OKX ປະກາດຢຸດໃຫ້ບໍລິການໃນປະເທດອິນເດຍ ເຕືອນຜູ້ໃຊ້ໃຫ້ຮີບຮ້ອນຖອນເງິນກ່ອນວັນທີ 30 ເມສາທີ່ກຳລັງຈະມາເຖິງນີ້!


ເມື່ອບໍ່ດົນມານີ້, OKX ເວັບເທຣດທີ່ມີຊື່ສຽງຢ່າງ OKX ໄດ້ຕັດສິນໃຈຄັ້ງຍິ່ງໃຫຍ່ໃນການຍຸຕິການໃຫ້ບໍລິການໃນປະເທດອິນເດຍ ເນື່ອງຈາກກົດລະບຽບທີ່ເຂັ້ມງວດພາຍໃນປະເທດ, ພ້ອມກັບເຕືອນໃຫ້ຜູ້ໃຊ້ງານຮີບທຳການຖອນເງິນ ລວມທັງປິດຄຳສັ່ງຊື້ຂາຍຕ່າງໆພາຍໃນວັນທີ 30 ເມສາ 2024 ນີ້.

ໂດຍສຳລັບສາເຫດທີ່ OKX ຕ້ອງຍອມປ່ອຍມືຈາກຕະຫຼາດຂະໜາດໃຫຍ່ຄືອິນເດຍນັ້ນ ເນື່ອງຈາກວ່າເມື່ອບໍ່ດົນມານີ່, ໜ່ວຍງານຂ່າວກອງທາງການເງິນຂອງອິນເດຍ (FIU) ໄດ້ອອກຈົດໝາຍເຕືອນເຖິງເວັບເທຣດຕ່າງໆ, ເຊິ່ງ OKX ນັ້ນບໍ່ໄດ້ຕົກເປັນໜຶ່ງໃນ 9 ເວັບເທຣດ crypto ຕ່າງຊາດທີ່ມີຂໍ້ຂັດແຍ້ງກັບ FIU ທີ່ປະກອບໄປດ້ວຍ Binance, KuCoin, Huobi, Kraken, Gate.io, Bittrex, Bitstamp, MEXC Global ແລະ Bitfinex, ແຕ່ວ່າ OKX ກັບຍອມຖອນຕົວອອກມາເອງ.

ໂດຍປະເດັນໃນການຂັດແຍ້ງ, FIU ໄດ້ກ່າວຫາການເວັບເທຣດຂ້າງຕົ້ນວ່າ ມີພວກເຂົາມີສ່ວນຮ່ວມໃນການລະເມີດກົດໝາຍຕ້ານການຟອກເງິນ (AML) ຄຽງຄູ່ກັບການ block ການເຂົ້າເຖິງເວັບໄຊ. ຢ່າງໃດກໍຕາມ, ຜູ້ໃຫ້ບໍລິການບາງຄົນກັບຍັງບໍ່ໄດ້ຢຸດເຊົາການໃຫ້ບໍລິການຊົ່ວຄາວ ແລະ ກໍາລັງລັກໃຫ້ບໍລິການຢ່າງລັບໆໂດຍຜ່ານການໃຊ້ແອັບພິເຄຊັນ.

ສຳລັບການຕັດສິນໃຈໃນຄັ້ງນີ້, ຖືໄດ້ວ່າເປັນເລື່ອງທີ່ໜ້າເສຍດາຍທີ່ OKX ໄດ້ສູນຖານລູກຄ້າຈຳນວນຫຼາຍຈາກປະເທດອິນເດຍ, ແຕ່ OKX ຍັງບໍ່ຍອມແພ້ໃນຕະຫຼາດອາຊີ. ໂດຍກ່ອນໜ້ານີ້ທາງບໍລິສັດພວມໄດ້ຮັບການອະນຸມັດຈາກລັດຖະບານຂອງສິງກະໂປແລະ Dubai, ນີ້ສະແດງໃຫ້ເຫັນຄວາມປາຖະໜາທີ່ຈະຂະຫຍາຍການບໍລິການຂອງຕົນໃນທົ່ວພາກພື້ນ. ນອກຈາກນີ້, OKX ຍັງໄດ້ເປີດການຊື້ຂາຍໃນສະກຸນເງິນທ້ອງຖິ່ນຂອງຕຸຣກີອີກດ້ວຍ.

ການຢຸດຕິການໃຫ້ບໍລິການຂອງ OKX ສະແດງໃຫ້ເຫັນວ່າໜ່ວຍງານຄຸ້ມຄອງດູແລທົ່ວໂລກກໍາລັງມີມາດຕະການທີ່ເຂັ້ມງວດຫຼາຍຂຶ້ນໃນການຕິດຕາມບັນດາບໍລິສັດເວັບເທຣດຊັ້ນນຳ ເພື່ອຮັບປະກັນວ່າປະຊາຊົນໃນປະເທດຈະບໍ່ຖືກເອົາປຽບ. ແລະຍາມໃດກໍຕາມທີ່ທັງເວັບເຫຼົ່ານີ້ສາມາດຢູ່ຮ່ວມກັນໄດ້ກັບກົດໝາຍຄຸ້ມຄອງດູແລ ໃນເວລານັ້ນພວກເຮົາອາດຈະໄດ້ເຫັນຍຸກທອງຂອງ crypto ກໍເປັນໄດ້.

ທີ່ມາ:

bitcoinist

financemagnates

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/