“Roadmap” ກົດລະບຽບທີ່ຖືກພັດທະນາຂຶ້ນມາເພື່ອຄວບຄຸມ Crypto ໃຫ້ມີຄວາມສົມດຸນ ໂດຍກຸ່ມປະເທດເສດຖະກິດຊັ້ນນໍາຂອງໂລກ G20


ໃນການເຄື່ອນໄຫວຄັ້ງສຳຄັນນີ້, ກຸ່ມປະເທດເສດຖະກິດຊັ້ນນຳຂອງໂລກ (G20) ໄດ້ຮ່ວມມືກັນພັດທະນາ “Roadmap” ເພື່ອເບິ່ງແຍງສະກຸນເງິນດິຈິຕອນ, ໂດຍ Roadmap ໄດ້ຖືກສ້າງຂື້ນຫຼັງຈາກການຫາລືລະຫວ່າງລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ. ໂດຍມີຈຸດປະສົງເພື່ອຈັດການກັບອິດທິພົນການຂະຫຍາຍຕົວຂອງ cryptocurrencies ເຊັ່ນ Bitcoin ແລະ Ethereum ໃນລະບົບການເງິນທົ່ວໂລກ.

ກົດລະບຽບ Crypto ທີ່ຊັດເຈນປົກປ້ອງນັກລົງທຶນ, ໂດຍ Roadmap ຈະຮັບຮູ້ເຖິງສັກກະຍະພາບຂອງ cryptocurrencies ໃນການປະຕິວັດດ້ານການເງິນ ແລະ ຍັງສາມາດຮັບຮູ້ເຖິງຄວາມສ່ຽງທີ່ຈະເກີດຂຶ້ນເຊັ່ນ: ຄວາມຜັນຜວນຂອງຕະຫຼາດ, ການຄຸ້ມຄອງຜູ້ບໍລິໂພກ ແລະ ​ການໃຊ້ງານ​ໃນ​ກິດ​ຈະ​ກໍາທີ່​ຜິດ​ກົດ​ໝາຍ. ແລະເພື່ອທີ່ຈະຫຼຸດຜ່ອນຄວາມສ່ຽງເຫຼົ່ານີ້ພ້ອມກັບສົ່ງເສີມນະວັດຕະກໍາໄປນຳ, Roadmap ຈຶ່ງໄດ້ວາງຂອບເຂດສຳລັບການປະສານງານດ້ານກົດລະບຽບໃນທົ່ວເຂດພູມີພາກ.

Key aspects ຂອງ “Roadmap” ຈະປະກອບໄປດ້ວຍ

  • ກົດລະບຽບທີ່ຈະໃຫ້ຄວາມຊັດເຈນສໍາລັບທຸລະກິດ ແລະ ນັກລົງທຶນໃນອຸດສາຫະກໍາ crypto.
  • ມາດຕະການທີ່ເຂັ້ມງວດເຊັ່ນ: KYC (ການຢືນຢັນຕົວຕົນ) ແລະ AML (ການຕ້ານການຟອກເງິນ) ປົກປ້ອງຜູ້ບໍລິໂພກຈາກການຫຼອກລວງ ແລະ ການສໍ້ໂກງ.
  • ສະໜັບສະໜູນການຄົ້ນຄວ້າ ແລະ ການພັດທະນາຂອງເຕັກໂນໂລຊີ Blockchain ເຊິ່ງຈະຊ່ວຍສົ່ງເສີມສະພາບແວດລ້ອມທີ່ເໝາະສົມສໍາລັບບໍລິສັດສະຕາດອັບ ແລະ ຜູ້ປະດິດສ້າງນະວັດຕະກຳ.

Roadmap ທີ່ຖືກພັດທະນາຂຶ້ນໂດຍກຸ່ມປະເທດ G20 ຈະຊ່ວຍເພີ່ມສະຖຽນລະພາບຂອງຕະຫຼາດ ແລະ ຈະເປັນການບັງຄັບໃຫ້ກະດານເທຣດ crypto ລາຍໃຫຍ່ຈະຕ້ອງໄດ້ປະຕິບັດຕາມກົດລະບຽບທີ່ມີການປ່ຽນແປງນີ້ ເພື່ອໃຫ້ນັກລົງທຶນມີຄວາມເຊື່ອໝັ້ນໃນຕະຫຼາດ crypto ຫຼາຍຂຶ້ນ, ເນື່ອງຈາກອຸດສະຫະກຳ crypto ໄດ້ຮັບການຄຸ້ມຄອງ ແລະ ມີຄວາມປອດໄພຫຼາຍຂຶ້ນ.

ຢ່າງໃດກໍຕາມ, ສິ່ງທ້າທາຍໃນອຸດສະຫະກຳ crypto ກໍຍັງຄົງມີເຂົ້າມາຢູ່ເລື້ອຍໆ. ການສ້າງຄວາມດຸນດ່ຽງທີ່ເໝາະສົມລະຫວ່າງກົດລະບຽບ ແລະ ນະວັດຕະກຳເປັນສິ່ງທີ່ສຳຄັນຢ່າງຍິ່ງຕໍ່ການບັນລຸການເຕີບໂຕໃນໄລຍະຍາວ ພ້ອມກັບຫຼຸດຜ່ອນຄວາມສ່ຽງໄປນຳ, ໂດຍ Roadmap ຂອງ G20 ສະແດງໃຫ້ເຫັນເຖິງບາດກ້າວທີ່ສໍາຄັນເພື່ອບັນລຸຄວາມສົມດຸນນີ້ ເພື່ອປູທາງໄປສູ່ລະບົບນິເວດ Crypto ທີ່ໝັ້ນຄົງ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນ.

ທີ່ມາ:

dailycoin

fsb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/