ປົກເວັບ 66

ບໍລິສັດ Figure AI ສ້າງປາກົດການໃໝ່ໃນວົງການເຕັກໂນໂລຊີ ດ້ວຍການເປີດຕົວລະບົບ AI “Helix-02” ທີ່ຊ່ວຍໃຫ້ຫຸ່ນຍົນຮູບຮ່າງມະນຸດສາມາດເຮັດວຽກເຕັມກະ 8 ຊົ່ວໂມງໄດ້ຢ່າງອັດຕະໂນມັດ ເຊິ່ງເປົ້າໝາຍແມ່ນເພື່ອເຂົ້າມາທົດແທນ ແລະ ຊ່ວຍເຫຼືອແຮງງານມະນຸດໃນໂລກຕົວຈິງ ສົ່ງຜົນໃຫ້ນີ້ຄືຈຸດປ່ຽນສຳຄັນທີ່ຈະພິກໂສມອະນາຄົດຂອງພາກອຸດສາຫະກຳ.

ການປະກາດຜົນສຳເລັດຄັ້ງນີ້ ຖືເປັນການຢັ້ງຢືນເຖິງກ້າວສຳຄັນຂອງລະບົບ Helix-02 ເຊິ່ງເປັນໂຄງຂ່າຍປະສາດທຽມອັດສະລິຍະ ທີ່ຊ່ວຍໃຫ້ຫຸ່ນຍົນສາມາດຍ່າງ, ຈັບບາຍສິ່ງຂອງ, ຊົງຕົວ ແລະ ເຄື່ອນໄຫວໄດ້ຢ່າງຕໍ່ເນື່ອງ.

ຄວາມພິເສດທີ່ເຮັດໃຫ້ Helix-02 ເໜືອກວ່າຫຸ່ນຍົນອຸດສາຫະກຳທົ່ວໄປ ຄືການລວມເອົາລະບົບການມອງເຫັນ, ການສຳຜັດ ແລະ ການຄວບຄຸມຮ່າງກາຍເຂົ້າໄວ້ໃນລະບົບການຮຽນຮູ້ອັນດຽວ ເຮັດໃຫ້ມັນສາມາດຮັບມືກັບສະພາບແວດລ້ອມທີ່ປ່ຽນແປງໄດ້ຕະຫຼອດເວລາ ໂດຍບໍ່ຕ້ອງເພິ່ງພາການຄວບຄຸມແຍກສ່ວນແບບເກົ່າ. 

ເບື້ອງຫຼັງຄວາມສະຫຼາດນີ້ ມາຈາກການປະມວນຜົນຜ່ານກ້ອງທີ່ຫົວ, ມື ແລະ ເຊັນເຊີສຳຜັດຢູ່ປາຍນິ້ວ ບວກກັບເທັກໂນໂລຊີ “System 0” ທີ່ຮຽນຮູ້ຈາກການເຄື່ອນໄຫວຂອງມະນຸດຫຼາຍກວ່າ 1,000 ຊົ່ວໂມງ ຈົນສາມາດເຂົ້າທົດແທນການຂຽນໂຄ້ດ C++ ແບບດັ້ງເດີມໄດ້ຫຼາຍກວ່າໜຶ່ງແສນແຖວ.

ຜົນທີ່ໄດ້ຄືຫຸ່ນຍົນທີ່ມີຄວາມສາມາດລະດັບສູງ ໃນການເຮັດວຽກທີ່ລະອຽດອ່ອນເຊັ່ນ: ການໄຂຝາຕຸກນ້ຳ, ການຈັບເມັດຢາ, ການໃຊ້ເຂັມສັກຢາ ຫຼື ແມ້ກະທັ້ງການຈັບເຄື່ອງມືໂລຫະໃນກ່ອງທີ່ຊັບຊ້ອນ.

ນອກຈາກນີ້, ລະບົບຍັງຮອງຮັບການເຮັດວຽກຮ່ວມກັນຂອງຫຸ່ນຍົນຫຼາຍຕົວ ດັ່ງການສາທິດທີ່ຫຸ່ນຍົນສອງຕົວສາມາດຊ່ວຍກັນຈັດຫ້ອງນອນ, ພັບເຄື່ອງ ແລະ ເອົາຂີ້ເຫຍື້ອໄປຖິ້ມພາຍໃນເວລາບໍ່ຮອດສອງນາທີ ໂດຍບໍ່ຕ້ອງມີລະບົບສູນກາງມາຄອຍສັ່ງການ. 

ຄວາມສາມາດດັ່ງກ່າວຍັງສະທ້ອນໃຫ້ເຫັນເຖິງການເອົາໄປໃຊ້ງານໃນລະດັບອຸດສາຫະກຳ ເຊັ່ນດຽວກັບການທົດລອງໃຊ້ງານຈິງທີ່ໂຮງງານຜະລິດລົດຍົນ BMW ໃນສະຫະລັດອາເມລິກາ ທີ່ຫຸ່ນຍົນຂອງ Figure ສາມາດເຮັດວຽກໃນກະ 10 ຊົ່ວໂມງ ແລະ ຊ່ວຍເຄື່ອນຍ້າຍຊິ້ນສ່ວນໄດ້ຫຼາຍກວ່າ 90,000 ຊິ້ນ. ທາງບໍລິສັດເຊື່ອໝັ້ນວ່າ ໃນອະນາຄົດ ຫຸ່ນຍົນຮູບຮ່າງມະນຸດຈະຕ້ອງເຂົ້າມາໃຊ້ຊີວິດຮ່ວມກັບຄົນໃນໂຮງງານ, ສາງສິນຄ້າ ແລະ ເຮືອນຊານ ເຊິ່ງຄວາມສຳເລັດລ່າສຸດນີ້ ໄດ້ຍູ້ໃຫ້ Figure AI ກາຍເປັນຄູ່ແຂ່ງຄົນສຳຄັນຂອງບໍລິສັດຍັກໃຫຍ່ຢ່າງ Tesla, Agility Robotics ແລະ Apptronik ທີ່ກຳລັງແຂ່ງຂັນກັນພັດທະນາຫຸ່ນຍົນອະເນກປະສົງສຳລັບຍຸກຕໍ່ໄປ.

ທີ່ມາ: https://interestingengineering.com/ai-robotics/figure-helix02-humanoid-robots-8-hour-shifts

#FigureAI #Helix02 #ຫຸ່ນຍົນຮູບຮ່າງມະນຸດ #ເທັກໂນໂລຊີອະນາຄົດ #AI #ນັດຕະກຳໃໝ່

Comments are disabled