LDB Bank ປະກາດຜົນກໍາໄລສຸດທິ ໃນໄຕມາດ III ປີ 2023 ເພີ່ມຂຶ້ນ 100,38% ທຽບກັບປີຜ່ານມາ


ທະນາຄານ ພັດທະນາລາວ ຈໍາກັດ (ທພລ) ໄດ້ປະກາດຜົນກໍາໄລສຸດທິ ປະຈໍາໄຕມາດ III ປີ 2023 ໃນກອງປະຊຸມສະຫຼຸບຜົນການດໍາເນີນທຸລະກິດ ປະຈໍາໄຕມາດ III ທີ່ນະຄອນປາກເຊ ເມື່ອບໍ່ດົນມານີ້ ໂດຍໄດ້ປະກາດຜົນກໍາໄລສຸດທິ ໃນໄຕມາດ III ປີ 2023 ເພີ່ມຂຶ້ນ 100,38% ທຽບກັບປີຜ່ານມາ.

ສຳລັບຜົນການດໍາເນີນທຸລະກິດຂອງ ທພລ ໃນໄຕມາດທີ III ປີ 2023 ນີ້ ສາມາດປະຕິບັດຜົນກໍາໄລສຸດທິ ເພີ່ມຂຶ້ນ ໄດ້ 100,38% ທຽບກັບໄຕມາດດຽວກັນ ຂອງປີ 2022, ຕົວເລກຍອດສິນເຊື່ອສຸດທິ ສາມາດປະຕິບັດໄດ້ 24.126,70 ຕື້ກີບ ເພີ່ມຂຶ້ນ 38,25% ທຽບກັບທ້າຍປີ 2022. ດ້ານຄຸນະພາບ ຂອງສິນເຊື່ອ ໂດຍລວມປັບຕົວດີຂຶ້ນຢ່າງຕໍ່ເນື່ອງ, ອັດຕາສ່ວນສິນເຊື່ອບໍ່ເກີດດອກອອກຜົນ (NPL) ບໍ່ເກີນ 0,02% ແລະ ສິນເຊື່ອເກຣດ B ບໍ່ເກີນ 0,63% ຂອງຍອດສິນເຊື່ອທັງໝົດ, ຖືເປັນຄ່າຊີ້ວັດທີ່ຢູ່ໃນລະດັບດີ ຫາກທຽບກັບຄ່າມາດຕະຖານທີ່ ທະນາຄານແຫ່ງ ສປປ ລາວ ກໍານົດໄວ້.

ໂດຍອີງຕາມ ໃບລາຍງານສະຖານະທາງການເງິນຂອງ ທະນາຄານ ພັດທະນາລາວ ຈໍາກັດ ປະຈຳໄຕມາດທີ III ປີ 2023 ລວມຍອດລາຍຮັບສຸດທິ ໃນການທຸລະກິດ ໄດ້ປະມານ 1.190.808,12 ລ້ານກີບ ເພີ່ມຂຶ້ນກວ່າ 61,61% ຂອງໄລຍະດຽວກັນປີ 2022 ທີ່ມີລາຍຮັບສຸດທິ ຢູ່ທີ່ 736.838,50 ລ້ານກີບ.

ຊັບສິນທັງໝົດຂອງທະນາຄານ ພັດທະນາລາວ ຈໍາກັດ ປະຈຳໄຕມາດທີ III ລວມໄດ້ທີ່ 33.306.330,14 ລ້ານກີບ ເພີ່ມຂຶ້ນ 9,39% ຈາກໄລຍະດຽວກັນ 2022 ທີ່ມີຍອດຊັບສິນລວມທັງໝົດ ທີ່ 30.448.015,08 ລ້ານກີບ.

https://www.ldblao.la/news/191

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/