ຫວຽດນາມ ພິຈາລະນາ ໃຫ້ວີຊ່າຟຣີແກ່ປະເທດອິນເດຍ ເພື່ອຊຸກຍູ້ການທ່ອງທ່ຽວ


ຫວຽດນາມກຽມສະເໜີໃຫ້ຊາວອິນເດຍເຂົ້າປະເທດໄດ້ໂດຍບໍ່ຕ້ອງຂໍວີຊ່າ ເຊິ່ງນັບເປັນຂໍ້ພິສູດຈົນຮອດການຍອມຮັບຈາກທົ່ວໂລກຂອງອິນເດຍວ່າເປັນອີກພະລັງສຳຄັນໃນເລື່ອງຂອງການເດີນທາງທ່ອງທ່ຽວຕ່າງປະເທດ.

ຫຼັງຈາກທີ່ສີລັງກາ ແລະ ໄທ ດຳເນີນໂຄງການວີຊ່າຟຣີໃຫ້ແກ່ອິນເດຍ ຫວຽດນາມກໍມີທ່າອ່ຽງທີ່ຈະເປັນອີກໜຶ່ງຈຸດໝາຍປາຍທາງ ທີ່ຈະສະເໜີເຂົ້າປະເທດໂດຍບໍ່ຕ້ອງຂໍວີຊ່າໃຫ້ແກ່ຊາວອິນເດຍ ໂດຍລັດຖະມົນຕີວ່າການກະຊວງທາງວັດທະນະທຳຂອງຫວຽດນາມ ອະນຸຍາດໃຫ້ຊາວອິນເດຍ ແລະ ຊາວຈີນ ເຂົ້າປະເທດໂດຍບໍ່ຕ້ອງໃຊ້ວີຊ່າສຳລັບການເດີນທາງເປັນໄລຍະເວລາສັ້ນໆ.

ໃນໄລຍະ 10 ເດືອນທຳອິດຂອງປີ 2023 ຫວຽດນາມມີນັກທ່ອງທ່ຽວເກືອບ 10 ລ້ານຄົນ ເຊິ່ງເພີ່ມຂຶ້ນຫຼາຍປະມານ 4.6 ເທົ່າທຽບກັບເວລາດຽວກັນຂອງປີຜ່ານມາ ແລະ ເປັນຕົວເລກທີ່ສູງກວ່າທີ່ຄາດໄວ້ວ່າຫວຽດນາມຈະເຮັດໄດ້ພາຍໃນທ້າຍປີ 2023 ນີ້.

ເຖິງຢ່າງໃດກໍຕາມ ເມື່ອບໍ່ດົນມານີ້ ທັງໄທ ແລະ ສີລັງກາ ໄດ້ປະກາດໃຫ້ວີຊ່າຟຣີແກ່ອິນເດຍ ໂດຍວັນທີ 10 ພະຈິກ ທີ່ຜ່ານມາ ໄທໄດ້ຍົກເລີກການຂໍວີຊ່າ ສຳລັບນັກທ່ອງທ່ຽວອິນເດຍ ເຊິ່ງການຍົກເລີກວີຊ່າໃນຄັ້ງນີ້ຈະເຮັດໃຫ້ນັກທ່ອງທ່ຽວອິນເດຍສາມາດພັກອາໄສຢູ່ໃນປະເທດໄດ້ເຖິງ 30 ມື້ ແລະ ຈະມີຜົນບັງຄັບໃຊ້ໄປຈົນຮອດວັນທີ 10 ພະຈິກ 2024.

ສ່ວນສີລັງກາ ເປີດຕົວໂຄງການວີຊ່າຟຣີໃຫ້ແກ່ນັກທ່ອງທ່ຽວຈາກ 7 ປະເທດ ເຊັ່ນ: ອິນເດຍ, ຈີນ ແລະ ຣັດເຊຍ ເຊິ່ງເປັນສ່ວນໜຶ່ງໃນໄລຍະການທົດລອງຂອງໂຄງການ ໂດຍໂຄງການຈະມີຜົນໄປຈົນຮອດວັນທີ 31 ມີນາ 2024.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/