຶນໃນຫຼຽນ dogecoin ໃນວັນທີ 5 ກຸມພາ ແລະ ພາຍໃນກາງເດືອນເມສາ ການລົງທຶນຂອງລາວກໍມີມູນຄ່າເພີ່ມຂຶ້ນຫຼາຍກວ່າ 1 ລ້ານໂດລາ. ເນື່ອງຈາກລາຄາຂອງ Dogecoin ໄດ້ເພິ່ມຂຶ້ນເຖິງ 400% ພາຍໃນ 1 ອາທິດເມື່ອເດືອນກ່ອນ, ເຮັດໃຫ້ນັກລົງທຶນທັງຫຼາຍທີ່ຫຼົງໃຫຼໃນ Dogecoin ຕ່າງກໍດີໃຈກັນຖ້ວນໜ້າ ແລະ ໂພສໃນແພລັດຟອມ social media ຕ່າງໆວ່າສາມາດເຮັດກຳໄລຈາກການລົງທຶນໃນ crypto ຫຼາຍພັນໂດລາ.

ດັ່ງນັ້ນ, ຖ້າຫາກທ່ານເສຍໃຈ ຫຼື ເສຍດາຍທີ່ເຫັນຄົນອື່ນສາມາດເຮັດກຳໄລໄດ້ຢ່າງງ່າຍດາຍຈາກການລົງທຶນໃນ crypto ເຫຼົ່ານີ້. ແຕ່​ກໍບໍ່ຕ້ອງໂທດຕົນເອງຫຼາຍເກິນໄປ ເນື່ອງຈາກວ່າການເລືອກລົງທຶນໃນຫຼຽນທີ່ມັກ ແລະ ໄດ້ຮັບຜົນກຳໄລຈາກມັນນັ້ນເປັນເລື່ອງຍາກກວ່າທີ່ຄິດ.

ໃນມື້ນີ້ເຮົາຈະພາໄປເບິ່ງເຫດຜົນທີ່ວ່າເປັນຫຍັງການລົງທຶນໃນ crypto ຈຶ່ງບໍ່ແມ່ນເລື່ອງງ່າຍຄືທີ່ຫຼາຍຄົນຄິດ.

ສະກຸນເງິນດິຈິຕອນມີຫຼາກຫຼາຍຫຼຽນທີ່ແຕກຕ່າງກັນ

  • ຫຼາຍຄົນອາດຈະຮູ້ຈັກ Bitcoin ແມ່ນຫຼຽນທຳອິດໃນ crypto, ແຕ່ທ່ານຮູ້ບໍວ່າ ຍັງມີຫຼຽນອື່ນໆຫຼາຍກວ່າ 9,000 ລາຍການ ແລະ ໃນແຕ່ລະມື້ກໍຈະມີການສ້າງຂຶ້ນມາໃໝ່ຢູ່ເລື້ອຍໆ. ຫຼຽນບາງຫຼຽນໄດ້ຮັບຄວາມນິຍົມ ແລະ ສາມາດໃຊ້ງານໄດ້ຈິງເຊັ່ນ Ethereum ແລະ Litecoin, ແຕ່ຍັງມີຫຼຽນອີກຫຼາຍຫຼຽນທີ່ບໍ່ຄ່ອຍຮູ້ຈັກ ແລະ ອາດຈະເຮັດໃຫ້ເຮົາໝົດເງິນລົງທຶນໄປກັບມັນ.
  • ເຈົ້າຕ້ອງໂຊກດີສຸດໆ (ຫຼືສາມາດຄາດການອະນາຄົດໄດ້) ລອງຈິນຕະນາການວ່າຖ້າທ່ານຫາກລົງທຶນໃນ Dogecoin ເຊິ່ງເປັນຫຼຽນ meme ຕະຫຼົກ, ແທນທີ່ຈະເປັນ Feathercoin ເປັນຫຼຽນທີ່ຖືກສ້າງຂຶ້ນມາໃຫ້ສາມາດໃຊ້ງານໄດ້ຫຼາຍ. ທ່ານຈະສາມາດສ້າງກຳໄລໃນຕອນນີ້ໄດ້ຫຼາຍປານໃດ? ເຊິ່ງໃນກໍລະນີນີ້ສະແດງໃຫ້ເຫັນວ່າ ການຄາດເດົາຫຼຽນທີ່ມີທ່າແຮງແມ່ນມີຄວາມຫຍຸ້ງຍາກຫຼາຍ. ບາງຄັ້ງຄວາມໂຊກດີກໍມີບົດບາດທີ່ສໍາຄັນເຊັ່ນກັນ.
  • Altcoins ມີຄວາມສ່ຽງຫຼາຍກວ່າ Bitcoin, ເນື່ອງຈາກຕະຫຼາດມີຄວາມຜັນຜວນສູງ ອາດເຮັດໃຫ້ລາຄາເພີ່ມຂຶ້ນ ຫຼື ຫຼຸດລົງຢ່າງໄວວາ, ໃນກໍລະນີທີ່ຮ້າຍແຮງສຸດອາດເຮັດໃຫ້ທ່ານສູນເສຍເງິນລົງທຶນທັງໝົດໄດ້.
  • ໂຍນຫຼຽນເພື່ອສ່ຽງດວງ? Chris Kuiper ປຽບທຽບການຊື້ຂາຍ altcoin ກັບ ການໂຍນຫຼຽນ. ການໂຍນຫຼຽນ 10 ເທື່ອຕິດຕໍ່ກັນຍັງມີໂອກາດເກີດຂຶ້ນ. ເຊັ່ນດຽວກັນກັບການຊື້ຂາຍ altcoin, ບາງຄົນອາດໂຊກດີ ແລະ ປະສົບຜົນສໍາເລັດ ແຕ່ໂອກາດນັ້ນມີໜ້ອຍ.

ຈັງຫວະເວລາຕ້ອງເໝາະສົມ

ການຄາດເດົາວ່າເວລາໃດທີ່ລາຄາຂອງ cryptocurrency ຈະເພີ່ມຂຶ້ນສູງນັ້ນແມ່ນມີຄວາມຫຍຸ້ງຍາກຫຼາຍ ແລະ ໃນບາງກໍລະນີກໍອາດຈະເປັນໄປບໍ່ໄດ້ເລີຍ. ນັກລົງທຶນອາດຈະຕັດສິນໃຈຊື້ ຫຼື ຂາຍຫຼຽນໂດຍອີງໃສ່ເຫດການທີ່ບໍ່ຄາດຄິດ ເຊັ່ນຂ່າວລືກ່ຽວກັບ Reddit ຫຼື ການເຄື່ອນໄຫວໂດຍບໍລິສັດໃຫຍ່.

ນັກລົງທຶນອາດຢ້ານກົວຄວາມຜິດພາດ (FOMO) ຢ່າງຮຸນແຮງ ເຮັດໃຫ້ທຸກຄົນຕ່າງກໍແຫ່ພາກັນເຂົ້າມາຊື້ ເຮັດໃຫ້ລາຄາຂອງຫຼຽນເພີ່ມຂຶ້ນສູງ. ແຕ່ໃນທີ່ສຸດ, ເທຣນໃໝ່ກໍເຂົ້າມາແທນທີ່.

Megan Horneman ປຽບທຽບສະຖານະການນີ້ກັບຟອງ dotcom. ໃນຍຸກທໍາອິດຂອງອິນເຕີເນັດວ່າ ນັກລົງທຶນຕ່າງກໍແຫ່ໄປຊື້ຮຸ້ນທຸກໂຕທີ່ມີຄໍາວ່າ “dotcom” ທີ່ຕໍ່ທ້າຍຊື່, ແຕ່ສຳລັບ crypto ແມ່ນມີຄວາມສ່ຽງສູງກວ່າ. ເນື່ອງຈາກວ່າແທນທີ່ຈະຊື້ບໍລິສັດທີ່ສ້າງລາຍຮັບໄດ້ ນັກລົງທຶນກັບໄປຊື້ພຽງ “ຄວາມຄິດ” ຂອງໃຜບາງຄົນ ເຊິ່ງບໍ່ທາງທີ່ຈະປະເມີນມູນຄ່າພື້ນຖານຂອງ cryptocurrencies ເຫຼົ່ານີ້ໄດ້ເລີຍ.

ສິ່ງ​ສໍາ​ຄັນ​ທີ່​ຈະຕ້ອງ​ຈື່​ຈໍາໄວ້ວ່າ​:

  • ມູນຄ່າຂອງ cryptocurrencies ບໍ່ພຽງແຕ່ເພີ່ມຂຶ້ນ. ດັ່ງນັ້ນ, ນັກລົງທຶນຈໍາເປັນຕ້ອງຮູ້ວ່າເວລາທີ່ cryptocurrency ຈະເພີ່ມຂຶ້ນ ແລະ ຊື້ມັນກ່ອນທີ່ລາຄາຈະເພີ່ມຂຶ້ນ.
  • ການລົງທຶນໃນ cryptocurrency ມີຄວາມສ່ຽງສູງ. ນັກລົງທຶນອາດຈະສູນເສຍການລົງທຶນທັງໝົດຂອງພວກເຂົາ.
  • ຄວາມໂຊກດີ, ຊື້ໃນລາຄາຕໍ່າ ແລະ ຂາຍໃນລາຄາສູງບໍ່ໄດ້ໝາຍຄວາມວ່ານັກລົງທຶນຈະເຮັດໄດ້ຊ້ຳອີກ.
  • Megan Horneman ກ່າວວ່າ ນັກລົງທຶນບາງຄົນເລີ່ມຄິດວ່າ ນີ້ແມ່ນວິທີທີ່ຂ້ອຍສາມາດຫາເງິນໄດ້ງ່າຍໆ, ແຕ່ມັນບໍ່ແມ່ນແນວນັ້ນ. ການລົງທຶນໃນ cryptocurrencies ກ່ຽວຂ້ອງກັບລະດັບຄວາມສ່ຽງສູງ. ນັກລົງທຶນຄວນສຶກສາຂໍ້ມູນຢ່າງລະອຽດກ່ອນທີ່ຈະຕັດສິນໃຈລົງທຶນ.

ບໍ່ມີຫຍັງມາກາລັນຕີໄດ້ໃນອະນາຄົດ

ເຖິງແມ່ນວ່າທ່ານຈະເລືອກ cryptocurrency ທີ່ຖືກຕ້ອງ, ຊື້ໃນເວລາທີ່ເໝາະສົມ ແລະ ວາງແຜນທີ່ຈະລວຍຂຶ້ນໃນໄລຍະຍາວ ແຕ່ການລົງທຶນເຫຼົ່ານັ້ນບໍ່ໄດ້ມາພ້ອມກັບການຮັບປະກັນວ່າສະກຸນເງິນເຫຼົ່ານັ້ນຈະມີຢູ່ຕະຫຼອດໄປ.

ເຖິງແມ່ນວ່າ Bitcoin, ເຊິ່ງຖືວ່າເປັນ cryptocurrency ທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດ. ກໍຍັງມີຄວາມສ່ຽງຕໍ່ການຖືກຫ້າມ ຫຼື ຢ່າງໜ້ອຍກໍຖືຄວບຄຸມຢ່າງເຄັ່ງຄັດ. ລັດຖະບານສະຫະລັດກ່າວໃນຕົ້ນປີນີ້ວ່າອາດຈະຕ້ອງ “ຈໍາກັດ” ການນໍາໃຊ້ Bitcoin, ໂດຍກ່າວເສີມວ່າ ມັນຖືກນໍາໃຊ້ສໍາລັບ “ການສະໜັບສະໜູນທາງດ້ານການເງິນທີ່ຜິດກົດໝາຍ”

Megan Horneman ກ່າວວ່າ ການລົງທຶນປະເພດນີ້ ລ້ວນແລ້ວແຕ່ແມ່ນການ​ເກັງກຳໄລຈາກ​ຫົວ​ຂໍ້​ໃດໆທີ່​ກ່ຽວ​ກັບ​ກົດລະບຽບ ຫຼື ​ການ​ຄວບ​ຄຸມ​ຈະ​ເຮັດໃຫ້ກະແສຂອງມັນຫຼຸດລົງ​. ເຊິ່ງອາດສົ່ງຜົນຕໍ່ຄວາມຜັນຜວນຂອງຕະຫຼາດຢ່າງຮ້າຍແຮງໃນທຸກໆດ້ານ.

ເຖິງແມ່ນວ່າໃນປັດຈຸບັນມັນເບິ່ງຄືວ່າຍາກທີ່ຈະເຊື່ອ. ແຕ່ປະຊາຊົນຍັງສາມາດສູນເສຍຄວາມສົນໃຈໃນ cryptocurrencies. ລອງພິຈາລະນາເຖິງ AOL ທີ່ເຄີຍໄດ້ຮັບການຍ້ອງຍໍວ່າ ເປັນເຈົ້າແຫ່ງສື່ມວນຊົນ ແຕ່ໃນປັດຈຸບັນມັນໄດ້ກາຍເປັນຂອງບູຮານໄປແລ້ວ ແລະ ຍັງມີຕົວຢ່າງອື່ນໆຫຼາຍເຊັ່ນ: ເຄື່ອງຫຼິ້ນວິດີໂອ Betamax ແລະ ຄອມພິວເຕີຂະໜາດນ້ອຍ.

ສຳລັບຕົວຢ່າງຄວາມສ່ຽງທີ່ອາດຈະເກີດຂຶ້ນ:

  • ຖືກຫ້າມ ຫຼື ຖືກຄວບຄຸມໂດຍລັດຖະບານ: ລັດຖະບານທົ່ວໂລກກໍາລັງພິຈາລະນາກົດລະບຽບກ່ຽວກັບ cryptocurrencies. ຖ້າ​ຫາກ​ວ່າ​ມີ​ລະ​ບຽບ​ການ​ທີ່​ເຄັ່ງ​ຄັດ​ ມັນອາດຈະສົ່ງຜົນກະທົບຕໍ່ມູນຄ່າຂອງ cryptocurrencies.
  • ການສູນເສຍຄວາມສົນໃຈ: ແນວໂນ້ມໃໝ່ເກີດຂື້ນເລື້ອຍໆ. ຖ້າຄົນສູນເສຍຄວາມສົນໃຈໃນ cryptocurrencies ມູນຄ່າຂອງ cryptocurrencies ອາດຈະຫຼຸດລົງ.
  • ການໂຈລະກຳທາງ Cyber ​​​​: Cryptocurrencies ແມ່ນເປົ້າໝາຍຂອງHacker. ນັກລົງທຶນອາດຈະສູນເສຍ cryptocurrencies ຂອງເຂົາເຈົ້າໄດ້.
  • ການຜັນຜວນຂອງຕະຫຼາດ: ຕະຫຼາດ cryptocurrency ມີຄວາມຜັນຜວນສູງ, ມູນຄ່າຂອງ cryptocurrencies ສາມາດຂຶ້ນລົງໄດ້ຢ່າງໄວວາ.

ວິທີການລົງທຶນໃນ Crypto ຢ່າງມີຄວາມຮັບຜິດຊອບ

ຖ້າທ່ານຕ້ອງການພະຍາຍາມລົງທຶນໃນ cryptocurrencies, ທ່ານສາມາດນຳເງິນຈໍານວນໜຶ່ງໄວ້ສໍາລັບການລົງທຶນໃນ portfolio ຂອງທ່ານ. ຄຽງຄູ່ກັບການລົງທຶນໃນຮຸ້ນ ແລະ ພັນທະບັດ

ຜົນການດຳເນີນຂອງ Bitcoin ເບິ່ງຄືວ່າຈະບໍ່ກ່ຽວຂ້ອງໂດຍກົງກັບຕະຫຼາດຮຸ້ນ. ເຊິ່ງການມີຊັບສິນບາງຢ່າງທີ່ຜົນງານດີ ໃນຂະນະທີ່ບາງສິ່ງແມ່ນຫຼຸດລົງ ກໍເປັນຍຸດທະສາດການກະຈາຍຄວາມສ່ຽງທີ່ດີ.

ແຕ່ການລົງທຶນຫຼາຍເກີນໄປໃນ cryptocurrencies ອາດຈະສົ່ງຜົນເສຍຫາຍໄດ້. ເນື່ອງຈາກວ່າຄວາມສໍາພັນລະຫວ່າງຕະຫຼາດຮຸ້ນ ແລະ cryptocurrencies ມີແນວໂນ້ມທີ່ຈະເພີ່ມຂຶ້ນໃນເວລາທີ່ “ເສດຖະກິດຕົກຕໍ່າ”. ດັ່ງນັ້ນທ່ານຈໍາເປັນຕ້ອງລະມັດລະວັງໃນການນຳເງິນໄປລົງທຶນຫຼາຍເກີນໄປໃນ cryptocurrencies.

ຜູ້ຊ່ຽວຊານແນະນໍາວ່າ ທ່ານສາມາດຈັດສັນເງິນລົງທຶນປະມານ 5% ຂອງເງິນທັງໝົດຂອງທ່ານໃຫ້ກັບສິນຊັບທີ່ມີຄວາມສ່ຽງສູງເຊັ່ນ cryptocurrencies, ແຕ່ຕ້ອງຈື່ໄວ້ວ່າທ່ານບໍ່ຄວນຄາດຫວັງວ່າຈະກາຍເປັນເສດຖີໃນພຽງຊົ່ວຂ້າມຄືນ ແລະ ເງິນທີ່ທ່ານລົງທຶນ ມັນຄວນຈະເປັນເງິນທີ່ທ່ານສາມາດຍອມຮັບຄວາມສ່ຽງທີ່ຈະສູນເສຍໄດ້.

ທີ່ມາ:

money

businessofbusiness

cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/